Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄັ້ງທຳອິດ ຢູ່ແຂວງສາລະວັນ ພິທີຫລໍ່ພະພຸດທະຮູບ ປາງຊະນະມານ

Posted on 29/01/202129/01/2021 By News No Comments on ຄັ້ງທຳອິດ ຢູ່ແຂວງສາລະວັນ ພິທີຫລໍ່ພະພຸດທະຮູບ ປາງຊະນະມານ

ແຫລ່ງຂ່າວຈາກແຂວງສາລະວັນ ໃຫ້ຮູ້ວ່າ: ວັນທີ 26 ມັງກອນນີ້, ຢູ່ທີ່ວັດໂພສີສຸວັນນະຣາມ, ບ້ານສະນຶມນອກ ເມືອງເລົ່າງາມ ແຂວງສາລະວັນ ໄດ້ມີພິທີຫລໍ່ພະພຸດທະຮູບ ທອງເຫລືອງ ປາງໄຊຊະນະມານ 1 ອົງ ເພື່ອຕົວແທນຂອງອົງພະສັມມາສັມພຸດທະເຈົ້າ ເພື່ອໃຫ້ພຸດທະສາຊະນິກະຊົນ ໄດ້ກາບໄຫວ້ສັກກະລະບູຊາ ແລະ ທັງເປັນການປະຕິສັງຂອນວັດວາອາຣາມ, ສືບທອດປົກປັກຮັກສາຮີດຄອງປະເພນີຂອງພຸດທະສາສະໜາ ໃຫ້ຍືນຍົງຕະຫລອດໄປ. ເຂົ້າຮ່ວມໃນພິທີຄັ້ງນີ້ ມີ ພະຫລັກຄຳຣັດຕະນະຄຸນາຈານ ຍາທ່ານໃຫຍ່ ສອນໄຊ ແກ້ວເມືອງໃຕ້ ເຈົ້າຄະນະແຂວງສາລະວັນ, ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ, ມີການນຳຂັ້ນແຂວງ, ການນໍາຂັ້ນເມືອງ, ພຸດທະສານິກະຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

Image may contain: one or more people, people standing and outdoor

ພະອາຈານ ພອນສະຫວັນ ທອງມະນີນິນ ຮອງເຈົ້າຄະນະເມືອງເລົ່າງາມ ເຈົ້າອະທິການວັດໂພສີສຸວັນນະຣາມ ບ້ານສະນຶມນອກ ໄດ້ໃຫ້ຮູ້ວ່າ: ການລົງມືສ້າງພະພຸດທະຮູບ ປາງໄຊຊະມານ ຄັ້ງນີ້ ໄດ້ເລີ່ມມາແຕ່ວັນທີ 22 ມັງກອນ 2021 ຄາດຈະໃຫ້ສໍາເລັດ 100% ໃນອີກ 3 ເດືອນຕໍ່ໜ້າ, ເຊິ່ງອົງພະພຸດທະຮູບມີນໍ້າໜັກ 3 ໂຕນ, ໜ້າຕັກກວ້າງ 2,54 ແມັດ, ສູງເກືອບ 4 ແມັດ ເປັນພະພຸດທະຮູບ ທີ່ມີມາດຕະຖານ, ຖືກຕ້ອງຕາມສິລະປະເອກະລັກຂອງຊາວລາວ. ພະພຸດທະຮູບ ປາງໄຊຊະນະມານ ເປັນພະຈັດຢູ່ໃນອະຣິຍະບົດ ນັ່ງສະມາທິ ມືຂ້າງຊ້າຍວາງໄວ້ເທິງໜ້າຕັກ, ມືຂ້າງຂວາ ຂວໍ້າລົງທີ່ຫົວເຂົ່າ ແລະ ນີ້ວມືຊີ້ລົງພື້ນທໍລະນີ (ແຜ່ນດິນ), ໂດຍໄດ້ກຳນົດເອົາອະຣິຍະບົດ ຕອນພຣະອົງ ຊົງຊະນະມານ.

Image may contain: 2 people, people standing and outdoor

ສໍາລັບທຶນໃນການກໍ່ສ້າງ ແມ່ນໄດ້ຮັບຈາກການປະກອບສ່ວນຂອງ ພຸດທະສາຊະນິກະຊົນ, ສິດ-ສານຸສິດ ຫລາຍພາກສ່ວນໃນທົ່ວສັງຄົມ, ການເທທອງເຫລືອງປະສົມຄຳ ຫລໍ່ພະພຸດທະຮູບ ປາງໄຊຊະນະມານ ອົງນີ້ ແມ່ນໄດ້ມີການປັບປຸງ, ຮູບແບບຕາມລັກສະນະຂອງພະພຸດທະຮູບ ຢູ່ໃນແຂວງສາລະວັນ ເພື່ອໃຫ້ເປັນເອກະລັກສະເພາະ ໂດຍແມ່ນທີມງານໂຮງຫລໍ່ພະມໍລະດົກສິລະປະລາວ ເປັນຜູ້ດຳເນີນການຫລໍ່.

Image may contain: one or more people, people standing and outdoor

.

Image may contain: 2 people, people standing, people on stage, sky and outdoor

ຂ່າວ-ພາບ: ວິໄລວອນ ສິດທິໄຊ

ຂ່າວສານບ້ານເມືອງ

Post navigation

Previous Post: ນາຍົກລັດຖະມົນຕີ ເນັ້ນ ກະຊວງ ຮສສ ຍັງມີສິ່ງທ້າທາຍທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ
Next Post: ເຈົ້າແຂວງ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມເຮັດວຽກຢູ່ເມືອງເມິງ

Related Posts

ແຕ່ງຕັ້ງທ່ານ ລັດຕະນະໄຊ ຄໍາສີດາເປັນຫົວໜ້າພະແນກການຕ່າງປະເທດແຂວງຫຼວງພະບາງ ຂ່າວສານບ້ານເມືອງ
ເກີດເຫດ ໄ ຟ ໄ ໝ້ຮ້ານຂາຍເຄື່ອງສົ່ງທີ່ເມືອງໄຊຍະບູລີກາງເດິກ (ມີຄລິບ) ຂ່າວສານບ້ານເມືອງ
ຂໍຄວາມຊ່ວຍເຫຼືອດ່ວນ! ປະກາດຫາຍາດພີ່ນ້ອງຄົນເຈັບ ຂ່າວສານບ້ານເມືອງ
ຜົນຂອງກອງປະຊຸມ ປະຈໍາເດືອນກັນຍາ 2022 ຂອງລັດຖະບານ ຂ່າວສານບ້ານເມືອງ
ຊົມເຊີຍ! ພົນລະເມືອງດີຊ່ວຍກັນເອົາຂີ້ເຫຍື້ອອອກຈາກຄອງນໍ້າ ຂ່າວສານບ້ານເມືອງ
ລາມໄປ 73 ປະເທດແລ້ວ! ຍອດຜູ່ເສຍຊີວິດ 3118 ຄົນ! ຕິດເຊື້ອ 90980 ຄົນ – Covid-19 ວັນທີ 3 ມີນາ 2020 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme