Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຈ ໄ ບ ເ ດ ນ ເລີ່ມປ່ຽນລົດລັດຖະບານ ໃຫ້ມານໍາໃຊ້ລົດໄຟຟ້າ

Posted on 27/01/202127/01/2021 By News No Comments on ໂຈ ໄ ບ ເ ດ ນ ເລີ່ມປ່ຽນລົດລັດຖະບານ ໃຫ້ມານໍາໃຊ້ລົດໄຟຟ້າ

ປະທານາທິບໍດີ ໂຈ ໄບເດນ ປະກາດວ່າ ລັດຖະບານກາງສະຫະລັດ ຈະເລີ່ມຂະບວນການຍຸຕິ ການໃຊ້ຍານພາຫະນະທີ່ຂັບເຄື່ອນດ້ວຍເຄື່ອງຍົນສັນດາບ ບໍ່ວ່າຈະເປັນລົດຍົນ, ລົດບັນທຸກ ແລະ SUV ທັງໝົດ ແລ້ວປ່ຽນມາເປັນຍານພາຫະນະທີ່ຂັບເຄື່ອນດ້ວຍໄຟຟ້າແທນ.

How the Biden presidency will accelerate change to electric cars: 10  talking points

ເພື່ອສົ່ງເສີມນະໂຍບາຍພະລັງງານສະອາດ ແລະເປັນການລິເລີ່ມການໃຊ້ລົດຍົນໄຟຟ້າ EV ທີ່ຜະລິດຂຶ້ນໃນສະຫະລັດ (American-made EVs) ທີ່ ໂຈ ໄບເດນ ໄດ້ໃຫ້ຄຳໝັ້ນສັນຍາເອົາໄວ້.

Biden Presidency Likely to Mean More EVs, Auto-Industry Stability

ໃນປີ 2019 ລົດຖະບານກາງຂອງສະຫະລັດ ມີທັງໝົດ 650,000 ຄັນແບ່ງເປັນ:

– ລົດສ່ວນບຸກຄົນ 245,000 ຄັນ

– ລົດທາງທະຫານ 173,000 ຄັນ

– ລົດໄປສະນີ 225,000 ຄັນ

Joe Biden's Presidency Is Expected to Be a Boon for the EV Industry – Robb  Report

ເຊິ່ງການເປັນລົດທັງໝົດເປັນລົດໄຟຟ້ານີ້ ອາດຈະໃຊ້ງົບຫຼາຍກວ່າ 20,000 ລ້ານໂດລາ

ນີ້ເປັນຂ່າວດີ, ສຳລັບຜູ້ຜະລິດລົດຍົນໄຟຟ້າ EV ໃນອະເມຣິກາ ເຊັ່ນ Tesla, Rivian ແລະ Lordstown ພ້ອມດ້ວຍ Ford ແລະ General Motors ທີ່ກຳລັງຂາດທຶນຢ່າງໜັກໜ່ວງ ເພື່ອພັດທະນາ ແລະຜະລິດລົດຍົນໄຟຟ້າ.

Opinion: Donald Trump hurts Michigan auto industry Joe Biden saved

ນອກຈາກນີ້, ລຸງໂຈ ໄບເດນ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະສ້າງຕຳແໜ່ງວຽກໃໝ່ 1 ລ້ານຕຳແໜ່ງໃນພາກອຸດສາຫະກຳຍານຍົນ ຕະຫຼວດຫ່ວງໂສ້ອຸປະທານ ຕັ້ງແຕ່ຊິ້ນສ່ວນອຸປະກອນ, ການຜະລິດ ໄປຈົນເຖິງສະຖານີສາກລົດຍົນໄຟຟ້າ.

Joe Biden: Detroit helped America 'get back our souls'

ເຊິ່ງຈະສ້າງແຮງຈູງໃຈ ຫຼືມອບສ່ວນຫຼຸດພິເສດໃຫ້ກັບປະຊາຊົນ ເພື່ອໃຫ້ຫັນມາໃຊ້ລົດຍົນໄຟຟ້າກັນຫຼາຍຂຶ້ນ.

Joe Biden: Detroit helped America 'get back our souls'

ແລະສ້າງແຮງຈູງໃຈໃຫ້ກັບຜູ້ຜະລິດລົດຍົນ ເພື່ອໃຫ້ສ້າງ ຫຼືປັບປຸງໂຮງງານ ສຳລັບປະກອບລົດຍົນໄຟຟ້າ EV ແລະຊິ້ນສ່ວນທີ່ກ່ຽວຂ້ອງ ໂດຍສະເພາະລາວໃຫ້ຄຳໝັ້ນສັນຍາວ່າ ຈະທຸ້ມເງິນຫຼາຍພັນລ້ານໂດລາ ເພີື່ອເພີ່ມສະຖານີສາກລົດຍົນໄຟຟ້າ​ ເພື່ອໃຫ້ໝັ້ນໃຈວ່າ ລົດທຸກຄັນເທິງຖະໜົນ ຈະບໍ່ມີການປ່ອຍອາຍພິດ ຈົນເຖິງປີ 2040.

REF: https://bit.ly/3pvUJ3C

ຂ່າວສານບ້ານເມືອງ

Post navigation

Previous Post: ຢຶ ດ ສິ ນ ຄ້ າ ທີ່ນໍາເຂົ້າ ບໍ່ ຖື ກ ຕ້ ອ ງ ຕາມລະບຽບກົດໝາຍ
Next Post: ທົ່ວໂລກມີຜູ້ຕິດເຊື້ອ ໂ ຄ ວິ ດ ທະລຸ 100 ລ້ານຄົນແລ້ວ

Related Posts

ໂຫດລະທຶກ ຕໍາກັນກາງເດິກ ເຂດນາໄຊ ຂ່າວສານບ້ານເມືອງ
ເກີດເຫດເສົ້າສະເທືອນໃຈທີ່ບ້ານນາເລົາເມືອງໂພນໂຮງ ຂ່າວສານບ້ານເມືອງ
ແຈ້ງການ! ໃຫ້ສືບຕໍ່ ແລະ ຜ່ອນຜັນ ບາງມາດຕະການ ອອກໄປຕື່ມ 15 ວັນ ເລີ່ມແຕ່ວັນທີ 05 ຫາ 19 ກໍລະກົດ 2021 ຂ່າວສານບ້ານເມືອງ
ນຳຕົວຜູ້ຖືກຫາຄະດີຂົ່ມຂືນທຳຊຳເລົາເດັກ ເຮັດແຜນທົດສະກຳປະກອບສຳນວນຄະດີ ຂ່າວສານບ້ານເມືອງ
ລົດຈັກຕໍາກົ້ນລົດພ່ວງ ເສຍຊີວິດຄາທີ່ 1 ຄົນ ທາງເມືອງຫີນບູນ ຂ່າວສານບ້ານເມືອງ
ສກຂ ຫຼວງພະບາງ ສ້າງຄວາມເຂັ້ມແຂງວຽກໂຄສະນາຂ່າວສານ ຂະແໜງການສຶກສາ-ກິລາທົ່ວແຂວງ ປະຈຳປີ 2020 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme