Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການນຳແຂວງຈຳປາສັກ ສຳຫລວດພື້ນທີ່ເຂດພູເທວະດາ ເມືອງປາກຊ່ອງ

Posted on 28/01/202128/01/2021 By News No Comments on ການນຳແຂວງຈຳປາສັກ ສຳຫລວດພື້ນທີ່ເຂດພູເທວະດາ ເມືອງປາກຊ່ອງ

ເມື່ອບໍ່ດົນມານີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ ການນຳຂອງແຂວງ ແລະ ເມືອງປາກຊ່ອງ ໄດ້ເຄື່ອນໄຫວສຳຫລວດ ພື້ນທີ່ເຂດພູເທວະດາ ເມືອງປາກຊ່ອງ ທີ່ເປັນປາກພູໄຟເກົ່າ, ເຂດຝາຍນໍ້າພູໂອຍ, ຝາຍນໍ້າໂຄງການ ເພື່ອສະໜອງນໍ້າໃຫ້ແກ່ ການຜະລິດຂອງປະຊາຊົນ ແລະ ກວດຄືນບັນດາໂຄງການທີ່ເຊົ່າສຳປະທານທີ່ດິນຂອງລັດ ເຂດເມືອງດັ່ງກ່າວ.

Image may contain: 3 people, people standing, sky, cloud, outdoor and nature

ຈຸດປະສົງຂອງການລົງສຳຫລວດ ກວດກາສະຖານດັ່ງກ່າວ, ແມ່ນເພື່ອພັດທະນາໂຄງການ ແຫລ່ງທ່ອງທ່ຽວ ຕິດພັນກັບທຳມະຊາດ ເຂດເມືອງປາກຊ່ອງ ແລະ ໃຫ້ບັນລຸການຈັດຕັ້ງປະຕິບັດ 5 ຍຸດທະສາດຂອງແຂວງ ໄດ້ວາງອອກນັ້ນ, ໂດຍແຂວງໄດ້ກຳນົດວິໄສທັດ ຄື ໃຫ້ລະບົບການເມືອງການປົກຄອງມີສະຖຽນລະພາບ, ມີປະຊາທິປະໄຕ, ຍຸຕິທຳ, ເສດຖະກິດຂະຫຍາຍຕົວເຂັ້ມແຂງໝັ້ນທ່ຽງ, ສັງຄົມມີຄວາມສະຫງົບເປັນລະບຽບ ແລະ ໄດ້ຮັບການພັດທະນາຮອບດ້ານ, ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບການປົກປັກຮັກສາໃຫ້ສວຍງາມ ສະອາດສີຂຽວ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີປອງດອງຢູ່ດີກິນດີສີວິໄລ ການພັດທະນາແຂວງໃຫ້ຍືນຍົງ ກ້າວສູ່ຈຸດໝາຍສັງຄົມນິຍົມ ແລະ ສຳລັບແຜນວຽກສິ່ງແວດລ້ອມ ຕາມທິດການພັດທະນາ ຕ້ອງຕິດພັນກັບຄວາມຍືນຍົງສີຂຽວ.

Image may contain: one or more people, people standing, sky, outdoor and nature

ສະນັ້ນ, ຈຸດສຸມວຽກງານສິ່ງແວດລ້ອມພວກເຮົາ ມີ 4 ຈຸດສຸມ ເປັນຕົ້ນແມ່ນ ການປົກປັກຮັກ ສາ ແລະ ຟື້ນຟູທຳມະຊາດ, ການຄຸ້ມຄອງການນຳໃຊ້ຊັບພະຍາກອນທຳມະຊາດ, ແລະ ຈຸດສຸມປົກປັກຮັກສາສິ່ງແວດລ້ອມ.

Image may contain: 5 people, people standing, outdoor and nature

.

Image may contain: sky, mountain, cloud, outdoor and nature

.

Image may contain: mountain, sky, outdoor and nature

.

Image may contain: sky, mountain, cloud, outdoor and nature

.

Image may contain: mountain, sky, outdoor and nature

.

Image may contain: sky, mountain, grass, outdoor and nature

ຂ່າວ: ທັດຊະນະ

ຂ່າວສານບ້ານເມືອງ

Post navigation

Previous Post: ຮອງນາຍົກລັດຖະມົນຕີ ຊີ້ນຳແຂວງເຊກອງ ຫັນວິກິດຈາກການລະບາດໂ ຄ ວິ ດ ເປັນໂອກາດ
Next Post: ແຂວງອັດຕະປື ສໍາເລັດຫລາຍວຽກ ເພື່ອການເລືອກຕັ້ງ ສສຊ ແລະ ສສຂ

Related Posts

ກອງພັນ 94 ປິດຊຸດອົບຮົມທະຫານໃໝ່ ປະຈຳປີ 2021 ຂ່າວສານບ້ານເມືອງ
ສວຍງາມທົ່ງນາ ແລະ ຜາລັງ ເມືອງເຟືອງດິນແດນຜາທໍ່ໜໍ່ຄໍາ ຂ່າວສານບ້ານເມືອງ
ຂ່າວດີ! ກະຊວງອຸດສາຫະກຳ ແລະ ການຄ້າ ປັບລາຄານໍ້າມັນລົງທຸກຊະນິດ ຂ່າວສານບ້ານເມືອງ
ໄຊຍະບູລີສໍາຫຼວດສະຖິຕິກະສິກໍາທົ່ວປະເທດຄັ້ງທີ III ໄດ້ແລ້ວ 130 ບ້ານ ຂ່າວສານບ້ານເມືອງ
ພະແນກ ຖວທ ແຂວງບໍ່ແກ້ວ ທໍາລາຍຕູ້ເກມ ທີ່ນຳເຂົ້າ ແລະ ເຄື່ອນໄຫວບໍ່ຖືກຕ້ອງ ຂ່າວສານບ້ານເມືອງ
ອົງການລີອອດ ມອບການຊ່ວຍເຫຼືອ ແກ່ສູນກັ່ນກອງໂຄວິດ-19 ທີ່ຫຼວງພະບາງ ມູນຄ່າ 20 ລ້ານກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme