Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈາກ​ໄປ​ແລ້ວ! ທ່ານ ບົວທອງ ພູນສະລິດ ສິລະປິນແຫ່ງຊາດ ຜູ້ປະພັນບົດເພງ “ສົ່ງພອນປີໃໝ່”

Posted on 27/01/202127/01/2021 By News No Comments on ຈາກ​ໄປ​ແລ້ວ! ທ່ານ ບົວທອງ ພູນສະລິດ ສິລະປິນແຫ່ງຊາດ ຜູ້ປະພັນບົດເພງ “ສົ່ງພອນປີໃໝ່”

ວັນທີ 25 ມັງກອນ 2021 ທີ່ຜ່ານມາ, ຜູ້ໃຊ້ເຟສບຸກ Toun Kham ໄດ້ໂພສຂ່າວເສົ້າສະຫຼົດໃຈ ເຖິງການຈາກໄປຂອງ ທ່ານ ບົວທອງ ພູນສະລິດ ອະດີດຮອງເຈົ້າແຂວງບໍລິຄຳໄຊ, ອະດີດ ລັດຖະມົນຕີຊ່ວຍກະຊວງກະສິກຳ-ປ່າໄມ້ ທັງເປັນ ນັກສີລະປິນແຫ່ງຊາດ ລວມອາຍຸ ໄດ້ 81 ປີ

ລຳລັບສົບຂອງເພິ່ນ ແມ່ນໄດ້ບຳເພນກຸສົນຢູ່ເຮືອນຂອງເພິ່ນເອງ ທີ່ ບ້ານໂພນໄຊເຫນືອ, ເມືອງປາກຊັນ, ແຂວງບໍລິຄຳໄຊ (ໂຮງຮຽນອະນຸບານແຕ່ງທອງ).

.

ທ່ານ ບົວທອງ ພູນສະລິດ ສິລະປິນແຫ່ງຊາດ ສາຂາສີລະປະການສະແດງ ເຈົ້າຂອງບົດເພງ: ສຽງເພງຢູ່ບົນທົ່ງຫຍ້າ, ສົ່ງພອນປີໃໝ່ (ເດືອນສາມຄ້ອຍ), ຄິດຮອດເດ່ຊຳເໜືອ ແລະ ໂຕຄວາຍເຫຼັກ….ເ ສ ຍ ຊີ ວິ ດ ແລ້ວ….ລວມອາຍຸໄດ້ 81 ປີ.

.


.

ສຳລັບຜົນງານຂອງເພີ່ນແມ່ນມີ: ໃນປີ 1968 ທ່ານ ບົວທອງ ພູນສະລີດ ໄດ້ແຕ່ງບົດເພງທຳອິດທີ່ມີຊື່ວ່າ “ສຽງເພງຢູ່ບົນທົ່ງຫຍ້າ” , ມາຮອດປີ 1974 ໄດ້ແຕ່ງສຳເລັດເພງທີ 2 ທີ່ມີຊື່ວ່າ “ສົ່ງພອນປີໃໝ່” (ເດືອນສາມຄ້ອຍ), ວັນທີ 3/8/1974 ເພິ່ນໄດ້ສຳເລັດການແຕ່ງເພງທີ່ມີຊື່ວ່າ “ຄິດຮອດເດຊຳເໜືອ” ແລະ ໃນປີ 1984 ໄດ້ສຳເລັດການແຕ່ງບົດເພງທີ່ມີຊື່ວ່າ “ໂຕຄວາຍເຫຼັກ”

ເສຍໃຈນຳ

ຈາກ: Toun Kham

ບົດເພງແຕ່ງໂດຍ: ບົວທອງ ພູມສະລິດ

ຮ້ອງໂດຍ: Alexandra Bounxouei – ສົ່ງພອນປີໃໝ່ (ອາລາບຳ໊ຊຸດພິເສດ 2017)

ຂ່າວສານບ້ານເມືອງ

Post navigation

Previous Post: ປະຊາຊົນບ້ານວັງຕັດນ້ອຍ 500 ກວ່າຄົນ ໄດ້ຮັບເຄື່ອງຊ່ວຍເຫລືອຈາກກາແດງ
Next Post: ກອງພັນປ້ອງກັນເຄື່ຶຶອນທີ່ ນວ ຕ້ອງເພີ່ມທະວີ 5 ວຽກງານສໍາຄັນ

Related Posts

ກະບະເສຍຫຼັກຕຳຫຼັກເສົາໄຟປີ້ນ ເຂດ 4 ແຍກນາຄວາຍ ເຈັບ 4 ຄົນ ຂ່າວສານບ້ານເມືອງ
ປ້ອງກັນໄຂ້ຍຸງລະບາດ ຕ້ອງຈິງຈັງຊ່ວຍກັນ ຂ່າວສານບ້ານເມືອງ
ຊາຍໄວ 21 ປີ ຖືກຈັບ ພ້ອມຂອງກາງ 400 ເມັດ ຂ່າວສານບ້ານເມືອງ
ເກີດເຫດເຈົ້າໜ້າທີ່ໄປຮັບຄົນຕິດເຊື້ອໂຄວິດແລ້ວແລ່ນຂຶ້ນຕົ້ນໄມ້ ຂ່າວສານບ້ານເມືອງ
ຜູ້ໂດຍສານຢາກໃຫ້ບໍລິສັດທາງລົດໄຟລາວ-ຈີນ ແກ້ໄຂບັນຫາການຊື້ປີ້ຂອງພະນັກງານປະຈຳສະຖານີໄວ້ໃຫ້ຄົນຕົນເອງ ຂ່າວສານບ້ານເມືອງ
ບອກຕໍ່ແດ່! ພາຍຸໝຸນເຂດຮ້ອນ ດີເປຼຊັນ ກຳລັງພັດເຂົ້າມາລາວເຮົາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme