Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຕ່ງຕັ້ງ ທ່ານ ວຽງທອງ ຫັດສະຈັນ ຂຶ້ນເປັນເຈົ້ານະຄອນ-ຫຼວງພະບາງ ຜູ້ໃໝ່

Posted on 22/01/202122/01/2021 By News No Comments on ແຕ່ງຕັ້ງ ທ່ານ ວຽງທອງ ຫັດສະຈັນ ຂຶ້ນເປັນເຈົ້ານະຄອນ-ຫຼວງພະບາງ ຜູ້ໃໝ່

ແຫລ່ງຂ່າວຈາກແຂວງຫລວງພະບາງ ໃຫ້ຮູ້ວ່າ: ພິທີ ມອບ-ຮັບໜ້າທີ່ ເລຂາພັກ, ເຈົ້ານະຄອນ-ຫລວງພະບາງ ລະຫວ່າງ ທ່ານ ຈັນສຸກ ພັນໂດລັດ ເລຂາຄະນະພັກ, ເຈົ້ານະຄອນ-ຫລວງພະບາງ ຜູ້ເກົ່າ(ພັກຜ່ອນລໍຖ້າຮັບອຸດໜູນບຳນານ) ແລະ ທ່ານ ວຽງທອງ ຫັດສະຈັນ ກຳມະການປະຈຳພັກແຂວງ ເປັນເລຂາຄະນະພັກ, ເຈົ້ານະຄອນ-ຫລວງພະບາງ ຜູ້ໃໝ່ ໃນວັນທີ 21 ມັງກອນ 2021 ໂດຍເປັນປະທານຂອງ ທ່ານ ຄໍາຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫລວງພະບາງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

Image may contain: 11 people, people standing

ໂອກາດນີ້, ທ່ານ ຄໍາຂັນ ຈັນທະວີສຸກ ກໍໄດ້ມີຄໍາເຫັນເນັ້ນໜັກໃຫ້ເຈົ້ານະຄອນຜູ້ໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອທີ່ຜູ້ເກົ່າຍາດມາໄດ້ ແລະ ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີການເມືອງ ໃຫ້ສູງຂຶ້ນ, ເປັນແບບຢ່າງນໍາໜ້າ ໃນການຝຶກຝົນຫລໍ່ຫລອມຕົນເອງ ດ້ານຄຸນທາດການເມືອງ-ຄຸນສົມບັດ ສິນທຳປະຕິວັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ປັບປຸງແບບແຜນນຳພາ ແບບແຜນວິທີເຮັດວຽກໃຫ້ສອດຄ່ອງ ແລະ ແທດເໜາະກັບສະພາບຕົວຈິງ, ທັງເພີ່ມທະວີຄວາມສາມັກຄີພາຍໃນໝູູ່ຄະນະ ເພື່ອພັດທະນາວຽກງານຮອບດ້ານ ຂອງນະຄອນ ຫລວງພະບາງໃຫ້ເຂັ້ມແຂງ ໜັກແໜ້ນຂຶ້ນເລື້ອຍໆ.

Image may contain: 5 people, people standing

ພ້ອມນີ້,ຄະນະພັກນະຄອນ ຕ້ອງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ໃນການສືບຕໍ່ຮັກສາມູນເຊື້ອ ວັດທະນະທໍາ-ຮີດຄອງປະເພນີ ຂອງຊາວຫລວງພະບາງ ໃຫ້ຄົງຄຸນຄ່າ ຕິດພັນກັບ ການປົກປັກຮັກສາເມືອງມໍລະດົກໂລກ ຫລວງພະບາງ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງຕະຫລອດໄປ.

ຂ່າວ: ແຫລ້ ສຸລີນພອນ

ຂ່າວສານບ້ານເມືອງ

Post navigation

Previous Post: ຢຶ ດ ທຳ ລ າ ຍ ສິນຄ້າລັກລອບນຳເຂົ້າທີ່ສ່ຽງທີ່ຈະເອົາເຊື້ອພະຍາດ ໂ ຄ ວິ ດ ເຂົ້າມາປະເທດ
Next Post: ບຸນພະທາດສີໂຄດຕະບອງ ປີນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 26-28 ມັງກອນ

Related Posts

ປັບລາຄານໍ້າມັນຂຶ້ນຢ່າງໃຫຍ່ແອັດຊັງພິເສດເພີ່ມຂຶ້ນ 460ກີບຕໍ່ລິດ ຂ່າວສານບ້ານເມືອງ
ໂຄງການກໍ່ສ້າງຫໍຫລັກເມືອງ ແຂວງໄຊສົມບູນ ສໍາເລັດ 100% ຂ່າວສານບ້ານເມືອງ
ແຈ້ງການແນະນໍາ ກຽມຮັບມືກັບສະພາບເຫດການໄພພິບັດທີ່ອາດເກີດຂຶ້ນໃນຊ່ວງລະດູຝົນ ຂ່າວສານບ້ານເມືອງ
71 ປີມີໄຊ! ກອງທັບປະຊາຊົນລາວ! ຫວນຄືນປະຫວັດສາດອັນສໍາຄັນຂອງຊາດ ຂ່າວສານບ້ານເມືອງ
ແຂວງສະຫວັນນະເຂດ ປ່ອຍແຂ້ນ້ອຍພັນພື້ນເມືອງລາວຄືນສູ່ທໍາມະຊາດ ຂ່າວສານບ້ານເມືອງ
ແຈ້ງການ! ປະກາດປັບຂຶ້ນລາຄານໍ້າມັນ ທົ່ວປະເທດ ເລີ່ມ16 ຕຸລາ ເປັນຕົ້ນໄປ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme