Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

5 ປີ ຜ່ານມາ ຂະແໜງສາທາລະນະສຸກ ສາມາດປະຕິບັດໄດ້ 8 ແຜນງານ

Posted on 28/01/202128/01/2021 By News No Comments on 5 ປີ ຜ່ານມາ ຂະແໜງສາທາລະນະສຸກ ສາມາດປະຕິບັດໄດ້ 8 ແຜນງານ

ໃນໄລຍະ 5 ປີ ຜ່ານມາ ຂະແໜງການສາທາລະນະສຸກ ໄດ້ຜັນຂະຫຍາຍເນື້ອໃນ, ຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ໂດຍກໍານົດແຜນຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະ II (2016-2020) ເລັ່ງໃສ່ 5 ຂົງເຂດບູລິມະສິດ ໃນການພັດທະນາຊັບພະຍາກອນມະນຸດ, ການເງິນ ສາທາລະນະສຸກ, ການຄຸ້ມຄອງບໍລິຫານ, ການບໍລິການສຸຂະພາບ ແລະ ຂໍ້ມູນຂ່າວສານສາ ທາລະນະສຸກ, ພ້ອມຈັດຕັ້ງແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ VII ຊຶ່ງປະກອບດ້ວຍ 8 ແຜນງານ, 42 ແຜນງານຍ່ອຍ ແລະ 97 ໂຄງການ, ຊຶ່ງທັງໝົດເພື່ອບັນລຸ 11 ຕົວຊີ້ບອກ ສະພາແຫ່ງຊາດໄດ້ຮັບຮອງ.

ໃນວັນທີ 28 ມັງກອນ 2021, ທີ່ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມສາທາລະນະສຸກ ທົ່ວປະເທດ ຄັ້ງທີ VIII ໂດຍການເປັນປະທານຂອງ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະ ຊວງສາທາລະນະສຸກ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ, ຜູ້ຕາງໜ້າຄະນະກໍາມະການວັດທະນາທໍາ-ສັງຄົມ ສະພາແຫ່ງຊາດ, ຄູ່ຮ່ວມພັດທະນາ, ບັນດາຂະແໜງ ການອ້ອມຂ້າງທັງສູນກາງ ແລະ ທ້ອງຖິ່ນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

Image may contain: 4 people

ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນເພື່ອເຜີຍແຜ່-ເຊື່ອມຊຶມ, ເອກະພາບຕໍ່ບົດສະຫລຸບ ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ 5 ປີ ຄັ້ງທີ VIII (2016-2020), ວຽກງານສາທາລະນະສຸກປະຈາປີ 2020 ແລະ ການຈັດຕັ້ງຜັນຂະຫຍາຍແຜນການ 5 ປີ ຄັ້ງ ທີ IX (2021-2025) ແລະ ແຜນປະຈໍາປີ 2011; ການຈັດຕັ້ງຜັນຂະຫຍາຍຍຸດທະສາດປະຕິຮູບສາທາລະນະສຸກ ໄລຍະທີ II (2011-2025); ພ້ອມກັບຕີລາຄາການຄວບຄຸມ ແລະ ໂຕ້ຕອບກັບການ ລະບາດຂອງພະຍາດ ໂຄວິດ-19 ປີ 2020 ແລະ ແຜນດໍາເນີນງານໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ທ່ານ ດຣ. ບຸນກອງ ສີຫາວົງ ໄດ້ກ່າວວ່າ: ຜ່ານການປະຕິບັດບັນດານະ ໂຍບາຍຂອງພັກ ແລະ ລັດ ນັບແຕ່ປີ 2016-2020 ສາມາສັງລວມໄດ້ 8 ແຜນງານ ຄື: ແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບ; ແຜນງານກັນພະຍາດ ແລະ ຄວບຄຸມພະຍາດຕິດຕໍ່; ແຜນງານບໍ ລິການສຸຂະພາບ; ແຜນງານປົກປ້ອງຜູ້ບໍລິໂພກ, ຢາ ແລະ ຜະລິດຕະພັນການແພດ; ແຜນງານຄຸ້ມຄອງພັດທະນາພະນັກງານ ແລະ ຄົ້ນຄວ້າວິທະຍາສາດ; ແຜນງານການເງິນສາທາລະນະສຸກ; ແຜນງານແຜນການ ແລະ ການຮ່ວມມື; ແຜນງານບໍລິຫານຄຸ້ມຄອງ ແລະ ກວດກາ

Image may contain: one or more people and indoor

ພ້ອມນີ້, ຍັງມີ 42 ແຜນງານຍ່ອຍ ແລະ 97 ໂຄງການ, ຊຶ່ງແຜນງານອະນາໄມ ແລະ ສົ່ງເສີມສຸຂະພາບ ການບໍລິການສຸຂະພາບ ແມ່ ແລະ ເດັກ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວທົ່ວເຖິງ ແລະ ຄຸນນະພາບດີ ຂຶ້ນ ລົງຮອດບ້ານ/ກຸ່ມບ້ານ ແລະ ສຸກສາລາ, ວຽກໂພຊະນາການ ແລະ ອະນາໄມ 3 ສະອາດ ໄດ້ຮັບການເອົາໃຈໃສ່ ຄຽງຄູ່ກັບການພັດທະນາຊົນນະບົດ ດ້ວຍການສ້າງບ້ານສາທາລະນະສຸກແບບຢ່າງ, ກົດໝາຍອະນາໄມ ແລະ ສົ່ງເສີມ ສຸຂະພາບ ໄດ້ຮັບການປັບປຸງ, ນະໂຍບາຍຮັກສາສຸຂະພາບຂັ້ນຕົ້ນ ໄດ້ປັບປຸງຄືນໃໝ່, ຈໍານວນປັດຈຸບັນ ມີບ້ານສາທາລະນະສຸກແບບຢ່າງ ກວມເອົາ 78,9% ຂອງບ້ານທັງໝົດ, ເພີ່ມຂຶ້ນ 118 ບ້ານສົມທຽບໃສ່ ປີ 2016 ແລະ ຈໍານວນອາສາສະໝັກບ້ານ ເພີ່ມຂຶ້ນ ທຽບໃສ່ 5 ປີຜ່ານມາ, ປັດຈຸບັນມີອາສາສະໝັກບ້ານ 13.722 ຄົນ; ແຜນງານການກັນພະຍາດ ແລະ ຄວບຄຸມພະຍາດຕິດຕໍ່ ຕາໜ່າງລະບົບເຝົ້າລະວັງພະຍາດ ກວມເອົາທຸກແຂວງ ແລະ ເມືອງທົ່ວປະເທດ, ສາມາດຄວບຄຸມການລະບາດ ທີ່ເກີດຂຶ້ນຕາມລະດູການ ແລະ ໄພພິບັດຕ່າງໆ; ລະບົບຕິດ ຕາມເຝົ້າລະວັງ ລາຍງານປະຈໍາອາທິດ (18 ພະຍາດ) ໂດຍມີກົນໄກປະສານສົມທົບ ແລະ ຮ່ວມມືກັນ ສູມໃສ່ IHR, ຜ່ານມາບໍ່ມີພະຍາດລະບາດຮ້າຍແຮງ ແລະ ໄດ້ລົງຊ່ວຍແກ້ໄຂໄພພິບັດຕ່າງໆ.

ທ່ານ ດຣ. ບຸນກອງ ສີຫາວົງ ຍັງໃຫ້ຮູ້ອີກວ່າ: ສຳລັບແຜນງານການບໍລິການສຸຂະພາບ ຕາໜ່າງບໍລິການປິ່ນປົວໄດ້ຮັບການປັບປຸງຢ່າງທົ່ວເຖິງ ແລະ ມີຄຸນນະພາບ ທົ່ວປະເທດມີໂຮງໝໍນ້ອຍ 1.069 ແຫ່ງ, ສະເລ່ຍ 6-8 ບ້ານ ມີໂຮງໝໍນ້ອຍໜຶ່ງແຫ່ງ ແລະ ເມືອງໜຶ່ງມີໂຮງໝໍນ້ອຍ 6-8 ແຫ່ງ; ມີໂຮງໝໍເມືອງ 135 ແຫ່ງ, ໂຮງໝໍແຂວງ 17 ແຫ່ງ, ໂຮງໝໍສູນກາງ 5 ແຫ່ງ ແລະ ສູນບໍລິ ການປິ່ນປົວສະເພາະ 7 ແຫ່ງ (ສູນການແພດຟື້ນຟູໜ້າທີ່ການ, ໄຂ້ຍຸງ, ຕາ, ວັນນະໂລກ, ວິເຄາະ ແລະ ລະບາດວິທະຍາ, ຜິວໜັງ, ເອສ ແລະ ພຕພ); ມີໂຮງໝໍເອກະຊົນ 27 ແຫ່ງ, ຫ້ອງກວດພະ ຍາດ 1.050 ແຫ່ງ.

ຂ່າວ: ສົມຫວັງ ພາບ: ອ່າຍຄໍາ

ຂ່າວສານບ້ານເມືອງ

Post navigation

Previous Post: 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະພາແຫ່ງຊາດ
Next Post: ມອບເຄື່ອງຊ່ວຍເຫຼືອໃຫ້ພະນັກງານປະຕິວັດທີ່ເສຍອົງຄະ ທີ່ສູນເຊ 17

Related Posts

ຂ່າວດີປີໃໝ່ລາວ! ປັບລາຄາລົງນ້ຳມັນເຊື້ອໄຟທຸກຊະນິດ ເລີ່ມ 9 ເມສາ 2022 ຂ່າວສານບ້ານເມືອງ
ຂ່າວດ່ວນ! ປະຕິບັດການຊອກຫາ ຄົນຕິດ ໂຄວິດ ໜີອອກຈາກສູນ ທີ່ ເມືອງຈໍາພອນ ຂ່າວສານບ້ານເມືອງ
ສະເທືອນຂວັນສາມສົບພໍ່ແມ່ລູກສາວ ຂ່າວສານບ້ານເມືອງ
ຄຳສັ່ງດ່ວນທີ່ສຸດ! ຫ້າມເດີນທາງໄປຕ່າງແຂວງ, ຫ້າມອອກຈາກເຮືອນ, ເຮັດວຽກຢູ່ເຮືອນ ແລະ ອື່ນໆ ຂ່າວສານບ້ານເມືອງ
ພົບແລ້ວ 2ຄົນຮ່າງຜູ້ສູນຫາຍຈາກເຮືອຫລົ້ມທີ່ບ້ານຫນອງຟູນໄຊ ຂ່າວສານບ້ານເມືອງ
ເລັ່ງຈັບໂດຍດ່ວນ! ໂຈນປຸ້ນຮ້ານຄຳປິດຊີບເຈົ້າຂອງຮ້ານ ທັງສອງຜົວເມຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme