Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເປັນເລື່ອງດີ ສະຫວັນນະເຂດມີຫ້ອງໄຂ່ຫຼັງທຽມ ແລະ ກວດໂຄວິດ ໄດ້ແລ້ວ

Posted on 28/01/202128/01/2021 By News No Comments on ເປັນເລື່ອງດີ ສະຫວັນນະເຂດມີຫ້ອງໄຂ່ຫຼັງທຽມ ແລະ ກວດໂຄວິດ ໄດ້ແລ້ວ

ປະຊາຊົນແຂວງສະຫວັນນະເຂດທີ່ມີບັນຫາກ່ຽວກັບໝາກໄຂ່ຫຼັງຈະໄດ້ອຸ່ນໃຈ ແລະມີຄວາມຫວັງເພີ່ມ ພາຍຫຼັງທີ່ໃນອາທິດແລ້ວນີ້ໂຮງໝໍແຂວງສະຫວັນນະເຂດ ໄດ້ເປີດການບໍລິການ ດ້ານວິຊາການກ່ຽວກັບການ ປິ່ນປົວພະຍາດທາງລະບົບຖ່າຍເທ,ໂດຍສະເພາະແມ່ນ ການປິ່ນປົວໄຂ່ຫລັງ ຊຶ່ງແມ່ນ ການບໍລິການແພດພາຍໃນ ໂດຍສະເພາະແມ່ນໄຂ່ຫລັງ ອັກເສບ ແລະກຸ່ມພະຍາດທາງ ໄຂ່ຫລັງຫລືການປິ່ນປົວດ້ວຍ ການຜ່າຕັດ (ໜິ້ວ).

.

ไตอักเสบ - อาการ, สาเหตุ, การรักษา - พบแพทย์
ເປັນພຽງຮູບປະກອບຂ່າວເທົ່ານັ້ນ

ທັງນີ້ພາຍ ຫລັງຄົນເຈັບທີ່ບົ່ງມະຕິເປັນ ໄຂ່ ຫ ລັງ ຊຸ ດ ໂຊມໄລຍະສຸດ ທ້າຍຂັ້ນສີ່ ແລະຂັ້ນຫ້າ ເພື່ອໃຫ້ເຂົາເຈົ້າສາມາດດໍາລົງຊີວິດຕໍ່ ໄປໄດ້, ຊຶ່ງຕາມຫລັກການແລ້ວ ແມ່ນຕ້ອງໄດ້ປູກຖ່າຍໄຂ່ຫລັງ, ແຕ່ຖ້າເງື່ອນໄຂດັ່ງກ່າວນັ້ນ ຍັງ ບໍ່ສາມາດຕອບສະໜອງໄດ້, ຄົນເຈັບຕ້ອງໄດ້ຮັບການລ້າງ ເລືອດດ້ວຍເຄື່ອງໄຂ່ຫລັງທຽມ Hemodialysis ການລ້າງ ເລືອດດ້ວຍເຄື່ອງໄຂ່ຫລັງ ທຽມແມ່ນການກັ່ນຕອງສານ ເຄມີໂດຍສະເພາະແມ່ນທາດ Creatinin blood urea nitrogen ເຊິ່ງເບື່ອຕໍ່ໄຂ່ຫລັງ, ສະໝອງ ແລະອະໄວຍະວະ ອື່ນໆອອກຈາກເລືອດ.

ຊຶ່ງກ່ອນ ໜ້ານີ້, ການບໍລິການທາງວິຊາ ການດ້ານການລ້າງເລືອດນີ້ ທາງໂຮງໝໍແຂວງຍັງບໍ່ສາມາດໃຫ້ການບໍລິການໄດ້ເທື່ອ ຍ້ອນຂາດປັດໄຈ ຫລາຍຢ່າງເປັນຕົ້ນພື້ນຖານ ໂຄງລ່າງສະເພາະໜ່ວຍງານ ປິ່ນປົວໄຂ່ຫລັງ,ເຄື່ອງມືການ ແພດທີ່ຈໍາເປັນ Hemodialysis machine, ລະບົບນໍ້າສະອາດ ແລະນັກວິຊາການແພດໝໍ ແຕ່ຫຼັງຈາກນີ້ປະຊາຊົນແຂວງສະຫວັນນະເຂດທີ່ມີບັນຫາດັ່ງກ່າວນີ້ແມ່ນສາມາດເຂົ້າໃຊ້ບໍລິການໄດ້ແລ້ວ.

ເຂົ້້າຮ່ວມພິທີຕັດແຖບຜ້າ ເປີດຢ່າງເປັນທາງການມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ, ຫົວໜ້າພະແນກສາທາລະນະ ສຸກແຂວງ, ຜູ້ອໍານວຍການ ໂຮງໝໍແຂວງ ແລະບັນດາພະນັກງານວິຊາການແພດໝໍເຂົ້າ ຮ່ວມເປັນພະຍານ.

ເປັນພຽງຮູບປະກອບຂ່າວເທົ່ານັ້ນ

.

ไตวาย : โดย นพ.วิชัย เทียนถาวร
ເປັນພຽງຮູບປະກອບຂ່າວເທົ່ານັ້ນ

ຜູ້ອໍານວຍການໂຮງໝໍ ແຂວງສະຫວັນນະເຂດມີຄໍາ ເຫັນວ່າ: ອັດຕາຄົນເຈັບຜູ້ມາ ໃຊ້ບໍລິການ ທີ່ມີບັນຫາທາງລະ ບົບຖ່າຍເທ ແລະໄຂ່ຫລັງຢູ່ໂຮງ ໝໍແມ່ນມີຫລາຍ ອັດຕາການ ຜ່າຕັດໜີ້ວໄຂ່ຫລັງມີອັດຕາສູງ ກວ່າການຜ່າຕັດອື່ນໆ ນອກນັ້ນ ກໍ່ຍັງພົບອາການອື່ນໆເຊັ່ນ: ເບົາຫວານ, ຄວາມດັນ ເຊິ່ງອາ ການເຫລົ່ານີ້ຈະນໍາໄປສູ່ໄຂ່ ຫລັງຊຸດໂຊມໃນອະນາຄົດ ຜູ້ມີ ບັນຫາໄຂ່ຫລັງຊຸດໂຊມເຊິ່ງ ຕ້ອງການປິ່ນປົວດ້ວຍວິທີລ້າງ ເລືອດນັ້ນຕ້ອງໄດ້ໄປປິ່ນປົວ ຢູ່ສູນກາງຫລືຢູ່ໂຮງໝໍຕ່າງ ປະເທດໃກ້ຄຽງ ເຊິ່ງເຫັນວ່າ ມັນໄດ້ສົ່ງຜົນໃນດ້ານລົບຕໍ່ ວຽກງານວິຊາການ, ສົ່ງຜົນ ລົບຕໍ່ນະໂຍບາຍ ແລະຄວາມ ເຊື່ອໝັ້ນຂອງປະຊາຊົນຕໍ່ລະ ບົບສາທາລະນະສຸກ.ໃນເມື່ອ ເປັນແນວນັ້ນ, ທາງພາກລັດ ແລະອົງການກ່ຽວຂ້ອງກໍ່ຕ້ອງ ໄດ້ດໍາເນີນການປັບປຸງພ້ອມ ຂະຫຍາຍພື້ນຖານໂຄງລ່າງ ໃນນີ້ໄດ້ທໍາການກໍ່ສ້າງຫ້ອງ ໄຂ່ຫລັງທຽມອອກຕື່ມ.

ເປັນຮູບປະກອບຂ່າວເທົ່ານັ້ນ

ແລະໃນປະຈຸບັນໂຮງໝໍແຂວງ ສະຫວັນນະເຂດ ມີເຄື່ອງໄຂ່ ຫລັງທຽມ 13 ເຄື່ອງ ແລະຍັງ ສາມາດເພີ່ມຕື່ມໄດ້ອີກ 9 ເຄື່ອງ ເປັນ 22 ເຄື່ອງ ແລະສາມາດ ຮອງຮັບໃຫ້ການບໍລິການຄົນ ເຈັບໄດ້ມື້ລະ 39 ຄົນຖ້າເຕັມ ບັນຈຸເຄື່ອງລ້າງໄຂ່ຫລັງ 22 ເຄື່ອງຈະສາມາດໃຫ້ການບໍລິການຄົນເຈັບມື້ລະ 66 ຄົນ (ບໍລິການສາມຮອບຕໍ່ເຄື່ອງ) ມີພະນັກງານປະຈໍາ 10 ຄົນ ແລະມີຄົນເຈັບມາໃຊ້ບໍລິການ ປະຈໍາແລ້ວ 78 ຄົນ ແລະບໍ່ມີຜູ້ລໍຄິວ.

ຂ່າວຈາກ: ສະຫວັນພັດທະນາ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2020 ແລະ ປະຈໍາ 5 ປີ
Next Post: ແພດໝໍລາວຫລາຍກວ່າ 600 ຄົນທີ່ເປັນກຸ່ມສ່ຽງ ໄດ້ຮັບການສັກວັກຊິນປ້ອງກັນໂຄວິດ

Related Posts

ແຈ້ງເຕືອນ! 2 ຫາ 5 ມີນາ 2020 ແມ່ນຈະມີສະພາບອາກາດປ່ຽນແປງໄວ ຂ່າວສານບ້ານເມືອງ
ການບໍລິຫານຈັດການອ່າງນ້ຳ ຂອງເຂື່ອນໄຟຟ້ານ້ຳຕົກ ແລະ ແຜນຮັບມືສຸກເສີນ ໃນລະດູຝົນ ຂ່າວສານບ້ານເມືອງ
ດ່ວນ! ສະຫວັນນະເຂດສັ່ງລ໋ອກດາວເຂັ້ມງວດ ຂ່າວສານບ້ານເມືອງ
ໄຂ້ເລືອດອອກລະບາດ ທີ່ ໄຊຍະບູລີ ມີຜູ້ຕິດເຊື້ອ ຫຼາຍກວ່າ 100 ກໍລະນີແລ້ວ ຂ່າວສານບ້ານເມືອງ
ງົບ 7,4 ຕື້ກີບ ສໍາເລັດ ແຕ້ມເສັ້ນທາງຈາລະຈອນ 8 ເສັ້ນ ໃນນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ເກີດເຫດ! ຂ້ າ ຕ ະ ກຳ ພໍ່ ອ າ ຍຸ 60 ປີ ເ ສ ຍ ຊີ ວິ ດ ຄ າ ທີ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme