Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເລືອກ ທ່ານ ບຸນຈັນ ສີວົງພັນ ຖື ກ ແ ຕ່ ງ ຕັ້ງເປັນເຈົ້າແຂວງຊຽງຂວາງ

Posted on 30/01/202130/01/2021 By News No Comments on ເລືອກ ທ່ານ ບຸນຈັນ ສີວົງພັນ ຖື ກ ແ ຕ່ ງ ຕັ້ງເປັນເຈົ້າແຂວງຊຽງຂວາງ

ພິທີມອບ-ຮັບໜ້າທີ່ເຈົ້າ ແຂວງໆຊຽງຂວາງ ລະຫວ່າງຜູ້ ເກົ່າ ແລະ ຜູ້ໃໝ່ໄດ້ຈັດຂຶ້ນໃນ ວັນທີ 29 ມັງກອນ 2021 ຢູ່ທີ່ ຫ້ອງວ່າການແຂວງ ໂດຍການ ເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ,  ປະທານສະພາແຫ່ງຊາດ, ມີການນຳຂອງແຂວງ, ພະແນກການ, ອົງການ ແລະ ແຂກຈາກສູນກາງເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ສະບັບເລກທີ 01/ກມສພ ລົງວັນ ທີ 22 ມັງກອນ 2021 ວ່າດ້ວຍ ການອະນຸມັດໃຫ້ພະນັກງານການນຳຂັ້ນສູງອອກພັກຮັບອຸດໜູນບຳນານ.

ຜ່ານດຳລັດຂອງນາຍົກລັດຖະມົນຕີສະ ບັບເລກທີ634/ນ.ຍ ລົງວັນທີ 30 ທັນວາ 2020 ວ່າດ້ວຍການ ແຕ່ງຕັ້ງເຈົ້າແຂວງໆຊຽງຂວາງ ຜູ້ໃຫມ່ ໂດຍໄດ້ແຕ່ງຕັ້ງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເປັນເຈົ້າ ແຂວງໆຊຽງຂວາງ.

ໃນພິທີ ທັງສອງທ່ານໄດ້ລົງ ນາມມອບ-ຮັບໜ້າທີ່ເຈົ້າແຂວງໆ ຊຽງຂວາງຢ່າງສົມກຽດ. ໂອກາດດັ່ງກ່າວ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ມີຄຳຄິດເຫັນ ໂອ້ລົມຕໍ່ພິທີດັ່ງກ່າວ ເຊິ່ງທ່ານ ໄດ້ກ່າວວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ , ຄະນະ ນໍາແຂວງຊຽງຂວາງ ໂດຍສະ ເພາະແມ່ນພາຍໃຕ້ການນຳພາ ຂອງສະຫາຍ ບຸນຕົ້ນ ຈັນທະພອນ ໃນໄລຍະເກືອບ 3 ປີຜ່ານມາ, ສະຫາຍໄດ້ເອົາໃຈໃສ່ນຳພາ-ຊີ້ນຳອົງຄະນະພັກແຂວງ ຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ X ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງ ທີVII ຂອງອົງຄະນະພັກແຂວງ ໄດ້ຮັບຜົນສຳເລັດ ແລະ ມີບາດກ້າວຂະຫຍາຍຕົວໃນຫຼາຍດ້ານ.

ສຳລັບສະຫາຍ ບຸນຈັນ ສີວົງພັນ ແມ່ນເປັນພະນັກງານລຸ້ນສືບ ທອດປ່ຽນແທນ ເຊິ່ງໄດ້ຜ່ານການເຝິກຝົນຫຼໍ່ຫຼອມໃນວຽກ ງານຕົວຈິງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ກໍໄດ້ຮັບຄວາມ ເຊື່ອໝັ້ນຈາກຜູ້ແທນກອງປະຊຸມໃຫຍ່ ອົງຄະພັກແຂວງ ຄັ້ງທີ VIII ກໍຄືກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກເລືອກໃຫ້ເປັນເລຂາພັກ ແຂວງ ແລະ ເປັນກຳມະການສູນ ກາງພັກ ເຊື່ອໝັ້ນວ່າດ້ວຍຄວາມ ຮູ້ຄວາມສາມາດ ແລະ ປະສົບ ການທີ່ມີສະຫາຍພ້ອມກັບໝູ່ຄະນະນຳລຸ້ນປັດຈຸບັນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງບັນດາສະຫາຍການນຳລຸ້ນ ຜ່ານມາເພື່ອສືບຕໍ່ຊີ້ນຳ-ນຳພາ ແລະ ຍູ້ແຮງຂະບວນການປົກປັກຮັກສາ ແລະ ພັດທະນາຢູ່ ພາຍໃນແຂວງໃຫ້ມີການຂະຫຍາຍຕົວຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ໝັ້ນທ່ຽງ.

ນອກນີ້ ທ່ານຍັງເນັ້ນໜັກໃຫ້ເອົາໃຈໃສ່ ເສີມຂະຫຍາຍຄວາມສາມັກຄີ, ປັບປຸງແບບແຜນການດຳລົງຊີວິດຂອງຄະນະພັກ, ສະມາຊິກ ພັກ-ພະນັກງານແຕ່ລະຂັ້ນໃຫ້ ມີຄວາມປອດໃສຂາວສະອາດ ສ້າງໄດ້ຄວາມເຊື່ອໝັ້ນຄວາມ ໄວ້ວາງໃຈຈາກປະຊາຊົນລວມ ທັງການເປັນແບບຢ່າງນຳໜ້າ ໃນທຸກດ້ານ, ສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ຖັນແຖວພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ, ຈັດຕັ້ງການເຜີຍແຜ່ຜົນສຳເລັດການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຊີ້ນຳກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດ ທີ II ໃຫ້ບັນລຸຕາມຄາດໝາຍທີ່ ກຳນົດໄວ້, ເອົາໃຈໃສ່ຊີ້ນຳວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບພາຍໃນແຂວງ, ສູ້ຊົນແກ້ໄຂບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການຄຸ້ມຄອງ ແລະ ບໍລິຫານລັດໃນແຕ່ລະຂັ້ນ ໃຫ້ຂາດຕົວ, ຍົກສູງຄວາມເປັນ ເຈົ້າການວຽກງານທີ່ຖືກມອບ ໝາຍໃຫ້ພ້ອມທັງສຸມໃສ່ແກ້ໄຂ ບັນຫາຕົວຈິງຊຶ່ງຍັງເປັນສິ່ງກີດຂວາງເປັນ ປ ະ ກົ ດ ກ າ ນ ຫ ຍໍ້ ທໍ້ ພາຍໃນກົງຈັກ ຂອງແຕ່ ລະພະແນກການຢູ່ຂັ້ນ ແຂວງ ແລະ ຂະແໜງການຢູ່ຂັ້ນເມືອງ ກໍຄືພາຍໃນປະຊາຊົນໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ

ໂດຍ: ບຸນມີ ແສງທຸມມີ

ຂ່າວສານບ້ານເມືອງ

Post navigation

Previous Post: 5 ປີຜ່ານມາ ທົ່ວປະເທດມີສະມາຊິກພັກ ຖື ກ ລົ ງ ວິ ໄ ນ 3.200 ສ ະ ຫ າ ຍ
Next Post: ແ ຕ່ ງຕັ້ ງ ທ່ານ ບຸນຈັນ ສີວົງພັນ ເປັນເຈົ້າແຂວງຊຽງຂວາງຜູ້ໃຫມ່

Related Posts

ປກສ ເມືອງຈອມເພັດ ກັກໂຕຄົນ ລັ ກ ນ໋ອດລາງລົດໄຟ ຂ່າວສານບ້ານເມືອງ
ເຊັນສັນຍາໂຄງການກໍ່ສ້າງເຮືອນມ້ຽນລົດກອງພັນ 565 ກອງພົນທີ 5 ຂ່າວສານບ້ານເມືອງ
ລາວ-ຈີນ ຮ່ວມພັດທະນາລະບົບສາຍສົ່ງໄຟຟ້າແຮງສູງເຊື່ອມໂຍງພາກພື້ນ ຂ່າວສານບ້ານເມືອງ
ປະຊາຊົນອຸດົມໄຊ ຕື່ນຕົວອອກມາຮັບວັກຊິນຮອບສອງ ເຂັມທີ 1 ຈຳນວນຫຼວງຫຼາຍ ຂ່າວສານບ້ານເມືອງ
ລົດຈັກຕໍາກັນຮຸນແຮງ ເສຍຊິວິດຄາທີ່ 1 ສາຫັດ 2 ທາງເລກ 10 ບ້ານຂຸດສາມບາດ ຂ່າວສານບ້ານເມືອງ
ຄົນເສຍຊີວິດຢູ່ປ່າ ບ້ານຊອດ ເມືອງຫ້ວຍຊາຍ ຄາດວ່າຖືກຄາດຄະກໍາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme