Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປະຊາຊົນບ້ານວັງຕັດນ້ອຍ 500 ກວ່າຄົນ ໄດ້ຮັບເຄື່ອງຊ່ວຍເຫລືອຈາກກາແດງ

Posted on 27/01/202127/01/2021 By News No Comments on ປະຊາຊົນບ້ານວັງຕັດນ້ອຍ 500 ກວ່າຄົນ ໄດ້ຮັບເຄື່ອງຊ່ວຍເຫລືອຈາກກາແດງ

ໃນວັນທີ 23-24 ມັງກອນ 2021 ທ່ານ ຄຳຮຸ່ງເຮືອງວົງສີ ປະທານອົງການກາແດງລາວ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື, ພ້ອມໄດ້ນໍາເອົາເຄື່ອງຊ່ວຍເຫລືອບັນເທົາທຸກເພື່ອຕ້ານໄພໜາວຈຳນວນໜຶ່ງ ໄປມອບໃຫ້ປະຊາຊົນ ບ້ານວັງຕັດນ້ອຍ ເມືອງຊານໄຊ ແຂວງ ອັດຕະປື ຈຳນວນ 124 ຄອບຄົວ, 539 ຄົນ, ຍິງ 258 ຄົນ, ເຊິ່ງອາໄສຢູ່ເຂດຫ່າງໄກສອກຫລີກເທິງພູດອຍ. ເຄື່ອງທີ່ມາຊ່ວຍເຫລືອໃນຄັ້ງນີ້, ປະກອບມີ: ຜ້າຫົ່ມ, ເຄື່ອງນຸ່ງຫົ່ມປະສົມ, ເຄື່ອງອຸປະໂພກ ແລະ ເຄື່ອງສຸຂະອະນາໄມ ລວມມູນຄ່າປະມານ 26 ລ້ານກວ່າກີບ, ໂດຍມີອຳນາດການປົກຄອງບ້ານ, ກາແດງແຂວງ, ພໍ່ແມ່ປະຊາຊົນເຂົ້າຮ່ວມ, ໂດຍໄດ້ຮັບການສະໜັບສະໜູນຈາກສັງຄົມພາຍໃນນະຄອນຫລວງວຽງຈັນ, ກາແດງລາວ ແລະ ບໍລິສັດ ສິຮິກິດການຄ້າ.

Image may contain: 3 people, people standing

ໂອກາດດັ່ງກ່າວ, ທ່ານປະທານອົງການກາແດງລາວ ກໍໄດ້ແນະນຳພໍ່ແມ່ປະຊາຊົນ ຈົ່ງຕັ້ງໜ້າສ້າງສາພັດທະນາ, ທຳການຜະລິດເພື່ອໃຫ້ຄອບຄົວຂອງຕົນຫລຸດພົ້ນ ອອກຈາກຄວາມທຸກຍາກ ແລະ ຫວັງວ່າ ເຄື່ອງທີ່ນຳມາມອບໃຫ້ພໍ່ແມ່ປະຊາຊົນໃນຄັ້ງນີ້ ຈະໄດ້ເອົາໄປນຳໃຊ້ໃນຊີວິດປະຈຳວັນ, ໂດຍສະເພາະກໍແມ່ນໃນໄລຍະລະດູໜາວນີ້.

Image may contain: 19 people
ຂ່າວສານບ້ານເມືອງ

Post navigation

Previous Post: ກະຊວງປ້ອງກັນປະເທດ ສ້າງຕັ້ງບໍລິສັດ ຮ່ວມທຶນກະສິກໍາ ເພື່ອສົ່ງເສີມເສດຖະກິດດ້ານກະສິກຳ ແລະ ການລ້ຽງສັດ
Next Post: ຈາກ​ໄປ​ແລ້ວ! ທ່ານ ບົວທອງ ພູນສະລິດ ສິລະປິນແຫ່ງຊາດ ຜູ້ປະພັນບົດເພງ “ສົ່ງພອນປີໃໝ່”

Related Posts

ເອົາເຫຼັກຕະປູມາວ່ານໃສ່ທາງດ່ວນ ລະບາຍຄວາມຄຽດແຄ້ນຂອງຕົນເອງ ຂ່າວສານບ້ານເມືອງ
ຂຶ້ນເພດານຕະຫຼາດ ລັກເອົາຂອງມີຄ່າ 4 ຄັ້ງ ຖືກຈັບມາລົງໂທດ ຂ່າວສານບ້ານເມືອງ
ວອນຜູ່ໃຈບຸນຊ່ວຍທ້າວອັງເປົາແດ່ ເຈັບໜັກບໍ່ມີເງິນປິ່ນປົວ ຂ່າວສານບ້ານເມືອງ
ດ່ວນ! ສໍານັກງານນາຍົກລັດຖະມົນຕີ ແຈ້ງການ ເດັດຂາດຫ້າມຂຶ້ນລາຄາ ອຸປະກອນ ການແພດ! ຝ່າຝືນຖອນໃບອານຸຍາດດໍາເນີນທຸລະກິດທັນທີ ຂ່າວສານບ້ານເມືອງ
ຈາກເປັນຜູ້ ເ ສ ບ ແລ້ວຫັນມາເປັນຜູ້ຂາຍ ຖືກ ຈັ ບ ດຳເນີນຄະດີ ຂ່າວສານບ້ານເມືອງ
ທາງລົດໄຟລາວ-ຈີນແຈ້ງ ອຸ​ປະ​ກອນ​​ທາງ​ລົດ​ໄຟ​ຖືກ​ລັກ ຈຳເປັນຕ້ອງ​ຫຼຸດຜ່ອນຄວາມໄວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme