Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລາຍຮັບຂອງການບິນລາວໃນປີ 2020 ຫຼຸດລົງ 70% ຖ້າທຽບກັບ ປີ 2019

Posted on 25/01/202125/01/2021 By News No Comments on ລາຍຮັບຂອງການບິນລາວໃນປີ 2020 ຫຼຸດລົງ 70% ຖ້າທຽບກັບ ປີ 2019

ລາຍຮັບຂອງບໍລິສັດການບິນລາວໃນປີ 2020 ຫຼຸດລົງ 70% ຖ້າທຽບກັບ ປີ 2019, ນອກຈາກນີ້ ການຂາຍຂອງຕົວແທນກໍ່ຫຼຸດລົງແບບຫນ້າຕົກໃຈເຊັ່ນກັນ ຈາກ 31 ລ້ານໂດລາ ໃນປີ 2019 ເຫຼືອພຽງ 13ລ້ານໂດລາ ໃນປີ 2020 ຊຶ່ງຂໍ້ມູນດັ່ງກ່າວນີ້ແມ່ນໄດ້ຖືກລາຍງານໂດຍລັດວິສາຫະກິດການບິນລາວ ໃນກອງປະຊຸມລະຫວ່າງການບິນລາວ ແລະ ຕົວແທນ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ.

Lao Airlines To Suspend Flights To South Korea |

.

Image may contain: one or more people and shoes

.

File:RDPL-34188 - Lao Airlines - Airbus A320-214 - CAN (14730601458).jpg -  Wikimedia Commons

ທ່ານ ຄຳຫຼ້າ ພົມມະວັນ ຜູ້ອຳນວຍການ ລັດວິສາຫະກິດການບິນລາວກ່າວວ່າ: ການລະບາດຂອງພະຍາດໂຄວິດ- 19 ໄດ້ສົ່ງຜົນກະທົບຕໍ່ສາຍການບິນທົ່ວໂລກ ບໍ່ແມ່ນສະເພາະແຕ່ສາຍການບິນຂອງລາວ ລວມທັງບັນດາຫົວໜ່ວຍທຸລະກິດ ທີ່ຕິດພັນກັບການທ່ອງທ່ຽວ ເຊັ່ນ: ຮ້ານອາຫານ ແລະ ໂຮງແຮມ.
ໃນປີ 2020 ຜ່ານມາການບິນລາວມີຜູ້ໂດຍສານທັງໝົດເກືອບ 380.000 ຄົນ ໃນ 6.645 ຖ້ຽວບິນ ເຊິ່ງກວມພຽງແຕ່ 30% ຂອງປີ 2019. ທັງນີ້ ສາຍການບິນເອງກໍ່ໄດ້ມີການປັບຕົວ ໃຫ້ເຂົ້າກັບສະພາບການປັດຈຸບັນ ໂດຍເນັ້ນໃສ່ສາຍການບິນພາຍໃນ ເຊັ່ນ ຈັດໂປຼໂມຊັ່ນ ປີ້ຍົນລາຄາພິເສດ ໃນແຕ່ລະຖ້ຽວ ແລະອື່ນໆ ເພື່ອກະຕຸ້ນຜູ້ໂດຍສານພາຍໃນປະເທດ ໃຫ້ມີການເດີນທາງ ແລະ ທ່ອງທ່ຽວຫຼາຍຂຶ້ນ.

File:Lao Airlines Airbus A320 Prasertwit-1.jpg - Wikimedia Commons

.

การบินลาว เที่ยวบินที่ 301 - วิกิพีเดีย

ປະຈຸບັນ ເສັ້ນທາງສາກົນຂອງການບິນລາວ ມີພຽງເສັ້ນທາງວຽງຈັນ-ຄຸນໝິງ ສອງຖ້ຽວຕໍ່ອາທິດ ທີ່ຍັງເປີດໃຫ້ບໍລິການ ສ່ວນເສັ້ນທາງອື່ນໆ ແມ່ນຍັງລໍຖ້າການອະນຸມັດຈາກພາກສ່ວນກ່ຽວຂ້ອງ.

RDPL-34175 Lao Airlines ATR 72-500 (72-212A) Photo by Suparat  Chairatprasert | ID 545847 | Planespotters.net

.

Book domestic and international flights to Laos - Baolau

ຂ່າວ: ວຽງຈັນທາຍ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງນ້ຳບາກ ທຳ ລ າ ຍ ຢາງພາລາ ທີ່ມີສິ່ງເຈືອປົນ
Next Post: ທ່ອງທ່ຽວຂອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ

Related Posts

ຮອງເຈົ້າເມືອງລະຄອນເພັງ ຊຸກຍູ້ການວັກຊິນປ້ອງກັນໂຄວິດ 19 ເຂັມກະຕຸ້ນ (ເຂັມ 3) ໃຫ້ນັກຮຽນ ຂ່າວສານບ້ານເມືອງ
ລັອກດາວລອດແລ້ວ ກິນປາຢ່າງດຽວ ທີ່ເມືອງໂຂງ ຂ່າວສານບ້ານເມືອງ
ພົບສົບເພດຍິງເສຍຊີວິດ ເຂດບຶງທາດຫຼວງ ຂ່າວສານບ້ານເມືອງ
ປຶກສາຫາລື ປະກອບຄຳຄິດເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຫ້ອງທົດລອງ ຢູ່ ສປປ ລາວ ຂ່າວສານບ້ານເມືອງ
ນໍ້າມັນທີ່ຜະລິດເອງໃນ ສປປ ລາວ ຄາດວ່າ ຈະໄດ້ນໍາໃຊ້ທົ່ວປະເທດ ປະມານຕົ້ນປີ 2023  ຂ່າວສານບ້ານເມືອງ
ດ່ວນເລີຍສະຫວັນນະເຂດສືບຕ່ໍເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme