Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄວບຄຸມຄຸນນະພາບກວດກາສານພິດຕົກຄ້າງໃນພືດຜັກ-ໝາກໄມ້

Posted on 21/01/202121/01/2021 By News No Comments on ຄວບຄຸມຄຸນນະພາບກວດກາສານພິດຕົກຄ້າງໃນພືດຜັກ-ໝາກໄມ້

ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງວຽງຈັນ, ຮ່ວມກັບ ສູນປ້ອງກັນພືດສາລາຄໍາ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສີໂຄດຕະບອງ ແລະ ຕະຫລາດລາວ-ອົກຊີ ເປີດຂະບວນການຄວບຄຸມຄຸນນະພາບ ກວດກາສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃນວັນທີ 20 ມັງກອນ 2021 ຢູ່ຕະຫລາດລາວ-ອົກຊີ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.

Image may contain: 6 people, people standing

ທ່ານ ໜຽວຄໍາ ຄໍາມີນາທີ ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ເຜີຍໃຫ້ຮູ້ວ່າ: ການລົງກວດການໃນຄັ້ງນີ້, ເປັນການຜັນຂະຫຍາຍຄໍາສັ່ງ ຂອງທ່ານເຈົ້າຄອງນະຄອນ ຫລວງວຽງຈັນ ວ່າດ້ວຍການຄຸ້ມຄອງຄຸນນະພາບພືດ ແລະ ຜະລິດຕະພັນພືດຢູ່ໃນຕະຫລາດ ແລະ ພື້ນທີ່ການຜະລິດຂອງນະຄອນຫລວງວຽງຈັນ, ເຊິ່ງໃນປີຜ່ານມາ ແມ່ນສາມາດຈັດຕັ້ງປະຕິບັດ ການຄວບຄຸມຄຸນນະພາບພືດ ໂດຍສະເພາະ ພືດຜັກ ແລະ ໝາກໄມ້ ທົ່ວນະຄອນຫລວງວຽງຈັນໃນ 18 ຕະຫລາດ. ນອກຈາກນັ້ນ, ຍັງໄດ້ຈັດຕັ້ງປະຕິບັດໃນ 5 ເມືອງເປົ້າໝາຍ ຄື: ເມືອງຫາດຊາຍຟອງ, ສີສັດຕະນາກ, ຈັນທະບູລີ, ໄຊເສດຖາ ແລະ ເມືງສີໂຄດຕະບອງ ແລະ ກວດກາສາງເກັບມ້ຽນ ຕະຫລາດກະສິກໍາອິນຊີ ເຊັ່ນ: ຕະຫລາດໄອເຕັກ, ຕະຫລາດດົງນາໂຊກ ແລະ ຕະຫລາດຫ້ວຍຫົງ.

Image may contain: 2 people, outdoor and food

ທ່ານ ໜຽວຄໍາ ຄໍາມີນາທີ ຍັງລາຍງານໃຫ້ຮູ້ອີກວ່າ: ຈາກການນໍາເຂົ້າສິນຄ້າໃນໄລຍະຜ່ານມາເຫັນວ່າ ສານເຄມີຕົກຄ້າງນັບມື້ນັບຫລຸດໜ້ອຍລົງ ເນື່ອງຈາກວ່າມີການກວດກາຄຸນນະພາບ ຢູ່ໃນບັນດາຕະຫລາດ, ສາງເຢັນ, ດ່ານນໍາເຂົ້າ ແລະ ຕະຫລາດກະສິກໍາອິນຊີ. ທັງນີ້, ແນໃສ່ເຮັດໃຫ້ຜູ້ບໍລິໂພກ ໄດ້ຮັບການບໍລິໂພກພືດຜັກ ແລະ ໝາກໄມ້ ທີ່ປອດໄພຕາມທິດສີຂຽວ ຍືນຍົງ ແລະ ສະອາດ ຂອງນະຄອນຫລວງວຽງຈັນ.

Image may contain: 2 people, people standing, outdoor and food

ການກວດຫາສານເຄມີ ຕົກຄ້າງຢູ່ໃນພືດຜັກ ແລະ ໝາກໄມ້ ຢູ່ຕະຫລາດລາວ-ອົກຊີ ຄັ້ງນີ້, ສາມາດເກັບກໍາໄດ້ 15 ຕົວຢ່າງ ທີ່ກວດດ້ວຍເຄື່ອງກວດທັນສະໄໝ ພົບສານເຄມີຕົກຄ້າງ ໃນປະລິມານໜ້ອຍຢູ່ໝາກເຜັດນ້ອຍ ທີ່ນໍາມາຈາກເມືອງກາສີ ແຂວງວຽງຈັນ, ສ່ວນຕະຫລາດອື່ນໆ ແມ່ນຈະເນີນການກວດກາໃນມື້ຕໍ່ໄປ.

ຂ່າວສານບ້ານເມືອງ

Post navigation

Previous Post: ເປີດໂຮງງານຜະລິດ ແລະ ຈຳໜ່າຍທາດ ລ ະ ເ ບີ ດ ອຸດສາຫະກຳ
Next Post: ກອງປະຊຸມອາຊຽນແບບທາງໄກ ພາຍໃຕ້ການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ສົກປີ 2021

Related Posts

ອຸຕຸເຕືອນໄພ! ກຽມຮັບມືກັບພາຍຸໝຸນເຂດຮ້ອນ ໂນອຶນ ຈະເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງຢູ່ບັນດາແຂວງໃນແຕ່ລະພາກ ຂ່າວສານບ້ານເມືອງ
ປະຕິບັດການ! ສີດຢາຂ້າເຊື້ອ ຢູ່ຮ້ານ Funny 89 ບ້ານທ່າສະຫວ່າງ ກຸ່ມທ່າງ່ອນ ຂ່າວສານບ້ານເມືອງ
ມະຫັດສະຈັນ ທໍາມະຊາດສ້າງໄວ້ຄົ້ນພົບຖໍ້າທີ່ເຢັນສຸດໆ ຈົນນໍ້າຍ້ອຍກາຍເປັນນໍ້າແຂງ ຂ່າວສານບ້ານເມືອງ
ລະວັງການເດີນທາງ ພູເກົ້າຫຼັກ ເພາະມີການສ້ອມແປງທາງ ຂ່າວສານບ້ານເມືອງ
ຄວາມສາມັກຄີ ກອງພັນໃຫຍ່ 201 ສໍາເລັດການສ້າງຂົວຂ້າມນໍ້າພູນ ຂ່າວສານບ້ານເມືອງ
ຢຶ ດ ສິ ນ ຄ້ າ ທີ່ນໍາເຂົ້າ ບໍ່ ຖື ກ ຕ້ ອ ງ ຕາມລະບຽບກົດໝາຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme