Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງທັບ ອິນໂດເນເຊຍ ອວຍພອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ

Posted on 22/01/202122/01/2021 By News No Comments on ກອງທັບ ອິນໂດເນເຊຍ ອວຍພອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ

ທ່ານ ພົນອາກາດເອກ ຫາດີ ທາຈາຈານໂຕ ຜູ້ບັນຊາທະຫານ ສູງສຸດໃນນາມຕາງ ໜ້າກອງ ທັບອິນໂດເນເຊຍ, ໄດ້ສົ່ງຄຳອວຍພອນ ແລະ ສະແດງຄວາມຊົມເຊີຍ ມາຍັງຄະນະນຳກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ເນື່ອງ ໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 72 ປີ (20 ມັງກອນ 1949-20 ມັງ ກອນ 2021).

Image may contain: 1 person, standing, text that says 'Marsekal TNI Hadi Tjahjanto, S.I.P. PANGLIMA TNI as a great and professional Armed Forces that belongs to Lao People'

ທ່ານໄດ້ກ່າວວ່າ: ຕະຫຼອດໄລ ຍະທີ່ຜ່ານມາກອງທັບອິນໂດເນ ເຊຍ ແລະ ກອງທັບປະຊາຊົນລາວໄດ້ມີການພົວພັນເຊິ່ງ ແລະ ກັນ, ເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສອງປະເທດເວົ້າລວມເວົ້າສະເພາະກໍແມ່ນສອງກອງທັບ ລາວ-ອິນໂດເນເຊຍ ແລະ ໃນອະນາຄົດຕໍ່ໜ້າຈະສຶບ ຕໍ່ຮັກສາການຮ່ວມມືເພື່ອເສີມຂະຫຍາຍຄວາມອາດສາມາດ ດ້ານການທະຫານ ແລະ ສາຍພົວພັນລະຫວ່າງສອງກອງທັບ, ນອກຈາກນັ້ນທ່ານຍັງກ່າວອີກວ່າ, ໃນທ່າມກາງຄວາມສັບສົນຂອງສິ່ງທ້າທາຍທົ່ວໂລກໃນປັດຈຸບັນ, ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍແມ່ນສິ່ງທີ່ຈຳເປັນ. ກອງທັບປະຊາຊົນອິນໂດເນ ເຊຍໄດ້ຕີລາຄາສູງຕໍ່ການຮ່ວມມືໃນຈິດໃຈຂອງອາຊຽນ, ເຊິ່ງໄດ້ສະແດງອອກໃນການເຄື່ອນໄຫວຕ່າງໆຕະຫຼອດໄລຍະທີ່ຜ່ານມາກັບກອງທັບປະຊາຊົນລາວ.

Image may contain: one or more people, sky and outdoor

.

Image may contain: one or more people and outdoor

.

Image may contain: 4 people, outdoor and text

ກອງທັບປະຊາຊົນອິນໂດເນ ເຊຍຈະສືບຕໍ່ເພີ່ມທະວີການຮ່ວມ ມືແລະຊອກຫາໂອກາດການ ຮ່ວມມືທີ່ກວ້າງຂວາງກວ່າເກົ່າ ໃນຊຸມປີຕໍ່ໜ້າ ແລະ ຫວັງວ່າ ກອງທັບປະຊາຊົນລາວຈະສືບ ຕໍ່ກ້າວໄປຂ້າງໜ້າເປັນກອງທັບ ທີ່ຍິ່ງໃຫຍ່ພ້ອມໆກັນ.

Image may contain: 13 people, hat and outdoor
.
Image may contain: 9 people, outdoor

.

Image may contain: outdoor

.

Image may contain: one or more people and outdoor

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຂອງກອງບັນຊາການປກສແຂວງສະຫວັນນະເຂດ
Next Post: ແຂວງຜົ້ງສາລີ ມອບ – ຮັບ ໜ້າທີລະຫ່ວາງຮອງເຈົ້າແຂວງຜູ້ເກົ່າ ແລະ ຜູ້ໃໝ່

Related Posts

ພິທີ ຖວາຍພຣະເພີງ ລະດັບຊາດ ພຣະສະຣີຣະສັງຂານ ຂອງອົງພຣະຍອດແກ້ວມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ – 26 ມິຖຸນາ 2020 ຂ່າວສານບ້ານເມືອງ
ສະຫະພັນກຳມະບານເມືອງຮຸນ ແລະ ເມືອງປາກແບງ ລົງເຄື່ອນໄຫວຊ່ວຍເຫຼືອພໍ່ແມ່ປະຊາຊົນ ຂ່າວສານບ້ານເມືອງ
ມວນຊົນຊາວນະຄອນຫລວງວຽງຈັນ ຕື່ນຕົວໄປຕໍ່ແຖວສັກຢາວັກຊີນປ້ອງກັນ ໂ ຄ ວິ ດ ຂ່າວສານບ້ານເມືອງ
ຊາປະນະກິດຈົວນ້ອຍ ທັງ 3 ເຫດໄຟໄໝ້ກຸຕິໄມ້ຫລັງເກົ່າ ວັດສີບຸນເຮືອງ ເມືອງຫົງສາ ຂ່າວສານບ້ານເມືອງ
ແຕ່ງຕັ້ງ ທ່ານ ວຽງທອງ ຫັດສະຈັນ ຂຶ້ນເປັນເຈົ້ານະຄອນ-ຫຼວງພະບາງ ຜູ້ໃໝ່ ຂ່າວສານບ້ານເມືອງ
ແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນຂອງທະນາຄານທຸລະກິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme