ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການແກ້ໄຂຄວາມບໍ່ສະຫງົບທາງດ້ານການເມືອງ ແລະຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມປີ 2019-2020 ຂອງກອງບັນຊາການປກສແຂວງສະຫວັນນະເຂດ ພິທີດັງກ່າວໄດ້ຈັດຂຶ້ນ ໃນວັນທີ 21 ມັງກອນ 2021ນີີ້ ໂດຍເປັນປະທານຂອງ ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ,ມີຄະນະຫ້ອງ,ຄະນະພະແນກ,ກອງພັນປ້ອງກັນເຄື່ອນທີ່,ໂຮງຮຽນ ປກສ ຊັ້ນສູງເລກ 3, ມີບັນດາ ປກສເມືອງ, ປກສ ນະຄອນໄກສອນພົມວິຫານ,ພ້ອມດ້ວຍພະນັກງານທີ່ລົງກໍ່ສ້າງຮາກຖານ ແລະແຂກຮັບເຊີນເຂົ້າຮ່ວມ.

ພັທ ວຽງທອງ ຫຼ້າບົວພອນ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ,ໄດ້ຂຶ້ນຜ່ານບົດະຫຼຸບວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບການແກ້ໄຂຄວາມບໍ່ສະຫງົບທາງດ້ານການເມືອງແລະຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມໃນ01 ປີຜ່ານມາ ເຊິ່ງເຫັນວ່າ: ສະພາບຄວາມບໍ່ສະຫງົບທາງດ້ານການເມືອງ ຍັງມີກຸ່ມຄົົນບໍ່ດີຍັງມີການເຄື່ອນໄຫວ, ປະຕິບັດກົນອຸບາຍມ້າງເພທຳລາຍ, ທີ່ມີລັກສະນະເລິກແລບແນບນຽນ ໂຄສະນາໃສ່ຮ້າຍປ້າຍສີ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ໂດຍຜ່ານສື່ສັງຄົມອອລາຍ,ເຟດບຸກ,ອິນເຕີເນັດ ແລະ ອື່ນໆ, ທີ່ເປັນກະບອກສຽງ, ປັ່ນປ່ວນ, ສ້າງຂໍ້ຂັດແຍ່ງ, ແບ່ງແຍກຄວາມສາມັກຄີພາຍໃນ, ທີ່ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ປຸ້ນຈີ້ຊີງຊັບ, ຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ ແລະ ອຸບັດຕິເຫດ , ຕີລາຄາຜົນໄດ້ຮັບໃນການລົງກໍ່ສ້າງຮາກຖານການເມືອງ, ຜ່ານການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງໃນ 01 ປີ 06 ເດືອນ ຄັ້ງນີ້ເຫັນໄດ້ຫຼາຍດ້ານ ມີ ການປ່ຽນແປງຢ່າງຕັ້ງຫນ້າເປັນຕົ້ນ, ລະບົບການຈັດຕັ້ງຢູ່ຮາກຖານໄດ້ຮັບການປັບປຸງດີຂຶ້ນ, ກໍາລັງ ປກສ ກຸ່ມ, ປກສ ບ້ານ ໄດ້ມີການເຄື່ອນໄຫວເຮັດຫນ້າທີ່ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ອໍານາດການປົກຄອງ ບ້ານໄດ້ຮັບການຊີ້ນໍາມີຄວາມເຂັ້ມແຂງ ແລະ ໃຫ້ຄວາມສະດວກໃນການເຄື່ອນໄຫວວຽກງານ, ພໍ່ແມ່ປະຊາຊົນມີ ຄວາມເຂົ້າໃຈ, ເຊື່ອຫມັ້ນຕໍ່ແນວທາງນະໂຍບາຍຂອງພັກ, ເອົາໃຈໃສ່ປະຕິບັດລະບຽບກົດຫມາຍຂອງລັດ ເຮັດໃຫ້ບ້ານ ຂອງຕົນມີຄວາມສະຫງົບປອດໄຟໂດຍເປັນພື້ນຖານ.

ໃນໂອກາດດຽວກັນ ທ່ານ ພັທ ຄຳຜາຍ ຄູນລາດສຸວັນນະວົງ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງສະຫວັນນະເຂດ, ສະບັບເລກທີ 0221/ຈຂ,ສຂ,ລົງວັນທີ 19 ມັງກອນ 2021,ວ່າດ້ວຍການຖອນນາຍຕຳຫຼວດທີ່ລົງກໍ່ສ້າງຮາກຖານ ຕິດພັນກັບການແກ້ໄຂ ຄວາມບໍ່ສະຫງົບທາງດ້ານການເມືອງ,ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມປະຈຳປີ 2019-2020, ຂໍ້ຕົກລົງ ຂອງທ່ານເຈົ້າແຂວງສະຫວັນນະເຂດ,ສະບັບເລກທີ 0206/ຈສ.ສຂ,ລົງວັນທີ 19 ມັງກອນ 2021 ວ່າດ້ວຍການຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນທີ່ດີເດັ່ນ, ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງສະຫວັນນະເຂດ, ສະບັບເລກທີ 020/ປກສ.ສຂ, ລົງວັນທີ 18 ມັງກອນ 2021 ວ່າດ້ວຍການຖອນນາຍ ແລະ ພົນຕຳຫຼວດທີ່ລົງປະຈຳການກະກຽມກອງປະຊຸມ 3 ຂັ້ນຂອງແຂວງສົກປີ 2019,ຂໍ້ຕົກລົງ ຂອງກອງບັນຊາການ ປກສ ແຂວງສະຫວັນນະເຂດ, ສະບັບເລກທີ 030/ປກສ.ສຂ,ລົວັນທີ 19 ມັງກອນ 2021 ວ່າດ້ວວຍການຍ້ອງຍໍໃຫ້ນາຍ ແລະ ພົນຕຳຫຼວດໃນການລົງກໍ່ສ້າງຮາກຖານການເມືອງຕິດພັນກັບການແກ້ໄຂຄວາມບໍ່ສະຫງົບທາງດ້ານການເມືອງ ແລະຄວາມບໍ່ເປັນລະບຽບຮຽບຮ້ອຍໃນ 9 ຕົວເມືອງປະຈຳປີ 2019, ຂໍ້ຕົກລົງ ຂອງກອງບັນຊາການ ປກສ ແຂວງສະຫວັນນະເຂດ,ເລກທີ 019/ປກສ.ສຂ,ລົງວັນທີ 18ມັງກອນ 2021,ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ພະນັກງານລົງກໍ່ສ້າງຮາກຖານ ຕິດພັນກັບການແກ້ໄຂຄວາມບໍ່ສະຫງົບທາງດ້ານການເມືອງ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ນະຄອນໄກສອນພົມວິຫານ ແລະ 3 ຕົວເມືອງຂອງແຂວງສະຫວັນນະເຂດ ປະຈຳປີ 2021 ແລະ ຂໍຕົກລົງຊົ່ວຄາວ ຂອງກອງບັນຊາການ ປກສ ແຂວງສະຫວັນນະເຂດ,ເລກທີ 021/ປກສ.ສຂ,ລົງວັນທີ 18 ມັງກອນ 2021,ວ່າດ້ວຍການແຕ່ງຕັ້ງນາຍ ແລະ ພົນຕຳຫຼວດໄປຊ່ວຍວຽກວິຊາສະເພາະຢູ່ກອງພັນປ້ອງກັນເຄື່ອນທີ່.

.

ຂ່າວພາບ: ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ
---------------
ຢ່າລືມກົດຕິດຕາມເພຈ All in LAOS
------------------------------