ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2020 ແລະ ປະຈໍາ 5 ປີ (2016-2020) ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 28 ມັງກອນ 2021 ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຜູ້ປະຈໍາການເລຂາທິການສູນກາງພັກສະໄໝ XI, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ມີ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກສະໄໝທີ XI, ບັນດາສະຫາຍຄະນະປະຈຳພັກ, ກະຊວງ-ອົງການ, ແຂວງ, ນະຄອນ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ບັນດາປະທານ-ຮອງປະທານຄະນະກວດກາກະຊວງ-ອົງການ, ແຂວງ-ນະຄອນຫລວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ສີໃນ ມຽງລາວັນ ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາລັດຖະບານ ຂຶ້ນຜ່ານຮ່າງບົດສະຫລຸບຕີລາຄາການເຄື່ອນໄຫວວຽກງານຕິດຕາມ-ກວດກາ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫລວງປະຈໍາ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີໃນຕໍ່ໜ້າ. ໄລຍະຜ່ານມາຄະນະພັກ, ອົງການປົກຄອງຄະນະກວດກາພັກ-ອົງການກວດກາລັດແຕ່ລະຂັ້ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານກວດກາຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ໂດຍໄດ້ສືບຕໍ່ຄົ້ນຄວ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ III ເປັນນິຕິກໍາ ຈໍານວນໜຶ່ງ ເປັນຕົ້ນ ອອກຂໍ້ກໍານົດ ວ່າດ້ວຍລະບຽບການ ຄົ້ນຄວ້າພິຈາລະນາຄໍາຮ້ອງຟ້ອງ, ຮ້ອງທຸກ-ຄໍາສະເໜີ; ຂໍ້ກໍານົດ ວ່າດ້ວຍລະບຽບການຕິດຕາມ, ກວດກາ ຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ບັນດາອົງການອໍານາດລັດ; ຮ່າງບົດບັນທຶຶກການພົວພັນ ລະຫວ່າງ ອົງການກວດກາລັດຖະບານ ກັບກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໃນການດໍາເນີນຄະດີສໍ້ລາດບັງຫລວງ; ຮ່າງກໍານົດວ່າດ້ວຍລະບຽບໃຫ້ສື່ມວນຊົນ ແລະ ປະຊາຊົນເຂົ້າຮ່ວມຕິດຕາມ, ກວດກາການປະຕິບັດໜ້າທີ່ ແລະ ການດໍາລົງຊີວິດຂອງສະມາຊິກພັກ-ພະນັກງານ ມະຕິວ່າດ້ວຍການແກ້ໄຂພະຍາອາດຍາສິດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ຂອງຄະນະບໍລິຫານງານສູນກາງພັກ ແລະ ອື່ນໆ.ສຳລັບວຽກງານຕິດຕາມກວດກາບໍລິຫານລັດ, ສະກັດກັ້ນ-ຕ້ານການສໍ້ລາດບັງຫລວງ ແລະ ສືບສວນ-ສອບສວນ ຄະນະພັກ-ຄະນະນໍາ, ຄະນະກວດກາແຕ່ລະຂັ້ນໄດ້ນໍາພາ-ຊີ້ນໍາດໍາເນີນການຕິດຕາມກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ເປັນຕົ້ນ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໂຄງການກໍ່ສ້າຂົວທາງ-ເຄຫາ ແລະ ກໍ່ສ້າງຊົນລະປະທານຈໍານວນໜຶ່ງ; ການຕິດຕາມ-ກວດກາຕາມຜົນການກວດສອບ, ກວດກາຕາມຄໍາສັ່ງ; ຊີ້ນໍາການຕິດຕາມ-ຊຸກຍູ້ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ແລະ ອື່ນໆ. ສ່ວນວຽກງານຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ໄດ້ນໍາພາ-ຊີ້ນໍາການຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ຂອງພົນລະເມືອງທີ່ມີຕໍ່ການຈັດຕັ້ງພັກ, ອົງການບໍລິຫານລັດ, ການປະຕິບັດໜ້າທີ່ຂອງສະມາຊິກພັກ-ພະນັກງານ ຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ອື່ນໆ.

ນອກຈາກນີ້, ຜູ້ເຂົ້າຮ່ວມກອງງປະຊຸມ ຍັງໄດ້ຮັບຟັງລາຍງານລົງເລີກກ່ຽວກັບວຽກງານຕິດຕາມ-ກວດກາພັກ, ວຽກງານການກວດກາຕາມຜົນຂອງການກວດສອບ, ວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫລວງ ແລະ ສືບສວນ-ສອບສວນ, ວຽກງານຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີ ແລະ ວຽກງານຕິດຕາມ-ກວດກາການປະຕິບັດຜົນຂອງການກວດສອບ ຈາກບັນດາກົມທີ່ກ່ຽວຂ້ອງ ແລະ ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄໍາເຫັນຕາມການເຈາະຈີ້ມຂອງປະທານກອງປະຊຸມ.