Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປຶກສາຫາລືກ່ຽວກັບການສົ່ງອອກງົວ 500.000 ໂຕ ໄປ ສປ ຈີນ

Posted on 29/01/202129/01/2021 By News No Comments on ປຶກສາຫາລືກ່ຽວກັບການສົ່ງອອກງົວ 500.000 ໂຕ ໄປ ສປ ຈີນ

ຄະນະຮັບຜິດຊອບໂຄງການສົ່ງອອກສັດໃຫຍ່ ໄປ ສປ ຈີນ ຈັດກອງປະຊຸມ ໃນວັນທີ 29 ມັງກອນ 2021 ທີ່ກົມລ້ຽງສັດແລະການປະມົງ, ກະຊວງກະສິກໍາ ແລະ ປ່າ ໄມ້, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງກະສິກໍາແລະປ່າໄມ້ ເພື່ອຮັບຟັງການລາຍງານຄວາມຄືບໜ້າໃນການກະກຽມຄວາມພ້ອມ, ແຜນຜະລິດ ແລະສະໜອງງົວເພື່ອສົ່ງອອກໄປ ສປ ຈີນ, ນອກຈາກນີ້ ເພື່ອສົນທະນາ ແລະປຶກສາຫາລືແກ້ໄຂບັນຫາຄົງຄ້າງກ່ຽວກັບການສົ່ງງົວອອກໄປ ສປ ຈີນ ເນື່ອງຈາກພົວພັນກັບຫລາຍຂະແໜງການຕ້ອງໄດ້ເອົາໃຈໃສ່ແກ້ ໄຂຮ່ວມກັນໃຫ້ດີຂຶ້ນ.

Image may contain: 4 people, people sitting

ທ່ານ ນາງ ວິໄລພອນ ວໍລະພິມ, ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ລາຍງານໃຫ້ຮູ້ວ່າກ່ຽວກັບຜົນສໍາເລັດ ກໍຄື ຄວາມຄືບໜ້າຂອງການກະ ກຽມຫລາຍວຽກງານ ເພື່ອຮອງຮັບໃຫ້ແກ່ການສົ່ງງົວອອກໄປ ສປ ຈີນ ເປັນຕົ້ນ: ການກະກຽມຄວາມພ້ອມດ້ານນິຕິກໍາ, ດ້ານບຸກຄະລາກອນ, ການກຽມຄວາມພ້ອມດ້ານການວິໄຈພະຍາດ, ຄວາມພ້ອມດ້ານການສ້າງເຂດທ້ອນໂຮມສັດ, ເຂດກັນຊົນ ແລະ ເຂດປອດພະຍາດປາກເປື່ອຍລົງເລັບ, ໃນນີ້ ເຂດທ້ອນໂຮມສັດ: ແມ່ນນັບເອົາຕັ້ງແຕ່ເຂດກັນຊົນ 47 ກິໂລ ແມັດ, ກວມເອົາ 4 ເມືອງຂອງແຂວງຫລວງນໍ້າທາ, ປັດຈຸ ບັນ ມີ 4 ເຈົ້າທີ່ສ້າງຟາມທອມງົວຢູ່ເຂດດັ່ງກ່າວ ຄື: ຟາມລ້ຽງງົວຂອງບໍລິສັດ, ຟາມລ້ຽງ ງົວຊີ້ນຂອງບໍລິສັດໂກທົງ, ຟາມລ້ຽງງົວຊີ້ນຂອງບໍລິສັດຈິ່ງກູ່ ແລະ ຟາມລ້ຽງງົວຂອງບໍລິສັດສອງປັນຍາເຢຫົງການຄ້າທີ່ກໍາລັງສ້າງຢູ່. ປັດຈຸບັນ ທັງ 4 ຟາມ ມີງົວທີ່ບັນທຶກເຂົ້າໃນລະບົບແລ້ວທັງໝົດ 912 ໂຕ. ເຂດກັນຊົນພະຍາດ: ມີເນື້ອທີ່ທັງໝົດ 64,1 ກິ ໂລຕາແມັດ, ກວມເອົາ 22 ບ້ານ ຊຶ່ງສະຖິຕິເບື້ອງຕົ້ນພົບວ່າ ມີງົວ, ຄວາຍ, ໝູ, ແກະ ແລະ ແບ້ ທັງໝົດ 1.400 ໂຕ. ສ່ວນ ເຂດປອດພະຍາດປາກເປື່ອຍລົງເລັບ ກວມເອົາ 5 ບ້ານຂອງເມືອງສິງ ຄື: ບ້ານປຸ້ງສ້ຽວ, ໜອງຄໍາ, ບ້ານ ສໍ້, ພະຍາດໃຫຍ່ ແລະ ບ້ານນາຄໍາ ມີເນື້ອທີ່ທັງໝົດຫລາຍກວ່າ 500 ເຮັກຕາ.

Image may contain: 4 people, people sitting

ນອກຈາກນີ້ ແມ່ນການກະກຽມຄວາມພ້ອມສະຖານທີ່ກັກກັນສັດ, ການກຽມຄວາມພ້ອມກ່ຽວກັບວຽກງານສັກຢາກັນພະຍາດສັດ ແລະ ວຽກງານເຮັດລະບົບໝາຍເບີ້ສັດ ເຫັນວ່າທຸກວຽກງານໄດ້ຮັບການກະກຽມຢ່າງຕໍ່ເນື່ອງ.

Image may contain: 3 people, people sitting and indoor

ສ່ວນ ທ່ານ ສີທອງ ພິພັກຂະວົງ, ຮອງຫົວໜ້າກົມລ້ຽງ ສັດ ແລະ ການປະມົງ ໄດ້ລາຍງານໃຫ້ຮູ້ກ່ຽວກັບແຜນການ ແລະ ມາດຕະການສົ່ງເສີມການ ລ້ຽງົວ ເພື່ອສົ່ງອອກໄປ ສປ ຈີນ ປະກອບມີ 4 ແຜນການໃຫຍ່ ຄາດວ່າຈະນໍາໃຊ້ທຶນທັງໝົດ 9.226 ຕື້ກີບ ຫລື ເກືອບ 1 ຕື້ໂດລາສະຫະ ລັດ. ປັດຈຸບັນ ທົ່ວປະ ເທດມີຟາມງົວທັງໝົດ 402 ຟາມ, ມີງົວ 50.000 ກວ່າໂຕ, ໃນນີ້ ພາກເໜືອ ມີ 163 ຟາມ, ພາກກາງ 149 ຟາມ ແລະ ພາກໃຕ້ 90 ຟາມ. ຢ່າງໃດກໍ ຕາມ ເຖີງວ່າລັດຖະບານ ໄດ້ເປີດໂອກາດໃຫ້ລາວສົ່ງອອກງົວໄປ ສປ ຈີນ ກໍຕາມ ແຕ່ໃນສະພາບປັດຈຸບັນ ລາວເຮົາບໍ່ ມີງົວພຽງພໍສະໜອງຕະຫລາດຂອງຈີນນັບທັງປະລິມານ ແລະ ຄຸນນະພາບ.

Image may contain: one or more people, people sitting, people on stage, table and indoor

.

Image may contain: 2 people, people sitting and indoor

ຂ່າວ: ບຸນຕຽງ ຈັນທະວົງ

ພາບ: ຕ່າຍ, ກລປ

ຂ່າວສານບ້ານເມືອງ

Post navigation

Previous Post: ຊາວພຸດຮ່ວມກັນທຳບຸນຕັກບາດໃນງານບຸນນະມັດສະການຜາສາດຫີນວັດພູປະຈໍາປີ 2021
Next Post: ປີ 2020 ດ່ານພາສີສາກົນນ້ຳເງິນ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 288 ຕື້ກວ່າກີບ

Related Posts

[:en]ລັດຊີ້ແຈງລາຍຈ່າຍບ້ວງແຮສຸກເສີນ 30 ຕື້ກີບ ທີ່ນໍາໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19[:] ຂ່າວສານບ້ານເມືອງ
Update Covid-19 ເວລາ 21:30 ວັນທີ 16 ກຸມພາ 2020 ເສຍຊີວິດ 1.667 ຄົນ, ຕິດເຊື້ອ 68.595 ຄົນ, ປົວດີ 9.722 ຄົນ ຂ່າວສານບ້ານເມືອງ
ເປັນຫຍັງການຮຽນໃນແຖວເອເຊຍຈຶ່ງມີຄວາມກົດດັນຫຼາຍກວ່າເອີຣົບ ແລະ ອາເມລິກາ ຂ່າວສານບ້ານເມືອງ
ລາວຈະສົ່ງງົວໄປຂາຍ ຈີນ 3 ພັນໂຕ 28 ເມສານີ້ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ສາຍກວດ ກັກຕົວເປົ້າໝາຍໃຊ້ເຄື່ອງຕັດສັນຍານລີໂມດລົດ ເພື່ອລັກຊັບພົນລະເມືອງ ຂ່າວສານບ້ານເມືອງ
ກະບະຮຸນໄດເສຍຫຼັກຕໍາຮາວກັ້ນທາງ ເຈັບ 4 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme