Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເລີ່ມຂຶ້ນແລ້ວການສັກວັກຊິນປ້ອງກັນໂຄວິດ ນຳໂດຍຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງສາທາລະນະສຸກ

Posted on 27/01/202127/01/2021 By News No Comments on ເລີ່ມຂຶ້ນແລ້ວການສັກວັກຊິນປ້ອງກັນໂຄວິດ ນຳໂດຍຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງສາທາລະນະສຸກ

ວິທະຍຸກະຈາຍສຽງແຫ່ງຊາດ ໄດ້ລາຍງານວ່າ: ໃນວັນທີ 27 ມັງກອນ 2021 ນີ້, ແພດໝໍທີ່ເປັນກຸ່ມສ່ຽງຫລາຍກວ່າ 600 ຄົນໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ19 ຢ່າງເປັນທາງການ ທີ່ ໂຮງໝໍມິດຕະພາບ 150 ຕຽງ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ປະທານຄະນະສະເພາະກິດ, ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ

Image may contain: 6 people

Image may contain: 2 people, people standing and indoor

ວັກຊິນທີ່ນໍາມາສັກໃຫ້ແພດໝໍໃນມື້ນີ້ແມ່ນວັກຊິນທີ່ໄດ້ຮັບການຊ່ວຍເຫລືອຈາກບໍລິສັດຊີໂນຟາມຂອງຈີນ, ສຳລັບລາວໄດ້ສັກຊະນິດນີ້ໃຫ້ແພດໝໍທີ່ເປັນກຸ່ມສ່ຽງ, ພະນັກງານຜູ້ເຮັດວຽກປະຈຳດ່ານ ແລະ ພະນັກງານຢູ່ສູນຈໍາກັດບໍລິເວນແລ້ວ ຈຳນວນ 298 ຄົນ ໃນນີ້ສັກຄົບທັງໝົດ 2 ເຂັມ 173 ຄົນ, ນໍາໃຊ້ວັກຊິນທັງໝົດ 423 ໂດສ

Image may contain: 2 people, people standing

.

Image may contain: 3 people

”ຄາດວ່າປີ 2021ນີ້ ລາວເຮົາຈະສັກໃຫ້ໄດ້ປະມານ 1.500.000ຄົນ, ກວມເອົາ22%ຂອງປະຊາກອນ ຮອດປີ 2023 ຈະສັກໃຫ້ໄດ້ 70%” ກ່າວໂດຍ ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ

Image may contain: 2 people

.

Image may contain: 10 people, people standing

ຂໍ້ມູນ: Lao National Radio

ຂ່າວສານບ້ານເມືອງ

Post navigation

Previous Post: ທົ່ວໂລກມີຜູ້ຕິດເຊື້ອ ໂ ຄ ວິ ດ ທະລຸ 100 ລ້ານຄົນແລ້ວ
Next Post: ກະຊວງປ້ອງກັນປະເທດ ສ້າງຕັ້ງບໍລິສັດ ຮ່ວມທຶນກະສິກໍາ ເພື່ອສົ່ງເສີມເສດຖະກິດດ້ານກະສິກຳ ແລະ ການລ້ຽງສັດ

Related Posts

ປະກາດຈັບຕົວ ນາງ ຈັນພາມີ ຄະດີ ສໍ້ໂກງ ລົດໃຫຍ່ 16 ຄັນ ຂ່າວສານບ້ານເມືອງ
ຜົນສຳເລັດກອງປະຊຸມ ຄັ້ງທີ 43 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2021 ຂ່າວສານບ້ານເມືອງ
ຄັກແທ້! ຈັບ​ຕັກ​ກະ​ແຕນ​ທີ່​ທຳ​ລາຍ​ພືດ​ຂາຍ ສ້າງ​ລາຍ​ຮັບ​ໃໝ່ ຂ່າວສານບ້ານເມືອງ
ດ່ວນ! ວັງວຽງ ນໍ້າກໍາລັງມາແຮງ ຖ້ວມເຮືອນແຄມນໍ້າຊອງເເລ້ວ ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວ ປະກາດວິໄນ ສະມາຊິກພັກຫຼາຍສະຫາຍ ແລະ ຍົກຍ້າຍພະນັກງານ-ລັດຖະກອນ ຂະແໜງການເງິນ ຂ່າວສານບ້ານເມືອງ
ຊາຍໃຈກ້າແລ່ນໃສ່ລົດໃຫຍ່ ເຈັບສາຫັດ ເຂດບ້ານຂຸນຕາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme