Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຣັດເຊຍມອບພາຫະນະເຕັກນິກ ຊ່ າ ງ ແ ສ ງ ແລະ ຊຸ ດ ອຸ ປ ະ ກ ອ ນ ໃຫ້ແກ່ກະຊວງປ້ອງກັນປະເທດ

Posted on 29/01/202129/01/2021 By News No Comments on ຣັດເຊຍມອບພາຫະນະເຕັກນິກ ຊ່ າ ງ ແ ສ ງ ແລະ ຊຸ ດ ອຸ ປ ະ ກ ອ ນ ໃຫ້ແກ່ກະຊວງປ້ອງກັນປະເທດ

ທ່ານ ວະລາດີມີຣ ກາລີນິນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສ.ຣັດເຊຍ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມພີທີມອບຝາກ ພາຫະນະເຕັກນິກຊ່າງແສງ ແລະ ຊຸດອຸປະກອນເກັບຮັກສາພາຫະນະເຕັກນິກໄລຍະຍາວ ທີ່ກະຊວງປ້ອງກັນປະເທດແຫ່ງສ.ຣັດເຊຍ ໄດ້ໃຫ້ການຊ່ວຍເຫຼືອກະຊວງປ້ອງກັນປະເທດ ແຫ່ງ ສປປລາວ.

Image may contain: 7 people, people standing

.

Image may contain: 1 person, standing and on stage

ທ່ານ ວະລາດີມີຣ ກາລີນິນໄດ້ກ່າວວ່າ:

ພວກເຮົາເຊື່ອໝັນວ່າ ການມອບ-ຮັບ ພາຫະນະເຕັກນິກຊ່າງແສງຄັ້ງນີ້ ຈະເປັນການປະກອບສ່ວນອັນສາຄັນ ເຮັດໃຫ້ຄວາມອາດສາມາດດ້ານປ້ອງກັນຊາດ ຂອງກອງທັບປະຊາຊົນລາວເຂັ້ມແຂງຂື້ນ ຊ່ວຍເຮັດ ໃຫ້ການ ປະຕິບັດ ຫນ້າທີ່ປະສົບຜົນສາເລັດ , ລວມທັງແມ່ນການລາດຕະເວນຊາຍແດນ, ສະກັດກັ້ນການເຄື່ອນໄຫວຜິດກົດໝາຍປະເພດຕ່າງໆ, ລວມທັງການຄ້າຂາຍຢາເສບຕິດທີ່ຜິດກົດໝາຍ. ພາຫະນະເຕັກນິກຊ່າງແສງອທີ່ຖືກໂອນຍ້າຍຍັງຈະຊ່ວຍໃຫ້ຮັບມືກັບວຽກງານດ້ານມະນຸດສະທຳ ແລະ ສັນຕິພາບທີ່ສະຫງົບສຸກ. ໂດຍສະເພາະ, ເຕັກນິກນີ້ສາມາດຖືກນຳໃຊ້ເພື່ອການ ເ ກັ ບ ກູ້ ລ ະ ເ ບີ ດ, ການຮັບມືຜົນສະທ້ອນຂອງໄພພິບັດທາງທຳມະຊາດ ແລະ ການສະໜອງຄວາມຊ່ວຍເຫລືອດ້ານມະນຸດສະທຳໃຫ້ແກ່ປະຊາຊົນໃນເຂດປະສົບໄພ.

Image may contain: 1 person, standing, sitting, on stage and outdoor

ບໍ່ດົນມານີ້, ໄດ້ມີການສະເເດງໃຫ້ເຫັນເຖິງອຸປະກອນທີ່ມີຄຸນນະພາບ ເເລະ ຄວາມໜ້າເຊື່ອຖືສູງ ທີ່ຜະລິດຈາກໂຊວຽດ ແລະ ຣັດເຊຍ ໃນລະຫວ່າງການເຝິກເເອບເນື່ອງໃນໂອກາດວັນຄົບຮອບ 45 ປີ ຂອງ ສປປ ລາວ.

Image may contain: 1 person, sky and outdoor

ໃນຕໍ່ໜ້າ, ການຊ່ວຍເຫລືອດ້ານເຕັກນິກການທະຫານ ທີ່ມີໃນຂອບການຮ່ວມມືກັບ ສປປ ລາວ ຈະດຳເນີນຕໍ່ໄປ. ພວກເຮົາຕີລາຄາສູງຕໍ່ການພົວພັນລະຫວ່າງປະເທດຂອງພວກເຮົາໃນຂົງເຂດການທະຫານ ແລະ ເຕັກນິກການທະຫານ; ພວກເຮົາມີຄວາມເຊື່ອໝັ້ນວ່າ ມັນບໍ່ພຽງແຕ່ປະກອບສ່ວນໃນການເສີມສ້າງອະທິປະໄຕ ແລະ ເພີ່ມທະວີຄວາມສາມາດດ້ານການປ້ອງກັນປະເທດຂອງ ສປປ ລາວ ເທົ່ານັ້ນ, ແຕ່ຍັງເປັນການພັດທະນາສາຍພົວພັນທີ່ໄວ້ເນື້ອເຊື່ອໃຈກັນລະຫວ່າງລັດຂອງພວກເຮົາຕື່ມອີກ. ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈມາຍັງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ, ການນຳ ແລະ ເຈົ້າຫນ້າທີ່ທະຫານຂອງກະຊວງປ້ອງກັນປະເທດ ສປປ ລາວ ທີ່ໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມຮ່ວມມືດ້ານການທະຫານຣັດເຊຍ – ລາວ, ການພັດທະນາການພົວພັນສອງຝ່າຍຣັດເຊຍ – ລາວ ແລະ ຂໍອວຍພອນໃຫ້ປະຊາຊົນລາວມີສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ.

Image may contain: sky, outdoor and nature

ມິດຕະພາບທີ່ມີມາແຕ່ດົນນານລະຫວ່າງຣັດເຊຍ ແລະ ລາວ!

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງອັດຕະປື ສໍາເລັດຫລາຍວຽກ ເພື່ອການເລືອກຕັ້ງ ສສຊ ແລະ ສສຂ
Next Post: ນາຍົກລັດຖະມົນຕີ ເນັ້ນ ກະຊວງ ຮສສ ຍັງມີສິ່ງທ້າທາຍທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ

Related Posts

ເຈົ້າໜ້າທີ່ຖືກຄົນຮ້າຍໃຊ້ປືນແກັບຍິງເສຍຊີວິດ ຂະນະທີ່ຈະເຂົ້າຈັບກຸມ ທີ່ເມືອງຊໍາເໜືອ ຂ່າວສານບ້ານເມືອງ
ນັກສຶກສາລາວ 54 ຄົນ ຢ້ານໂຄວິດ-19 ທີ່ແຂວງກວາງຈິ ສສ ຫວຽດນາມ ໄດ້ລັກໜີອອກຈາກຫໍພັກເພື່ອກັບມາ ສປປ ລາວ ຂ່າວສານບ້ານເມືອງ
ລົດເສຍຫຼັກປີ້ນທີ່ຂົວທາງລົດໄຟ ຄົນຕົກນໍ້າຍັງຊອກບໍ່ເຫັນ ຂ່າວສານບ້ານເມືອງ
ເມືອງທ່າແຂກ ອອກແຈ້ງການ ກ່ຽວກັບການຈັດງານປີໃໝ່ລາວ ຂ່າວສານບ້ານເມືອງ
ເຜີຍສາເຫດ ໄລ່ ຈັ ບ ຜູ້ຕ້ອງສົງໄສ ຄ້ າ ຂ າ ຍ ຢ າ ເ ສ ບ ຕິ ດ ທີ່ບ້ານນາບວບ ຂ່າວສານບ້ານເມືອງ
ກະຊວງສາທາມີແຜນຈົດທະບຽນຜະລິດຕະພັນພືດ 3 ຊະນິດທີ່ສາມາດປົວໂຄວິດໄດ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme