Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຊກອງ ປະກາດແຕ່ງຕັ້ງຜູ້ພິພາກຊັ້ນ I ສານປະຊາຊົນແຂວງ

Posted on 26/01/202126/01/2021 By News No Comments on ເຊກອງ ປະກາດແຕ່ງຕັ້ງຜູ້ພິພາກຊັ້ນ I ສານປະຊາຊົນແຂວງ

ພິທີປະກາດແຕ່ງຕັ້ງ ຜູ້ພິພາກສາຊັ້ນ I ຂອງ ສານປະຊາຊົນ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 25 ມັງກອນ 2021ນີ້ ທີ່ສະໂມສອນເມືອງລະມາມ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາພາ ແສງດາລາ ປະທານສານປະຊາຊົນສູງສຸດ, ມີທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີກົມຈັດຕັ້ງສານປະຊາຊົນສູງສຸດ ພ້ອມນີ້ຍັງມີປະທານ ແລະພະນັກງານສານປະຊາຊົນແຂວງ, ສານປະຊາຊົນເຂດ I, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

Image may contain: 3 people, people standing and people on stage

ທ່ານ ຄໍາພົນ ແກ້ວ ປະເສີດ ຮອງປະທານສວານປະຊາຊົນແຂວງເຊກອງ ໄດ້ສະລຸບຕີລາຄາການເຄື່ອນໄຫວວຽກງານຂອງສານປະຊາຊົນແຂວງ ແລະສານປະຊາຊົນເຂດ I ໃນໄລຍະ 1 ປີຜ່ານມາ ຊຶ່ງຄະນະນໍາ ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ພະນັກງານຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ ແລະພະນັກງານວິຊາການຄົ້ນຄວ້າ ແລະແກ້ໄຂຄະດີຕ່າງໆຢ່າງມີຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນການເກັບກໍາຂໍ້ມູນ, ລັກຖານຕ່າງໆຕ້ອງໃຫ້ຄົບຖ້ວນ, ຮອບດ້ານ ແລະພາວະວິໄສ, ການຕັດສິນຄະດີ ຕ້ອງຮັບປະກັນໂປ່ງໄສ, ວ່ອງໄວ ແລະຍຸຕິທໍາ.

Image may contain: 4 people, people standing

ທ່ານ ນາງ ປະພອນຈິດ ຈັນທະຈັກ ຮອງຫົວໜ້າກົມຈັດຕັ້ງພະນັກງານສານປະຊາຊົນສູງສຸດ ໃຫ້ກຽດຜ່ານມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ, ສະບັບເລກທີ 203 ແລະ 204/ຄປຈ, ລົງວັນທີ 10 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງຜູ້ພິພາກສາຊັ້ນ I , ໂດຍເຫັນດີແຕ່ງຕັ້ງ ທ່ານ ຄຳເປີຍ ເທວີບຸນຍັງ ຜູ້ຊ່ວຍຜູ້ພິພາກສາ ແລະເຫັນດີແຕ່ງຕັ້ງ ທ່ານ ໄພວັນ ຂຸນບັນດິດ ຜູ້ຊ່ວຍຜູ້ພິພາກສາ ເປັນຜູ້ພິພາກສາຊັ້ນ I ສານປະຊາຊົນແຂວງເຊກອງ ເພື່ອພ້ອມກັນສືບຕໍ່ປະຕິບັດໜ້າທີ່ວຽກໃນຂົງເຂດປົກປ້ອງກົດໝາຍໃຫ້ມີຄວາມຖືກຕ້ອງ, ເປັນທຳ ເພື່ອຮັບໃຊ້ປະຊາຊົນຢ່າງເລິກເຊິ່ງ, ໂດຍໃນໄລຍະຜ່ານມາທັງສອງສະຫາຍໄດ້ມີຄວາມບຸກບືນຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການມອບໝາຍຢ່າງມີຜົນສຳເລັດ ຈົນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຄະພັກຂັ້ນເທິງໃນທຸກຂັ້ນ.

Image may contain: 5 people, people standing and people on stage

ໃນໂອກາດນີ້ ທ່ານ ຄຳພາ ແສງດາລາ ປະທານສານປະຊາຊົນສູງສຸດ ຍັງໃຫ້ກຽດປະດັບທະນູບ່າແລະສວມຊຸດຜູ້ພິສາ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃຫ່ມ ຢ່າງສົມກຽດ ເພື່ອຢັ້ງຢືນເຖິງໜ້າທີ່ ແລະຄວາມຮັບຜິດຊອບອັນສູງສົ່ງ ເພື່ອເຮັດສຳເລັດໜ້າທີ່ຕາມການມອບໝາຍໃນຕໍ່ໜ້າ, ພ້ອມນີ້ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາຜູ້ພິພາກສາຜູ້ເກົ່າແລະຜູ້ໃຫມ່ ຈົ່ງພ້ອມກັນສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວພະນັກງານຢ່າງເປັນປົກກະຕິ, ເອົາໃຈໃສ່ຕັດສິນພິພາກສາຄະດີໃຫ້ຖືກຕ້ອງ, ວ່ອງໄວ, ສອດຄ່ອງ ແລະເປັນທໍາ, ພັດທະນາອົງການຈັດຕັ້ງໃຫ້ເຂັ້ມແຂງ ພ້ອມທັງປະຕິບັດແຜນງານຂອງສານປະຊາຊົນແຂວງໃຫ້ເຂົ້າສູ່ລວງເລິກ, ເອົາໃຈໃສ່ຕ້ານ ແລະສະກັດກັ້ນຄະດີການຟອກເງິນໃຫ້ໄດ້ຢ່າງເຂັ້ມງວດ; ເອົາໃຈໃສ່ພິຈາລະນາຕັດສິນຄະດີໃຫ້ເລິກເຊິ່ງ ເພື່ອຮັບປະກັນໄດ້ຄວາມຖືກຕ້ອງແລະເປັນທຳ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ປະສານສົມທົບກັນໃນວຽກງານສານປະຊາຊົນຢ່າງເລິກເຊິ່ງ ແນໃສ່ພ້ອມກັນພັດທະນາວຽກງານໃນຂົງເຂດປົກປ້ອງກົດໝາຍໃຫ້ນັບມື້ເຕີບໃຫຍ່, ເຂັ້ມແຂງແລະໜັກແໜ້ນຂຶ້ນເລື້ອຍໆ.

Image may contain: 2 people, people standing and indoor

ໂດຍ:ພຸດທະສອນ

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າແຂວງສະຫວັນນະເຂດພົບປະໂອ້ລົມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ອຳນາດການປົກຄອງ, ປະຊາຊົນ 7 ບ້ານກຸ່ມອາເລົາ ເມືອງນອງ
Next Post: ເມືອງ ໄຊຍະບູລີ ມອບງົວຈຳນວນ 30 ໂຕ ໃຫ້ຄອບຄອບທີ່ມີຄວາມສ່ຽງຕໍ່ກັບຜົນກະທົບໄພທຳມະຊາດ

Related Posts

ພະຍາກອນອາກາດ ວັນທີ 05 ກໍລະກົດ 2021 ຂ່າວສານບ້ານເມືອງ
ທາງລົດໄຟລາວ-ຈີນ ປະກາດເພີ່ມຖ້ຽວລົດໄຟໃນຊ່ວງເທດສະການປີໃໝ່ ຂ່າວສານບ້ານເມືອງ
ກອງພັນ 94 ປິດຊຸດອົບຮົມທະຫານໃໝ່ ປະຈຳປີ 2021 ຂ່າວສານບ້ານເມືອງ
ບັນດາກຸ່ມປະເທດອາຊຽນ ມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ຈຳນວນ 795.744 ຄົນ ແລະ ເສຍຊີວິດ 19.380 ຄົນ ສ່ວນ ສປປ ລາວ ແມ່ນບໍ່ພົບຜູ້ຕິດເຊື້ອໃໝ່ ຂ່າວສານບ້ານເມືອງ
ເມືອງທົ່ງມີໄຊ 34 000 ໂຕ ແລະ ສັດປ່າ ຈໍານວນໜຶ່ງ ຂ່າວສານບ້ານເມືອງ
ອ່ານກ່ອນ! ເງື່ອນໄຂຂໍອະນຸຍາດ ກ່ຽວກັບການເດີນທາງເຂົ້າ-ອອກ ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme