Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຫວັດຄວາມເປັນມາຂອງ ວັນມາຄະບູຊາ

Posted on 28/01/202128/01/2021 By News No Comments on ປະຫວັດຄວາມເປັນມາຂອງ ວັນມາຄະບູຊາ

ມາຄະບູຊາ ເປັນວັນສຳຄັນຂອງພຣະພຸດທະສາສະນາວັນໜຶ່ງ ເຊິ່ງເປັນທີ່ຮູ້ກັນວ່າ ເປັນວັນເກີດພຣະທັມມ໌ ຖືວ່າເປັນວັນທີ່ ພຣະພຸທທະເຈົ້າ ໄດ້ປະກາສຫລັກທັມມ໌ຄຳສັ່ງສອນຂອງພຣະອົງຄ໌ ເພື່ອໃຫ້ພຣະອະຣະຫັນຕ໌ທັ້ງຫຼາຍ ທີ່ມາປະຊຸມກັນໃນວັນນັ້ນນຳໄປເຜີຍແພ່.

พระพุทธเจ้ากำพร้าแม่ ก็รักแม่ยิ่งสิ่งใด' - โพสต์ทูเดย์ ธรรมะ

ວັນ ”ມາຄະບູຊາ” ເປັນວັນບູຊາພິເສດ ທີ່ຕ້ອງເຮັດໃນວັນເພັງ ເດືອນມາຄະ ຫຼືໃນວັນທີ່ພຣະຈັນທຣ໌ສະເຫວີຍມາຄະຣຶກສ໌ ( ເຊິ່ງໂດຍປົກກະຕິ ເຮັດກັນໃນກາງເດືອນ ໓ ແຕ່ຖ້າປີໃດມີ ອະທິກະມາສ ຄື ເດືອນແປດສອງຫົນ ກໍຍ້າຍໄປກາງເດືອນ ໔ ) ຖືກັນວ່າເປັນວັນສຳຄັນຍ໌ ເພາະມື້ນີ້ເປັນວັນຄ້າຍກັບວັນປະຊຸມກັນເປັນພິເສດ ແຫ່ງພຣະອະຣະຫັນຕະສາວົກ ໂດຍບໍ່ໄດ້ມີກາຣນັດຫມາຍ ເຊິ່ງເອິ້ນວ່າ ວັນຈາຕຸຣົງຄະສັນນິບາຕ ເຊິ່ງໄດ້ມີຂຶ້ນນະບໍຣິເວນເວລຸວັນມະຫາວິຫາຣ ຫລັງຈາກທີ່ພຣະພຸທທະເຈົ້າ ໄດ້ຕຣັສຮູ້ເປັນເວລານັບໄດ້ ໙ ເດືອນ

นานาสารธรรม : พระะพุทธเจ้าตรัสรู้อะไร?

ມື້ນີ້ເອງທີ່ພຣະພຸທທະອົງຄ໌ສະແດງ “ໂອວາທປາຕິໂມກຂ໌” ເຊິ່ງຖືກັນວ່າ ເປັນຫລັກຄຳສອນ ທີ່ເປັນຫົວໃຈຂອງພຣະພຸທທະສາສນາ. ຈາຕຸຣົງຄະສັນນິບາຕ ຄື ກາຣປະຊຸມພ້ອມດ້ວຍອົງຄ໌ ໔ ຄື :

  • ໑. ວັນນັ້ນເປັນ ວັນມາຄະປຸນນະມີ ຄືວັນເພັງ ຂຶ້ນ ໑໕ ຄ່ຳກາງເດືອນມາຄະ ຈຶ່ງເອິ້ນວ່າ ມາຄະບູຊາ
  • ໒. ພຣະພິກສຸ ໑,໒໕໐ ອົງຄ໌ ມາປະຊຸມກັນໂດຍບໍ່ໄດ້ນັດຫມາຍ (ສາເຫຕຸ ຂອງກາຣຊຸມນຸມ)
  • ໓. ພຣະພິກສຸທັ້ງໝົດລ້ວນເປັນ ພຣະອະຣະຫັນຕ໌ ປະເພທສະລະພິນຍ໌ຍາ ຄື ໄດ້ອະພິນຍ໌ຍາ ໖
  • ໔. ພຣະພິກສຸເຫຼົ່ານັ້ນທັ້ງໝົດ ໄດ້ຮັບກາຣອຸປະສົມບົທຈາກພຣະພຸທທະເຈົ້າໂດຍຕົງ

• ໂອວາທປາຕິໂມກຂ໌ ເປັນຫລັກຄຳສອນທີ່ເປັນຫົວໃຈຂອງພຣະພຸທທະສາສນາ ໄດ້ກ່າວເຖິ່ງຈຸດຫມາຍຫລັກກາຣ ແລະວິທີກາຣຂອງພຣະພຸທທະສາສນາໄວ້ຢ່າງຄົບຖ້ວນ

໑. ຈຸດຫມາຍຂອງພຣະພຸທທະສາສນາ ຄື ພຣະນິພພານ

໒. ຫລັກກາຣຂອງພຣະພຸທທະສາສນາ ຄື ຕ້ອງມີຄວາມອົດທົນໃນກາຣຝຶກຕົນເອງ ເພື່ອບັຣລຸຈຸດຫມາຍຕ້ອງປະກອບດ້ວຍ :

  • ກ. ບໍ່ເຮັດຄວາມຊົ່ວໂດຍປະກາຣທັ້ງປວງ ທັ້ງທາງກາຍ ວາຈາ ແລະທາງໃຈ
  • ຂ. ເຮັດຄວາມດີທັ້ງທາງກາຍ ວາຈາ ແລະໃຈ ກາຣບໍ່ເຮັດຄວາມຊົ່ວນັ້ນ ຈະເອິ້ນວ່າເປັນຄົນດີຍັງບໍ່ໄດ້ ກາຣເປັນຄົນດີ ຈະຕ້ອງເຮັດຄວາມດີ ທັ້ງທາງກາຍ ວາຈາ ໃຈ ບໍ່ຈັ່ງຊັ້ນແລ້ວ ຄົນປັນຍ໌ຍາອ່ອນ ຄົນເປັນອັມພາຕ ເປັນຕົ້ນ ກໍຈະເປັນຄົນດີໄປໝົດ
  • ຄ. ກາຣຊຳຣະຈິຕໃຈໃຫ້ສະອາດ ຜ່ອງໃສ ສະງົບ

໓. ວິທີກາຣທີ່ຈະບັຣລຸຈຸດຫມາຍ ຄື ຕ້ອງຝຶກອົບຣົມຕົນແບບຕໍ່ເນື່ອງ ໃຫ້ເກີດມັຄຄ໌ສາມັຄຄີ ຄື ອະຣິຍະມັຄຄ໌ມີອົງຄ໌ ໘ ** ຮວມພະລັງກັນ ເຫມືອນເຊືອກ ໘ ກຽວ ຫຼືໃຫ້ມີ ສີລ ສະມາທິ ແລະປັນຍ໌ຍາ ຮວມພະລັງກັນ ເຫມືອນເຊືອກ ໓ ກຽວ ພັທະນາກາຍ ວາຈາ ໃຈ ໃຫ້ເວົ້າດີ ທຳດີ ຄິດດີ ບໍ່ຕົກຢູ່ໃນອຳນາຈແຫ່ງກິເລສ ຄື ໂລພະ ໂທສະ ໂມຫະ ຫຼື ຣາຄະ ໂທສະ ໂມຫະ ບໍ່ຕົກຢູ່ໃນອຳນາຈແຫ່ງກິເລສ ຕັນຫາ ຫຼືຄວາມໃຄຣ່ ຄວາມຢາກມີ ຢາກເປັນ ແບບມືດບອດ ຄວາມບໍ່ຢາກມີ ບໍ່ຢາກເປັນ ທີ່ມັນເປັນໄປບໍ່ໄດ້ ເຊັ່ນ ບໍ່ຢາກເປັນຄົນ ເສື່ອມລາພ, ຍົສ, ສັຣເສີນຍ໌, ສຸຂ ເປັນຕົ້ນ ໂດຍອາສັຍວິທີກາຣດັ່ງຕໍ່ໄປນີ້.

  • ກ. ຝຶກວາຈາ ຣະວັງສະເມີ ບໍ່ໃຫ້ກ່າວຄຳເທັຈ ຄຳຍາບ ຄຳສໍ່ສຽດ ຄຳເພີເຈີ້ (ອະນູປະວາໂທ)
  • ຂ. ຝຶກກາຍ ຣະວັງສະເມີບໍ່ໃຫ້ມີກາຣຂ້າ ທຳລາຍຊີວິຕ ຕະຫຼອດຈົນເຖິງກາຣບຽດບຽນທາງກາຍ(ອະນູປະຄາໂຕ)
  • ຄ. ລະເວັ້ນຂໍ້ທີ່ພຣະພຸທທະເຈົ້າໄດ້ຕຣັສຫ້າມໄວ້ ແລະທຳຕາມຂໍ້ທີ່ພຣະພຸທທະອົງຄ໌ ອະນຸຍາຕ
  • ງ. ຮູ້ຈັກປະມານໃນກາຣບໍຣິໂພຄ ອາຫາຣ ຕະຫຼອດຈົນ ຮູ້ຈັກປະມານໃນກາຣໃຊ້ສອຍ ປັຈຈັຍ ໔
  • ຈ. ຝຶກຕົນຢ່າງຈິງຈັງ ໃນທີ່ທີ່ສະງັດຈາກສິ່ງຣົບກວນ
  • ສ. ພາວະນາຢູ່ສະເມີ ຄື ພັທະນາຕົນເອງໃຫ້ພົ້ນຈາກອຳນາຈຂອງກິເລສຕັນຫາ ກາຣພາວະນາ ຫມາຍເຖິງ ກາຣໃຊ້ທັ້ງສະມາທິ ແລະວິປັສສະນາ ແກ້ປັນຍ໌ຫາ ຫຼືຈັດກາຣກັບກິເລສ ເປັນກາຣຕຼວຈສອບຕັວເອງຢູ່ສະເມີ ບໍ່ໃຫ້ຈິຕໃຈເສົ້າຫມອງ ໃຫ້ຈິຕໃຈຜ່ອງໃສຢູ່ສະເຫມີ.

• ຈຸດຫມາຍ ຫລັກກາຣ ແລະວິທີກາຣ ທີ່ພຣະພຸທທະເຈົ້າໄດ້ປະກາສໄວ້ຈະເປັນໄປດ້ວຍດີ ແລະບັຣລຸວັຕຖຸປະສົງຄ໌ທີ່ພຣະພຸທທະເຈົ້າທຣົງມຸ່ງຫມາຍໄວ້ນັ້ນ ພຣະອົງຄ໌ໄດ້ຢ້ຳເຕືອນໄວ້ວ່າ ຈະຕ້ອງປະຕິບັຕິຕົນໃຫ້ເປັນຢ່າງບັຣພະຊິຕ ແລະເປັນຢ່າງສະມະນະ ຄື ເວັ້ນຈາກຄວາມຊົ່ວ ທຸກປະກາຣ ແລະເປັນຜູ້ປະຕິບັຕິໂຕເປັນແບບຢ່າງ ເພື່ອຣະງັບບາປອະກຸສົລ ໄດ້ແກ່ ຜູ້ປະຕິບັຕິທັມມ໌ ເພື່ອເປັນອະຣິຍະບຸຄຄົລ ທັ້ງບໍ່ບຽດບຽນ ແລະບໍ່ກໍ່ໃຫ້ເກີດຄວາມເດືອນຮ້ອນ ແກ່ຄົນທີ່ປະພຶຕດີ ປະຕິບັຕິຊອບທັ້ງຫຼາຍ

ໝາຍເຫດ: ** ອະຣິຍະມັຄຄ໌ມີອົງຄ໌ ໘ ໄດ້ແກ່

  • 1. ສັມມາທິຕຖິ ຄວາມເຫັນຊອບ
  • 2. ສັມມາສັງກັປປະ ຄວາມດຳຣິຊອບ
  • 3. ສັມມາວາຈາ ກາຣເວົ້າຈາຊອບ
  • 4. ສັມມາກັມມັນຕະ ກາຣທຳງານຊອບ
  • 5. ສັມມາອາຊີວະ ກາຣລ້ຽງຊີວິຕຊອບ
  • 6. ສັມມາວາຢາມະ ຄວາມພາກພຽຣຊອບ
  • 7. ສັມມາສະຕິ ຄວາມຣະລຶກຊອບ
  • 8. ສັມມາສະມາທິ ຄວາມຕັ້ງໃຈມັ່ນຊອບ

**ອະພິນຍ໌ຍາ ໖: ອະພິນຍ໌ຍາ ຄືຄວາມຮູ້ອັນຍອດຍິ່ງມີ ໖ ປະກາຣໄດ້ແກ່

  • ໑.ສະແດງຣຶທທິ໌ໄດ້ (ອິທທິວິທິ)
  • ໒.ຫູທິພຍ໌ (ທິພຍະໂສຕ)
  • ໓.ຮູ້ຈັກກຳໜົດໃຈຜູ້ອື່ນ (ເຈໂຕປະຣິຢະຍານ)
  • ໔.ຣະລຶກຊາຕິໄດ້ (ປຸພເພນິວາສານຸສະຕິຍານ)
  • ໕.ຕາທິພຍ໌ (ທິພຢະຈັກສຸ)
  • ໖.ທຳອາສະວະກິເລສໃຫ້ສິ້ນໄປ-ຄືຍານຢັ່ງຮູ້ໃນທັມມ໌ເປັນທີ່ສິ້ນໄປແຫ່ງອາສະວະທັ້ງຫຼາຍ (ອາສະວັກຂະຢະຍານ).

ຮຽບຮຽງໂດຍ: Lar Lakkhano

ຂ່າວສານບ້ານເມືອງ

Post navigation

Previous Post: ກອງພັນປ້ອງກັນເຄື່ຶຶອນທີ່ ນວ ຕ້ອງເພີ່ມທະວີ 5 ວຽກງານສໍາຄັນ
Next Post: ບຸນເດືອນ 3 ເພັງ ບຸນເຂົ້າຈີ່ ບຸນເດືອນທີ່ສາມຂອງຮີດ 12 ຂອງລາວ

Related Posts

ພຽງເດືອນດຽວ ເສັ້ນທາງລົດໄຟ ລາວ-ຈີນ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 37 ເລື່ອງ ຂ່າວສານບ້ານເມືອງ
ຖືກໂ ທ ດ 2 ປີ ຍ້ອນປິດບັງການກະທໍາ ຜິ ດ ລັກລອບຂົນສົ່ງ ແລະ ເຄື່ອນຍ້າຍສິນຄ້າທີ່ ຜິ ດ ກົດໝາຍ ຈາກປະເທດຫວຽດນາມ ເຂົ້າມາປະເທດລາວ ຂ່າວສານບ້ານເມືອງ
4 ພາກສ່ວນປະກອບສ່ວນຊ່ວຍເຫຼືອການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ລວມເງິນໄດ້ 1.217 ລ້ານກີບ ຂ່າວສານບ້ານເມືອງ
ປກສ ເມືອງຄູນຄໍາ ອອກແຈ້ງການ ທ່ານໃດລົດຈັກເສຍຖືກຄົນຮ້າຍ ລັ ກ ໄປ ໃຫ້ເອົາເອກະສານມາອ້າງອີງເອົາດ່ວນ ຂ່າວສານບ້ານເມືອງ
ຄະນະຜູ້ແທນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຢ້ຽມຢາມ ແລະ ທົດລອງຂີ່ລົດໄຟຂະບວນລ້ານຊ້າງ ຂ່າວສານບ້ານເມືອງ
ລົດຈັກຕໍາທ້າຍລົດໃຫຍ່ເສຍຊີວິດຄາທີ່ 1 ຄົນ ເຂດເມືອງໂພນໂຮງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme