Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບຸນພະທາດສີໂຄດຕະບອງ ປີນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 26-28 ມັງກອນ

Posted on 23/01/202123/01/2021 By News No Comments on ບຸນພະທາດສີໂຄດຕະບອງ ປີນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 26-28 ມັງກອນ

ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງໆທ່າແຂກ ແຂວງຄໍາມ່ວນ, ທັງເປັນຮອງປະທານຈັດງານບຸນນະມັດສະການພະທາດສີໂຄດຕະບອງ​ ປະຈຳປີ 2021 ໃຫ້ຮູ້ວ່າ: ບຸນພະທາດປີນີ້ ຈະຈັດຕາມຮີດຄອງປະເພນີ ເນື່ອງຈາກວ່າປະຈຸບັນສະພາບບ້ານເມືອງຍັງຢູ່ໃນໄລຍະເຝົ້າລະວັງຕໍ່ການແຜ່ລະບາດຂອງພະຍາດໂຄວິດ

Image may contain: sky, night, outdoor and nature

.

Image may contain: sky, outdoor and nature

.

Image may contain: sky and outdoor

ດ້ານການກະກຽມຄວາມພ້ອມໂດຍສະເພາະພື້ນຖານໂຄງລ່າງແມ່ນໄດ້ປະຕິສັງຂອນບໍລິເວນວັດ, ທາສີທາດ, ຕົບແຕ່ງປະດັບເອ້ຍ້ອງດ້ວຍດອກໄຟປະດັບ, ຕິດຕັ້ງເສົາໄຟສະປອດໄລ້ໃຫ້ມີຄວາມສະຫວ່າງ ແລະ ໄດ້ສ້າງຂະ ບວນການ 3 ອົງການຈັດຕັ້ງທົ່ວເມືອງອານາໄມອ້ອມຮອບເດີ່ນເພື່ອໃຫ້ມີຄວາມສວຍງາມ.

Image may contain: sky and outdoor

.

Image may contain: sky, outdoor and nature

.

Image may contain: sky, night, tree and outdoor

.

Image may contain: sky, tree, night, outdoor and nature

ສ່ວນກິດຈະກຳລະອຽດຂອງການຈັດງານ ແມ່ນລະ ຫວ່າງວັນທີ 26 – 28 ມັງກອນ, ເຊິ່ງໃນວັນທີ 26 ກົງກັບມື້ຂຶ້ນ 13 ຄໍ່າ ຈະໄດ້ກະກຽມຕົບແຕ່ງກອງບຸນຕາມປະເພນີສາສະໜາ, ວັນທີ 27 ຂຶ້ນ 14 ຄໍ່າ ເລີ່ມແຕ່ເວລາ 13 ໂມງແມ່ນກະກຽມແຫ່ຜາສາດເຜີ້ງຈາກຫ້ອງວ່າການເມືອງທ່າແຂກລົງຫາພະທາດເມືອງເກົ່າ ແລະ ໃນວັນທີ 28 ຂຶ້ນ 15 ຄໍ່າແມ່ນຈະໄດ້ຕັກບາດຖວາຍສັງຄະທານຢູ່ຫໍພະທາດສີໂຄດ. ນອກຈາກວຽກງານທາງພຸດທະສາສະໜາແລ້ວ​ ພາຍໃນງານຍັງໄດ້ມີກິດຈະກຳແຂ່ງຂັນກິລາເສັງກອງແຕ້ ແລະ ກິລາອື່ນໆຈຳນວນໜຶ່ງ ແລະ ຍາມຄໍ່າຄືນຂອງວັນທີ 27 ກໍ່ມີຂັບລໍາມະຫາໄຊ.

Image may contain: night and outdoor

.

Image may contain: one or more people, sky and outdoor

.

Image may contain: outdoor

ພິເສດປີນີ້ແມ່ນຈະໄດ້ມີຂະບວນກອງຜ້າປ່າຈາກສູນ ກາງຄະນະຮັບຜິດຊອບລະດົມທຶນເພື່ອນຳໃຊ້ເຂົ້າໃນການກໍ່ສ້າງອານຸສາວະລີພະເຈົ້າໄຊເສດຖາ.

Image may contain: sky, cloud, plant, tree, outdoor and nature

ດັ່ງນັ້ນ,​ ຈຶ່ງຂໍເຊີນຊວນບັນດາພໍ່ແມ່ພີນ້ອງ ປະຊາຊົນລາວບັນດາເຜົ່າຮ່ວມເປັນເຈົ້າພາບ, ເຈົ້າສັດທາ ແລະ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນລວມເຖິງຜູ້ທີ່ຈະເຂົ້າມາຮ່ວມໃນງານບຸນໃຫ້ເປັນເຈົ້າການໃນການປ້ອງກັນໂຕເອງ ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ, ໃສ່ຜ້າປິດປາກ ແລະ ເປັນເຈົ້າການປົກປັກຮັກສາຄວາມສະຫງົບຄວາມເປັນລະຽບຮຽບຮ້ອຍ ເພື່ອຮັບປະກັນການດຳເນີນງານບຸນປະເພນີຄັ້ງນີ້ໃຫ້ມີຜົນສຳເລັດຢ່າງຈົບງາມ.

No photo description available.

Cr: ນັກຂ່າວແຂວງຄຳມ່ວນ

ຂ່າວສານບ້ານເມືອງ

Post navigation

Previous Post: ແຕ່ງຕັ້ງ ທ່ານ ວຽງທອງ ຫັດສະຈັນ ຂຶ້ນເປັນເຈົ້ານະຄອນ-ຫຼວງພະບາງ ຜູ້ໃໝ່
Next Post: ຮີບດ່ວນ ແຂວງຈຳປາສັກຫາລືກຽມຄວາມພ້ອມຮອບດ້ານ ເພື່ອແກ້ໄຂສະຖານະການ ການລະບາດຂອງ ພ ະ ຍ າ ດ ໂ ຄ ວິ ດ

Related Posts

ສໍ້ ໂ ກ ງ ເງິນເກືອບ 300 ລ້ານ ດ້ວຍຮູບການຕົວະແລ່ນເຂົ້າເປັນລັດຖະກອນ ແລະ ຮັບເງິນບຳນານ ຂ່າວສານບ້ານເມືອງ
ສະພາບອາກາດມື້ນີ້ອາກາດຍັງຈະໜາວເຢັນພ້ອມມີໝອກໜາປົກຫຸ້ມ ຂ່າວສານບ້ານເມືອງ
ກຸ່ມສ່ຽງເມືອງທ່າປາງທອງ ແຂວງ ສະຫວັນນະເຂດ ໄດ້ຮັບການສັກວັກຊີນປ້ອງກັນ ພ ະ ຍ າ ດ ໂ ຄ ວິ ດ ໄລຍະທີ I ຂ່າວສານບ້ານເມືອງ
ທະຫານແຂວງຫຼວງນໍ້າທາ ເຜີຍແຜ່ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກ ຂ່າວສານບ້ານເມືອງ
ທ່ານ ຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງສະຫວັນນະເຂດ ຊີ້ແຈງ ບັນຫານໍ້າມັນຂາດປໍ້າ ມີຫຼາຍສາເຫດ. ຂ່າວສານບ້ານເມືອງ
ອ່ານດ່ວນ ຫ້ າ ມ ເຕົ້າໂຮມຊຸມແຊວສັງສັນດື່ມສິ່ງ ມຶ ນ ເ ມົ າ ທຸກຮູບແບບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme