Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະພາແຫ່ງຊາດ

Posted on 28/01/202128/01/2021 By News No Comments on 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະພາແຫ່ງຊາດ

ຕໍ່ໜ້າສະພາບການຂອງກະແສຟອງປະຕິວັດ ຂອງ 3 ຊາດ: ລາວ, ຫວຽດນາມ ແລະ ກໍາປູເຈຍ ທີ່ສຸກງອມ ສາມາດຍາດໄດ້ໄຊຊະນະຢ່າງລຽນຕິດ, ກອງປະຊຸມສູນກາງພັກ ໃນປີ 1975 ໄດ້ວາງທິດທາງ ແລະ ໜ້າທີ່ລວມໃນການຕໍ່ສູ້ຍາດເອົາໄຊຊະນະຂັ້ນສຸດທ້າຍ ຂອງການປະຕິວັດລາວ ໂດຍນໍາໃຊ້ 3 ບາດຄ້ອນຍຸດທະສາດ.

Image may contain: 3 people, indoor

ພາຍຫລັງທີ່ໄດ້ມີການລຸກຮື້ຂຶ້ນຢຶດອໍານາດ ໃນຂອບເຂດທົ່ວປະເທດ ມາໃນວັນທີ 23 ສິງຫາ ປີ 1975 ຊາວນະຄອນຫລວງວຽງຈັນທຸກຊັ້ນຄົນ ໄດ້ໂຮມຊຸມນຸມໂຄ່ນລົ້ມອໍານາດການປົກຄອງເກົ່າເນົ່າເໝັນຂອງຈັກກະພັດລ່າເມືອງຂຶ້ນ ແລະ ພວກປະຕິການຂາຍຊາດຢ່າງສິ້ນເຊິງ, ອັນເປັນການມ້ວນທ້າຍຂອງຂະ ບວນຢຶດອຳນາດໃນຂອບເຂດທົ່ວປະເທດ ແລ້ວສ້າງຕັ້ງອໍານາດການປົກຄອງປະຕິວັດຂຶ້ນແທນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ນະຄອນຫລວງວຽງຈັນ ມາໃນວັນທີ 2 ທັນວາ ປີ 1975 ກອງປະຊຸມໄດ້ເປັນເອກະສັນກັນ ຜ່ານບັນດາມະຕິອັນເປັນປະຫວັດການ: ຕົກລົງລົບລ້າງລະບອບລາຊາທິປະໄຕທີ່ຫລ້າສະໄໝ ແລະ ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ, ສ້າງ ຕັ້ງສະພາປະຊາຊົນສູງສຸດ, ແຕ່ງຕັ້ງປະທານປະເທດ, ສ້າງຕັ້ງລັດຖະບານ ສປປ ລາວ. ກໍານົດທຸງຊາດ, ເພງຊາດ ແລະ ພາສາທາງການ ເຊິ່ງເປັນການໄຂສັງກາດໃໝ່-ສັງກາດແຫ່ງເອກະລາດ ອິດສະຫລະພາບທີ່ແທ້ຈິງຂອງປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ. ຖືໄດ້ວ່າ ວັນທີ 2 ທັນວາ ປີ 1975 ເປັນວັນສ້າງຕັ້ງສະພາປະຊາຊົນສູງສຸດ ໃນເມື່ອກ່ອນ ກໍຄື ສະພາແຫ່ງຊາດໃນປັດຈຸບັນ.ສະພາປະຊາຊົນສູງສຸດ ຊຸດທີ I ປະກອບມີສະມາຊິກຈຳນວນ 45 ທ່ານ, ເພດຍິງ 4 ທ່ານ ກວມເອົາ 8,89% ໄດ້ເລືອກຕັ້ງເອົາທ່ານ ສຸພານຸວົງ ເປັນປະທານ; ທ່ານ ສີສົມພອນ ລໍວັນໄຊ, ທ່ານ ສີທົນ ກົມມະດໍາ, ທ່ານ ໄຟດ່າງ ລໍເບຼຍຢາວ ເປັນຮອງປະທານ ແລະ ທ່ານ ຄໍາສຸກ ແກ້ວລາ ເປັນຮອງ ປະ ທານ ທັງເປັນເລຂາທິການໃຫຍ່ສະພາປະຊາຊົນສູງສຸດ ຊຸດທີ I, ປະກອບມີ 3 ກໍາມາທິການຄື: ກໍາມາທິການຮ່າງລັດຖະທໍາມະນູນ, ກໍາມາທິການລັດຖະບັນຍັດ ແລະ ກົດໝາຍເລືອກຕັ້ງ, ກໍາມາທິການແຜນການ ແລະ ການເງິນ ແລະ ຫ້ອງວ່າການ.

Image may contain: 9 people, people sitting, table and indoor

ສະພາປະຊາຊົນສູງສຸດ ຊຸດທີ I ໄດ້ເຮັດບົດບາດຕົ້ນຕໍໃນການເຕົ້າໂຮມຄວາມສາມັກຄີປວງຊົນ ລາວທັງຊາດ, ປົກປັກຮັກສາໝາກຜົນຂອງການປະຕິວັດ ກໍຄືຄວາມເປັນເອກະລາດແຫ່ງຊາດໄວ້ໄດ້ຢ່າງ ໝັ້ນຄົງ. ຟື້ນຟູເສດຖະກິດ, ວັດທະນະທໍາ-ສັງຄົມ, ຮໍາບາດແຜສົງຄາມ ແລະ ປົວແປງຊີວິດການເປັນຢູ່ ຂອງປວງຊົນລາວບັນດາເຜົ່າໃຫ້ນັບມື້ດີຂຶ້ນ, ເພື່ອປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄດ້ພິຈາລະນາ ແລະ ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ເທື່ອທີ I (1980-1985).

Image may contain: 9 people, people standing and outdoor

ໂດຍປະຕິບັດຕາມແນວທາງການປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງພັກ, ມາໃນວັນທີ 26 ມີນາ 1989 ໄດ້ມີການເລືອກຕັ້ງສະມາຊິກສະພາປະຊາຊົນສູງສຸດ ຊຸດທີ II ມີສະມາຊິກ 79 ທ່ານ, ເພດຍິງ 6 ທ່ານ ກວມເອົາ 6,33% ໄດ້ເລືອກຕັ້ງເອົາທ່ານ ໜູຮັກ ພູມສະຫວັນ ເປັນປະທານ, ທ່ານ ທອງສິງ ທໍາມະວົງ ເປັນຮອງປະທານ, ມີຄະນະປະຈໍາ 6 ທ່ານ ແລະ ປະກອບມີ 5 ກໍາມາທິການ ຄື: ກໍາມາທິການກົດໝາຍ, ກໍາມາທິການແຜນການ ແລະ ການເງິນ, ກໍາມາທິການເລຂານຸການ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການພົວພັນຕ່າງປະເທດ ແລະ ຫ້ອງວ່າການ.

Image may contain: 2 people, tree, table and outdoor

ສະພາປະຊາຊົນສູງສຸດ ຊຸດທີ II, ມີຜົນງານອັນໃຫຍ່ຫລວງໃນການຮ່າງລັດຖະທໍາມະນູນແຫ່ງ ຊາດ ສະບັບທໍາອິດຂອງ ສປປລາວ ເຊິ່ງຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະ ພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 14 ສິງຫາ 1991 ແລະ ໄດ້ປະກາດໃຊ້ຕາມລັດຖະດໍາລັດຂອງ ປະທານປະເທດ ສະບັບເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991.

Image may contain: 3 people, people standing

ປະຕິບັດຕາມລັດຖະທໍາມະນູນ ແຫ່ງ ສປປລາວ ໃນວັນທີ 20 ທັນວາ 1992 ໄດ້ມີການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ III, ປະກອບມີ 85 ທ່ານ, ເພດຍິງ 8 ທ່ານ ກວມເອົາ 9,41%, ໄດ້ເລືອກຕັ້ງເອົາ ທ່ານ ສະໝານ ວິຍະເກດ ເປັນປະທານ, ທ່ານ ຄໍາບູ່ ສຸນິໄຊ ແລະ ທ່ານ ວົງເພັດ ໄຊເກີຢາຈົງຕົວ ເປັນຮອງປະທານ, ມີຄະນະປະຈໍາ 7 ທ່ານ ແລະ ປະກອບມີ 6 ກໍາມາທິການ ຄື: ກໍາມາທິການເລຂານຸການ, ກໍາມາທິການກົດໝາຍ, ກໍາມາທິການເສດຖະກິດ-ແຜນການ ແລະ ການເງິນ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການບັນດາເຜົ່າ, ກໍາມາທິການການຕ່າງປະເທດ ແລະ ຫ້ອງວ່າການສະພາແຫ່ງຊາດ. ສໍາລັບຢູ່ທ້ອງຖິ່ນ ໄດ້ສ້າງຕັ້ງໜ່ວຍສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ເຊິ່ງປະກອບດ້ວຍ 18 ເຂດເລືອກຕັ້ງ.

Image may contain: 2 people

ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ III, ໄດ້ຮັບຮອງເອົາການປ່ຽນຊື່ ຈາກສະພາປະຊາຊົນສູງສຸດ ມາເປັນສະພາແຫ່ງຊາດ ເພື່ອໃຫ້ສອດຄ່ອງກັບການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍສະພາແຫ່ງຊາດ.

Image may contain: people on stage

ສໍາພາດທ່ານ ທອງສິງ ທໍາມະວົງ ອະດີດຮອງປະທານສະພາປະຊາຊົນສູງສຸດ ຊຸດທີ II 0,5 ນາທີ ວັນທີ 21 ທັນວາ ປີ 1997 ໄດ້ມີການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IV, ປະກອບມີ 99 ທ່ານ, ເພດຍິງ 21 ທ່ານ ກວມເອົາ 21,21%, ໄດ້ເລືອກຕັ້ງເອົາທ່ານ ສະໝານ ວິຍະເກດ ເປັນປະ ທານ, ທ່ານ ຄໍາບູ່ ສຸນິໄຊ, ທ່ານ ວົງເພັດ ໄຊເກີຢາຈົງຕົວ, ທ່ານ ນາງ ອ່ອນຈັນ ທໍາມະວົງ ເປັນຮອງປະທານ; ມີຄະນະປະຈໍາ 8 ທ່ານ.

ມາໃນວັນທີ 24 ກຸມພາ 2002 ໄດ້ມີການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ V, ປະ ກອບມີ 109 ທ່ານ, ເພດຍິງ 25 ທ່ານ ກວມເອົາ 22,94%, ໄດ້ເລືອກຕັ້ງເອົາ ທ່ານ ສະໝານ ວິຍະເກດ ເປັນປະທານ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ ເປັນຮອງປະທານ. ມີຄະນະປະຈໍາ 7 ທ່ານ.

ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ V ໄດ້ພິຈາລະນາ ແລະຮັບຮອງເອົາລັດຖະທໍາມະນູນສະບັບປັບປຸງ ຄັ້ງທີ 1 ເຊິ່ງເຫດຜົນໃນການປັບປຸງ ແມ່ນເພື່ອສືບຕໍ່ຜັນຂະ ຫຍາຍແນວທາງການປ່ຽນແປງໃໝ່ຮອບດ້ານ ແລະມີຫຼັກການຂອງພັກເຮົາ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມດ້ານເສດຖະກິດ, ການລົງທຶນ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

No photo description available.

ວັນທີ 30 ເມສາ 2006 ໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VI, ປະກອບມີ 115 ທ່ານ, ເພດຍິງ 29 ທ່ານ ກວມເອົາ 25,21%, ໄດ້ເລືອກຕັ້ງເອົາທ່ານ ທອງສິງ ທໍາມະວົງ ເປັນປະທານ, ທ່ານ ນາງ ປານີ ຢາທໍ່ຕູ້ ແລະ ທ່ານ ໄຊສົມພອນ ພົມວິຫານ ເປັນຮອງປະທານ, ມີຄະນະປະຈໍາ 9 ທ່ານ.

ໃນວັນທີ 30 ເມສາ 2011 ໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII, ປະກອບມີ 132 ທ່ານ, ເພດຍິງ 33 ທ່ານ ກວມເອົາ 25%; ໄດ້ເລືອກຕັ້ງເອົາ ທ່ານ ນາງ ປານີ ຢາທໍ່ຕູ້ ເປັນປະທານ, ທ່ານ ໄຊສົມພອນ ພົມວິຫານ ແລະ ທ່ານ ສົມພັນ ແພງຄໍາມີ ເປັນຮອງປະທານ, ມີຄະນະປະຈໍາ 10 ທ່ານ.

Image may contain: one or more people, people on stage and indoor

ມາຮອດກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຊຸດທີ VII ໄດ້ຮັບຮອງເອົາລັດຖະ ທໍາມະນູນສະບັບປັບປຸງ ຄັ້ງທີ 2 ເຊິ່ງເຫດຜົນໃນການປັບປຸງ ແມ່ນເພື່ອຜັນຂະຫຍາຍທິດຊີ້ນໍາວຽກງານ 3 ສ້າງຂອງພັກເຮົາ ໃຫ້ເຂົ້າສູ່ລວງເລິກ ເຊິ່ງໄດ້ປັບປຸງລະບົບກົງຈັກການຈັດຕັ້ງຂອງອົງການລັດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍມີຄວາມສັກສິດ ແລະ ເຂັ້ມງວດ.

ໂຄງປະກອບກົງຈັກຂອງສະພາແຫ່ງຊາດ ແຕ່ຊຸດທີ IV ຫາຊຸດທີ VII ປະກອບມີ 6 ກໍາມາທິການ ຄື: ກໍາມາທິການກົດໝາຍ, ກໍາມາທິການເສດຖະກິດ ແຜນການ ແລະການເງິນ, ກໍາມາທິການວັດທະນະທໍາ-ສັງຄົມ, ກໍາມາທິການບັນດາເຜົ່າ, ກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ກໍາມາທິການການຕ່າງປະເທດ, ຫ້ອງວ່າການສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ 18 ເຂດເລືອກຕັ້ງ.

ວັນທີ 20 ເມສາ 2016 ໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VIII, ປະກອບມີ 149 ທ່ານ, ເພດຍິງ 41 ທ່ານ ກວມເອົາ 27,52%, ໄດ້ເລືອກຕັ້ງເອົາ ທ່ານ ນາງ ປານີ ຢາທໍ່ຕູ້ ເປັນປະທານ, ທ່ານ ພົນໂທ ແສງນວນ ໄຊຍະລາດ, ທ່ານ ສົມພັນ ແພງຄໍາມີ, ທ່ານ ບຸນປອນ ບຸດຕະນະວົງ ແລະທ່ານ ນາງ ສີໃສ ລືເດດມູນສອນ ເປັນຮອງປະທານ. ມີຄະນະປະຈໍາ 14 ທ່ານ, ປະກອບດ້ວຍ 8 ກໍາມາທິການ ເພີ່ມຂຶ້ນຈາກສະພາແຫ່ງຊາດຊຸດຜ່ານມາ 2 ກໍາມາທິການ ຄື: ກຳມາທິການຍຸຕິທຳ, ກຳມາທິການແຜນການ ການເງິນ ແລະ ການກວດສອບ, ປ່ຽນຊື່ຫ້ອງວ່າການສະພາແຫ່ງຊາດໃນເມື່ອກ່ອນ ມາເປັນຄະນະເລຂາທິການສະພາແຫ່ງຊາດ ສໍາລັບຢູ່ທ້ອງຖິ່ນຮັກສາກົງຈັກຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ. ນອກນັ້ນ, ແຕ່ສະພາແຫ່ງຊາດ ຊຸດທີ VII ເປັນຕົ້ນມາ ຄະນະປະຈໍາສະພາແຫ່ງຊາດ ໄດ້ສ້າງຕັ້ງກົງຈັກເສນາທິການຊ່ວຍວຽກຄື: ຄະນະສະມາຊິກສະພາແຫ່ງຊາດເພດຍິງ, ຄະນະຮັບ ຜິດຊອບວຽກງານເຂດເລືອກຕັ້ງ ແລະ ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ.

ຕະຫລອດໄລຍະ 45 ປີຜ່ານມາ, ສະພາແຫ່ງຊາດ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມທີ່ລັດຖະທໍາມະນູນ ແລະ ກົດໝາຍກໍານົດດ້ວຍຄວາມຮັບຜິດຊອບສູງ. ໃນນັ້ນ, ສາມາດພິຈາລະນາຮັບຮອງເອົາລັດຖະທໍາມະນູນ ແລະ ກົດໝາຍ ໄດ້ທັງໝົດ 152 ສະບັບ; ເຊິ່ງກວມເອົາຂົງເຂດປົກຄອງ ແລະຍຸຕິທໍາ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະກິດ, ຂົງເຂດວັດທະນະທໍາ-ສັງຄົມ ແລະ ຂົງເຂດການຕ່າງປະເທດ.

ສະພາແຫ່ງຊາດ ໄດ້ພິຈາລະນາຮັບຮອງເອົາໂຄງປະກອບກົງຈັກຂອງສະພາແຫ່ງຊາດ, ລັດຖະບານ, ເລືອກຕັ້ງປະທານປະເທດ, ຮອງປະທານປະເທດ, ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ ແລະ ຄະນະປະຈໍາສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ; ຮັບຮອງເອົາການສະເໜີແຕ່ງຕັ້ງປະ ທານ, ຮອງປະທານກໍາມາທິການ, ເລຂາທິການສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕີ ແລະສະ ມາຊິກລັດຖະບານ, ພິຈາລະນາ ແລະ ຮັບຮອງເອົາແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາໃນແຕ່ລະໄລຍະ, ແຜນການລົງທຶນຂະໜາດໃຫຍ່ ໂດຍສະເພາະການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ແຕ່ບໍ່ເຕັນຫານະຄອນຫລວງວຽງຈັນ; ໄດ້ຮັບຮອງເອົາການສ້າງຕັ້ງແຂວງໄຊສົມບູນ, ຊື່ເອີ້ນ ແລະ ຈໍານວນຊົນເຜົ່າໃນ ສປປ ລາວ ເຊິ່ງມີຈໍານວນ 50 ຊົນເຜົ່າ ແລະ ໄດ້ຈັດຕາມ 4 ໝວດພາສາຄື: ໝວດພາສາລາວ-ໄຕ, ໝວດພາສາມອນ-ຂະແມ, ໝວດພາສາມົ້ງ-ອິວມຽນ ແລະ ໝວດພາສາຈີນ-ຕິເບດ; ພິຈາລະນາ, ຮັບ ຮອງເອົາການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາ ຊົນສູງສຸດ, ອົງການກວດສອບແຫ່ງລັດ. ຄຽງຄູ່ກັນນັ້ນ, ຄະນະປະຈຳສະພາແຫ່ງຊາດ ໄດ້ຕົກລົງໃຫ້ສັດຕະຍາບັນແກ່ສັນຍາ ແລະ ສົນທິ ສັນຍາສາກົນ ລວມທັງໝົດ 149 ສະບັບ ເຊິ່ງພົວພັນກັບຂົງເຂດການ ເມືອງ-ຄວາມໝັ້ນຄົງ, ເສດຖະ ກິດ-ການຄ້າ, ການລົງທຶນ, ວັດທະນະທໍາ-ສັງຄົມ ແລະ ຂົງເຂດອື່ນໆ.

ນອກຈາກນັ້ນ ສະພາແຫ່ງຊາດ ຍັງໄດ້ເພີ່ມທະວີການຕິດຕາມກວດກາການເຄົາລົບປະຕິບັດລັດ ຖະທໍາມະນູນ, ກົດໝາຍຂອງບັນດາອົງການລັດ. ຜ່ານການຕິດຕາມກວດກາ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຕາມກົດໝາຍ ນັບມື້ມີຜົນສັກສິດ, ການຄຸ້ມຄອງງົບປະມານຂອງລັດ ມີປະສິດທິຜົນສູງຂຶ້ນ, ປາກົດການຫຍໍ້ທໍ້ໃນສັງຄົມ ໄດ້ຮັບການແກ້ໄຂຢ່າງຕໍ່ເນື່ອງ.

ປະຕິບັດແນວທາງການຕ່າງປະເທດຂອງພັກ ສະພາແຫ່ງຊາດ ໄດ້ເສີມຂະຫຍາຍການພົວພັນຮ່ວມມືກັບລັດຖະສະພາບັນດາປະເທດ ໃນພາກພື້ນ ແລະສາກົນ ເຊິ່ງໄດ້ເອົາໃຈໃສ່ສືບຕໍ່ເສີມຂະຫຍາຍການຮ່ວມມືກັບສະພາແຫ່ງຊາດປະເທດເພື່ອນມິດຍຸດທະສາດ ພິເສດ, ສະພາແຫ່ງຊາດລາວ ໄດ້ຮັບການສະໜັບສະໜູນຊ່ວຍເຫລືອຈາກ ສສ.ຫວຽດນາມ ແລະ ສປຈີນ ສະແດງອອກແລກປ່ຽນການຢ້ຽມຢາມຄະນະຜູ້ແທນຂັ້ນສູງ ແລະ ລະດັບຕ່າງໆ, ການຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາ ຊິກສະພາປະຊາຊົນຂັ້ນແຂວງ,ເສນາທິການຮັບໃຊ້ວຽກງານຂອງສະພາແຫ່ງຊາດ, ການຊ່ວຍເຫລືອທາງດ້ານເຕັກນິກອຸປະກອນ ແລະ ການກໍ່ສ້າງພື້ນຖານໂຄງລ່າງ.

ສະພາແຫ່ງຊາດ ໄດ້ເຂົ້າເປັນສະມາຊິກຂອງ 11 ອົງການ ແລະ 2 ເວທີປຶກສາຫາລື, ໄດ້ສ້າງຕັ້ງຄະນະມິດຕະພາບ ກັບບັນດາລັດຖະສະພາປະເທດເພື່ອນມິດ ຈໍານວນ 33 ປະເທດ ເຊິ່ງໄດ້ເຄື່ອນໄຫວແລກ ປ່ຽນການຢ້ຽມຢາມສັນຖະວະໄມຕີເຊິ່ງກັນ ແລະ ກັນ ໂດຍໄດ້ຮັບການເຊື່ອໝັ້ນ, ໄວ້ວາງໃຈຈາກເພື່ອນມິດສາກົນ ສະພາແຫ່ງຊາດ ຍັງໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມລະດັບພາກພື້ນ ແລະ ສາ ກົນຈໍານວນໜຶ່ງ.

Image may contain: 1 person, standing

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງແຕ່ລະໄລຍະ ສະພາແຫ່ງຊາດໄດ້ ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ສະມາຊິກສະພາແຫ່ງຊາດ ແລະ ເສນາທິການ, ກໍ່ສ້າງພື້ນຖານໂຄງລ່າງ ແລະ ວັດຖຸອຸປະກອນເຕັກນິກຮັບໃຊ້ຢ່າງເໝາະສົມ ເຊິ່ງເຮັດໃຫ້ການປະຕິບັດສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ນັບມື້ມີຄຸນນະພາບສູງຂຶ້ນ.

45 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ ໄປຄຽງຄູ່ກັບການເຕີບໃຫຍ່ຂະ ຫຍາຍຕົວຂອງ ສປປລາວ ເຊິ່ງໄດ້ປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ ພາຍໃຕ້ການນໍາພາຂອງພັກ ກໍຄືການສືບຕໍ່ສ້າງ ແລະ ບູລະນະລະ ບອບປະຊາ ທິປະໄຕ ປະຊາຊົນ, ໃຫ້ມີຄວາມໜັກແໜ້ນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດຂອງພວກເຮົາ ຕາມຈຸດໝາຍສັງຄົມນິຍົມ.

ຂ່າວສານບ້ານເມືອງ

Post navigation

Previous Post: ລູກຄ້າ 4 ແຂວງພາກເໜືອ ຮັບຜົນກະທົບຈາກໂຄວິດ 30 ຕື້ກີບ
Next Post: 5 ປີ ຜ່ານມາ ຂະແໜງສາທາລະນະສຸກ ສາມາດປະຕິບັດໄດ້ 8 ແຜນງານ

Related Posts

ເຕືອນໄພສັງຄົມ! ຕົວະຂາຍຄອມທາງອອນລາຍເອົາເງິນໄປຫຼິ້ນເກມ ລ່າສຸດຕໍາຫຼວດຈັບໄດ້ແລ້ວ ຂ່າວສານບ້ານເມືອງ
ອັນຕະລາຍ ເຫດໂຈນປຸ້ນຈີ້ເອົາລົດຈັກ ເຂດດົງນາທອງ ຂ່າວສານບ້ານເມືອງ
ມ້ າ ງ ເປົ້າໝາຍ ຢ າ ເ ສ ບ ຕິ ດ ກັ ກຕົ ວຜູ້ ຖື ກ ຫ າ ໄດ້ 1 ຄົນ ຊັດທອດອີກ 2 ຂ່າວສານບ້ານເມືອງ
ກະຊວງສາທາມີແຜນຈົດທະບຽນຜະລິດຕະພັນພືດ 3 ຊະນິດທີ່ສາມາດປົວໂຄວິດໄດ້ ຂ່າວສານບ້ານເມືອງ
ດ່ວນ! ກົມການເມືອງສູນກາງພັກແຈ້ງ ຍຸບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂ່າວສານບ້ານເມືອງ
ອ້າຍນ້ອງໄຟຟ້າ ນະຄອນຫຼວງ ລຸຍໜັກ ກູ້ໄພເສົາໄຟລົ້ມ ທີ່ເມືອງຫາດຊາຍຟອງ ພວມຂຸ້ນຂ້ຽວເລັ່ງສ້ອມແປງຢ່າງຮີບດ່ວນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme