Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປີ 2020 ດ່ານພາສີສາກົນນ້ຳເງິນ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 288 ຕື້ກວ່າກີບ

Posted on 29/01/202129/01/2021 By News No Comments on ປີ 2020 ດ່ານພາສີສາກົນນ້ຳເງິນ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 288 ຕື້ກວ່າກີບ

ວັນທີ26 ມັງກອນ 2021 ນີ້ ຢູ່ທີ່ດ່ານພາສີສາກົນນ້ຳເງິນ ເມືອງເງິນ ແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈຳປີ 2020 ແລະ ກໍານົດທິດທາງ, ມາດຕະການປີ 2021 ຂອງດ່ານພາສີສາກົນນໍ້າເງິນ. ເຂົ້າຮ່ວມເປັນກຽດ ມີທ່ານ ຫຸມພັນ ແສງພະຈັນ ຫົວໜ້າກອງຄຸ້ມຄອງພາສີ III , ມີທ່ານ ສອນເພັດ ຜົນວິຈິດ ຫົວໜ້າພາສີດ່ານສາກົນນ້ຳເງິນ, ມີພະນັກງານວິຊາການ ດ່ານພາສີສາກົນນ້ຳເງິນເຂົ້າຮ່ວມ.

Image may contain: one or more people, sky, car and outdoor

ທ່ານ ສອນເພັດ ຜົນວິຈິດ ຫົວໜ້າພາສີດ່ານສາກົນນ້ຳເງິນ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈຳປີ2020 ພ້ອມທັງກຳນົດທິດທາງ ແລະ ມາດຕະການປີ 2021 ຜ່ານມາ ຄະນະພັກ, ຂອງ ດ່ານພາສີສາກົນນ້ຳເງິນ ພວກເຮົາ ໄດ້ເອົາໃຈໃສ່ເພີ່ມທະວີ ໃນການສຶກສາອົບຮົມການເມືອງແນວຄິດ,ປັບປຸງແບບແຜນວິທີເຮັດວຽກເປັນບັນຫາສຳຄັນຕົ້ນຕໍ, ໃນການຈັດຕັ້ງວຽກງານວິຊາສະເພາະມີດ້ວຍຄວາມຈູບຈ້າວຫ້າວຫັນ, ມີການປະສານສົມທົບກັບອຳນາດການປົກຄອງທ້ອງຖີ່ນ, ສາຍຕັ້ງ, ສາຍຂວາງ ເຮັດໃຫ້ວຽກງານເດີນໄດ້ຢ່າງເປັນປົກະຕິ. ສະແດງອອກການຈັດຕັ້ງວຽກງານວິຊາສະເພາະ ກໍ່ຄື ການຈັດຕັ້ງປະຕິບັດການຈັດເກັບລາຍຮັບ ພາສີ-ອາກອນ ແລະ ພັນທະອື່ນໆ ໃນ ປີ2020 ຜ່ານມາ ສາມາດສາມາດຈັດເກັບລາຍຮັບຈາກພາສີ-ອາກອນ ແລະ ພັນທະອື່ນໆ ໄດ້ທັງໝົດ 288 ຕື້ 144 ລ້ານກວ່າກີບ. ທຽບໃສ່ແຜນການ ປະຕິບັດໄດ້ 107 % ທຽບໃສ່ໄລຍະດຽວກັນ ແມ່ນເພີ່ມຂື້ນ 15,97 % . ລວມລາຍຮັບຈາກພາສີທັງໝົດ 156, 588,620,400 ກີບ ໃນນີ້ ຄ່າຊັກພິເສດ 629,400,900 ກີບ,ພາສີຂາເຂົ້າ 26 ຕື້ 347 ລ້ານກວ່າກີບ, ຄ່າປັບໃໝ-ຂາຍເຄືຶ່ອງຮິບ 23 ລ້ານກວ່າກີບ, ຄ່າທຳນຽມຕ່າງໆ 129 ຕື້ 588 ລ້ານກວ່າກີບ. ລວມລາຍຮັບ ອາກອນ 131 ຕື້ 556 ລ້ານກວ່າກີບ ໃນນີ້ ອາກອນຊົມໃຊ້ 80 ຕື້ 320 ລ້ານກວ່າກີບ, ອາກອນມູນຄ່າເພີ້ມ 51 ຕື້ 137 ລ້ານກວ່າກີບ, ອາກອນກຳໄລ 98 ລ້ານກວ່າກີບ.

Image may contain: 5 people, people sitting

ດທາງແຜນການໃນປີ 2021 ສຶບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ ພາສີປະຈໍາຢູ່ດ່ານສາກົນນໍ້ເງິນ ຢ່າງເປັນປົກກະຕິ ແລະ ຕໍ່ເນືອງ ເພື່ອສືບສູ້ຊົນຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານຕາມການມອບໝາຍໃຫ້ໄດ້ 279 ຕື້ 720 ລ້ານກີບ, ເຮັດໃຫ້ການບໍລິການຢູ່ດ່ານນພາສີສາກົນນໍ້າເງິນມີຄວາມກ້າວໜ້າ,ເຂັ້ມແຂງ, ແລະ ທັນສະໄໝຂື້ນໄປເລື້ອຍໆ.

ໂດຍ: ອິນແປງ ແຫວນຄຳ.

ຂ່າວຈາກ: News.XBL

ຂ່າວສານບ້ານເມືອງ

Post navigation

Previous Post: ປຶກສາຫາລືກ່ຽວກັບການສົ່ງອອກງົວ 500.000 ໂຕ ໄປ ສປ ຈີນ
Next Post: ຂ່າວຮ້າຍ ໂ ຈ ນ ອ ອ ກ ອ າ ລ ະ ວ າ ດ ໃຊ້ ປື ນ ປຸ້ ນ ຊິ ງ ຊັ ບ ຕາມຮ້ານຕ່າງໆ ມີຄລິບ

Related Posts

ມາແລ້ວ! ແບ່ງຕົວເລກຮັບລັດຖະກອນ ກະຊວງສຶກສາທິການ ແລະ ກິລາ ປີ 2020 ຂ່າວສານບ້ານເມືອງ
ເປີດທາມລາຍ! ກໍລະນີຕິດເຊື້ອ 01 ຫາ 17 ແຂວງສະຫວັນນະເຂດ ຂ່າວສານບ້ານເມືອງ
ໄດ້ກັບບ້ານແລ້ວ! ອຸດົມໄຊປິ່ນປົວຜູ້ປ່ວຍໂຄວິດຫາຍດີ 3 ຄົນ ຂ່າວສານບ້ານເມືອງ
ຊົມເຊີຍ! ນໍ້າປະປາແຂວງຈໍາປາສັກ ແຈ້ງການຫຼຸດຄ່ານໍ້າ 5% ເປັນເວລາ 3 ເດືອນ ຂ່າວສານບ້ານເມືອງ
ສຶກສາອົບຮົມ ສ າ ວ ຂ າ ຍ ປ ະ ເ ວ ນີ ພ້ອມເຈົ້າຂອງຮ້ານ 9 ຮ້ານ ຂ່າວສານບ້ານເມືອງ
ນັກຮຽນຊັ້ນປະຖົມ 46 ແຫ່ງທົ່ວເມືອງອຸທຸມພອນ ຈະໄດ້ຮັບອຸປະກອນການຮຽນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme