Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງພັນປ້ອງກັນເຄື່ຶຶອນທີ່ ນວ ຕ້ອງເພີ່ມທະວີ 5 ວຽກງານສໍາຄັນ

Posted on 28/01/202128/01/2021 By News No Comments on ກອງພັນປ້ອງກັນເຄື່ຶຶອນທີ່ ນວ ຕ້ອງເພີ່ມທະວີ 5 ວຽກງານສໍາຄັນ

ພັອ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ກ່າວໃນກອງປະຊຸມສະຫຼຸບວຽກງານປະຈໍາປີ 2020 ແລະ ວາງທິດທາງແຜນການປະຈໍາປີ 2021 ຂອງກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ວ່າ: ໃນປີ 2021 ຄະນະພັກ-ຄະນະບັນຊາ ກອງພັນປ້ອງກັນເຄື່ອນທີ່ ປກສ ນວ

Image may contain: 3 people, people standing

ຕ້ອງເພີ່ມທະວີ 5 ວຽກງານສໍາຄັນຄື:

1 ເອົາໃຈໃສ່ເຊື່ອມຊືມບັນດາມະຕິຄໍາສັ່ງທີ່ສໍາຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽນ, ມີສະຕິຕໍ່ການຈັດຕັ້ງ ແລະ ປະຕິບັດລະບຽບວິໄນຢ່າງເຂັ້ມງວດ

Image may contain: 7 people, people sitting

2 ສືບຕໍ່ປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂເປົ້າໝາຍປະເພດຕ່າງໆໃນສັງຄົມ ກໍຄືໃນ ນວ ໃຫ້ຫຼຸດລົງ, ເອົາໃຈໃສ່ຝຶກແອບກໍາລັງວິຊາສະເພາະໃຫ້ເຂັ້ມແຂງ ກຽມພ້ອມສູ້ຮົບຕະຫຼອດເວລາ ແລະ ເພີ່ມທະວີໃນການປ້ອງກັນສໍານັກງານ, ອົງການຕ່າງໆ ໃຫ້ມີຄວາມປອດໄພຫຼາຍຂຶ້ນກວ່າເກົ່າ

Image may contain: 1 person, closeup

3. ປັບປຸງແບບແຜນວິທີເຮັດວຽກໃນແຕ່ລະຂັ້ນໃຫ້ມີຄຸນນະພາບ, ມີຄວາມເປັນເອກະພາບ, ກ້າຕັດສິນໃຈ, ກ້າເຮັດ, ກ້າຮັບຜິດຊອບ

Image may contain: 6 people, people sitting

4. ສືບຕໍ່ສ້າງເສດຖະກິດໃຫ້ກອງພັນປ້ອງກັນເຄື່ອນທີ່ ສາມາດກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

Image may contain: one or more people and people sitting

5. ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກ ອ້ອມຂ້າງ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

Image may contain: 6 people, people sitting, table and indoor

ໃນກອງປະຊຸມ ພັທ ຄໍາຜາຍ ພົມມະຈິດ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໄດ້ຂຶ້ນຜ່ານບົດສະຫຼຸບປະຈໍາປີ 2020 ແລະ ວາງທິດທາງແຜນການປີ 2021 ວ່າ: ໃນ 1 ປີຜ່ານມາ ກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ນວ ໄດ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ແລະ ໄດ້ເຄື່ອນໄຫວວຽກງານວິຊາສະເພາະຢ່າງຕັ້ງໜ້າ ໂດຍໄດ້ແຕ່ງຕັ້ງຈຸປະຈໍາການຄອຍເຫດຕະຫຼອດ 24 ຊົ່ວໂມງ, ໃນນີ້ ໄດ້ປ້ອງກັນການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ 3 ຈຸດຄື: ຈຸດບ້ານນາຄູນນ້ອຍ, ຈຸດບ້ານແຈ້ງສະຫວ່າງ, ຈຸດບ້ານດົງຊຽງດີ, ປ້ອງກັນສໍານັກງານອົງການພາກລັດ ແລະ ເອກະຊົນ ແລະ ຫົວໜ່ວຍທຸລະກິດ ຈໍານວນ 44 ຈຸດ, ຕິດຕາມຂຶ້ນບັນຊີກຸ່ມແກ້ງຂີ່ລົດກວນເມືອງໄດ້ທັງໝົດ 18 ກຸ່ມ, ໄດ້ລົງກວດກາຮ້ານບັນເທີງຄາລາໂອເກະ ແລະ ເຮັດບົດບັນທຶກສຶກສາອົບຮົມບັນດາຫ້າງຮ້ານ 50 ຮ້ານ ແລະ ໄດ້ສົມທົບທຸກເລົ່າຮົບອອກແກ້ໄຂກຸ່ມແກ້ງກວນເມືອງ, ນັກເລງອັນຕະພານທຸກປະກົດການຫຍໍ້ທໍ້ຢູ່ໃນ ນວ ສາມາດກັກລົດຈັກໄດ້ທັງໝົດ 275 ຄັນ, ລົດດັດແປງສະພາບເຕັກນິກ 160 ຄັນ, ກັກໄດ້ຈາກກຸ່ມແກ້ງຂີ່ລົດກວນເມືອງ 115 ຄັນ, ລົດບໍ່ຕິດປ້າຍທະບຽນ 64 ຄັນ ແລະ ມອບລົດຄືນໃຫ້ເຈົ້າຂອງຈໍານວນ 248 ຄັນ, ນອກຈາກນີ້ ໄດ້ສຶກສາອົບຮົມກຸ່ມແກ້ງຂີ່ລົດກວນເມືອງ ຈໍານວນ 194 ຄົນ, ຍິງ 59 ຄົນ ແລະ ໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂເປົ້າໝາຍປະເພດຕ່າງໆໄດ້ 68 ຄົນ, ໃນນີ້ ເປັນຄົນຕ່າງປະເທດ 3 ຄົນ, ພ້ອມຢືດຂອງກາງຢາບ້າໄດ້ 145.387 ເມັດ, ລົດຈັກ 6 ຄັນ, ງ້າວ 6 ດວງ ແລະ ອຸປະກອນເສບຢາເສບຕິດຈໍານວນໜື່ງ.

Image may contain: 1 person, closeup

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ມັງກອນ 2021, ຢູ່ຫ້ອງປະຊຸມກອງພັນປ້ອງກັນເຄື່ອນທີ່ ປກສ ນວ ໂດຍການເປັນປະທານຂອງ ພັທ ບຸນຖົມ ແກ້ວມະນີວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ນວ, ມີບັນດາຄະນະພັກ-ຄະນະບັນຊາ , ພະນັກງານຫຼັກແຫຼ່ງ ແລະ ແຂກຖືກເຊີນ ເຂົ້າຮ່ວມຈໍານວນ 72 ຄົນ, ຍິງ 9 ຄົນ.

ຂ່າວສານບ້ານເມືອງ

Post navigation

Previous Post: ຈາກ​ໄປ​ແລ້ວ! ທ່ານ ບົວທອງ ພູນສະລິດ ສິລະປິນແຫ່ງຊາດ ຜູ້ປະພັນບົດເພງ “ສົ່ງພອນປີໃໝ່”
Next Post: ປະຫວັດຄວາມເປັນມາຂອງ ວັນມາຄະບູຊາ

Related Posts

ຂ່າວດ່ວນທີ່ສຸດ! ລາວພົບຜູ້ຕິດເຊື້ອ ໂ ຄ ວິ ດ ເພີ່ມ 26 ຄົນ ເຊິ່ງມີການລະບາດໃນຊຸມຊົນ ຂ່າວສານບ້ານເມືອງ
ໝອກໜາເຊົ້ານີ້ທີ່ ນະຄອນຫຼວງວຽງຈັນ – ປາຍຝົນຕົ້ນໜາວ 2022 ຂ່າວສານບ້ານເມືອງ
ລັດຖະມົນຕີຕ່າງປະເທດ ແຫ່ງສະຫະພັນຣັດເຊຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂ່າວສານບ້ານເມືອງ
ຄລິບສໍາພາດ ນັກດໍານໍ້າ 1624 ຕໍ່ກັບອຸປະສັກ ແລະ ຕອນພົບສົບ ຜູ່ສູນຫາຍ ທີ່ອ່າງນໍ້າງຶ່ມ ຂ່າວສານບ້ານເມືອງ
ມ້ າ ງ ເປົ້າໝາຍ ຢ າ ເ ສ ບ ຕິ ດ ກັ ກຕົ ວຜູ້ ຖື ກ ຫ າ ໄດ້ 1 ຄົນ ຊັດທອດອີກ 2 ຂ່າວສານບ້ານເມືອງ
ປະຫວັດຄວາມເປັນມາຂອງຕະຫຼາດເຊົ້າ ນັບຕັ້ງແຕ່ເລີ່ມກໍ່ຕັ້ງ ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ (ຄສ. 1940 – 2021) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme