Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະເຫລີມສະຫລອງ ແລະ ມອບ-ຮັບໂຄງການກໍ່ສ້າງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປື

Posted on 25/01/202125/01/2021 By News No Comments on ສະເຫລີມສະຫລອງ ແລະ ມອບ-ຮັບໂຄງການກໍ່ສ້າງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປື

ໃນວັນທີ 24 ມັງກອນ 2021 ໄດ້ຈັດພິທີສະເຫລີມສະຫລອງ ແລະ ມອບ-ຮັບໂຄງການກໍ່ສ້າງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ຢ່າງເປັນທາງການ, ພາຍຫລັງສໍາເລັດການກໍ່ສ້າງໄລຍະເວລາ 30 ເດືອນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ພ້ອມດ້ວຍພັນລະຍາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະຊີ້ນຳລະດັບຊາດໂຄງການກໍ່ສ້າງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ພ້ອມດ້ວຍພັນລະຍາ, ມີການນໍາພັກ-ລັດ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

Image may contain: night and outdoor

.

Image may contain: 13 people, people standing and people on stage

.

Image may contain: 2 people, sky, cloud and outdoor

.

Image may contain: sky and outdoor

.

Image may contain: 1 person, standing and on stage

.

Image may contain: 1 person, standing

ໂຄງການກໍ່ສ້າງອະນຸສາວະລີ ພຣະເຈ້າໄຊຍະເຊດຖາທິຣາດ ຕັ້ງຢູ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ມີມູນຄ່າທັງໝົດ 37 ຕື້ກີບ ເຊິ່ງສ້າງຂຶ້ນເພື່ອຈາລຶກຄຸນງາມຄວາມດີ, ເຊີດຊູກຽດສັກສີຂອງວິລະມະ ຫາກະສັດອານາຈັກລາວລ້ານຊ້າງ, ຜູ້ຊົງສະຫລຽວສະ ຫລາດອົງອາດກ້າຫານບໍ່ຍອມຈໍານົນ, ຊົງມີຄວາມປີຊາສາມາດສະຫລາດແຫລມຄົມໃນພິໄຊສົງຄາມ, ຊົງເປັນພຸດທະສາສະນິກກະຊົນອັນລໍ້າເລີດ ເປັນພຣະມະຫາກະສັດຜູ້ຊົງທໍາ ເບິ່ງກວ້າງມອງໄກ ເປັນແບບຢ່າງອັນດີງາມໃນການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານເມືອງ, ສິລະປະວັດທະນະທໍາ, ຮີດຄອງປະເພນີອັນຈົບງາມຂອງຊາດລາວ ສະເໝືອນດັ່ງແວ່ນແຍງອັນໃສແຈ້ງແກ່ອານາປະຊາລາດ ຕັ້ງແຕ່ບັນພະການສືບມາຈົນເຖິງລູກຫລານ ໄດ້ສືບທອດກັນມາຫລາຍເຊັ່ນຄົນຈົນທຸກວັນນີ້ ແລະ ຊົ່ວກາລະນານ.

Image may contain: one or more people and outdoor

.

Image may contain: 6 people, people standing

.

Image may contain: 13 people, people standing and people on stage

.

Image may contain: 2 people, people standing, people on stage, sky and outdoor

ໂຄງການດັ່ງກ່າວປະກອບມີ 2 ໜ້າວຽກໃຫຍ່ຄື: ຫລໍ່ຮູບປັ້ນພຣະເຈົ້າໄຊຍະເຊດຖາທິຣາດ ຊົງປະທັບຊ້າງ ເຜືອກມຸງຄຸນປະທານພອນ ເຊິ່ງຫລໍ່ດ້ວຍທອງເຫລືອງໜັກ 18 ໂຕນ ແລະ ວຽກກໍ່ສ້າງສະຖາປານິກ-ງານປະຕິມະກໍາລວດລາຍວິຈິດສິນຕ່າງໆ.

Image may contain: sky and outdoor

.

Image may contain: sky and outdoor

.

Image may contain: 3 people, sky, cloud and outdoor

.

Image may contain: sky, cloud and outdoor

.

Image may contain: sky, cloud and outdoor

.

Image may contain: night and outdoor

.

Image may contain: night, sky and outdoor

.

ຄຣີບສະເຫລີມສະຫລອງ1

ຄຣີບສະເຫລີມສະຫລອງ2

ພາບຈາກ: Aj Keo Soudhammo

ຂ່າວສານບ້ານເມືອງ

Post navigation

Previous Post: ວິທີການ ເຝິກແອບຊ້າງນ້ອຍໃຫ້ຄຳຮູ້ ຫຼື ເວົ້າອີກຢ່າງໜື່ງວ່າ ວິທີການເອົາຊ້າງເຂົ້າເຄື່ອນ
Next Post: ຊີ້ແຈງຈໍານວນວັກຊິນຈາກຣັດເຊຍ ມາຮອດຕົວຈິງ ມາຮອດລາວແລ້ວ 2 ພັນໂດສ ແລະ ຈະຊ່ວຍທັງໝົດ 2 ລ້ານ

Related Posts

ແຈ້ງການ! ສັ່ງໂຈະການຮຽນການສອນ ທັງພາກລັດ ແລະ ເອກະຊົນທົ່ວນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ໄຟໄໝ້ລົດຂົນສົ່ງ 2 ຄັນ ທີ່ເມືອງທ່າແຂກ ຂ່າວສານບ້ານເມືອງ
ທົ່ວປະເທດ ກຽມໄຂສົກຮຽນໃໝ່ 2020-2021 ໃນວັນທີ 1 ກັນຍານີ້ ຂ່າວສານບ້ານເມືອງ
ກອງຮ້ອຍປ້ອງກັນຊາຍແດນ161 ທະຫານແຂວງຫຼວງພະບາງສໍາເລັດການອົບຮົມ ຂ່າວສານບ້ານເມືອງ
3 ສ່ຽວກໍ່ເຫດລັກໂທລະສັບ ຖືກນຳຈັບດຳເນີນຄະດີ ຂ່າວສານບ້ານເມືອງ
ໜ້າສົນໃຈ! ປູກແຍ້ ກໍ່ສາມາດສ້າງລາຍໄດ້ຢ່າງຫຼວງຫຼາຍໃຫ້ກັບຄອບຄົວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme