ບົດປາໄສຂອງປີ2017 ໂດຍ: ທ່ານ ພົອ ຈັນສະໝອນ ຈັນຍາລາດ

ຮຽນ: ບັນດາສະຫາຍຄະນະພັກກະຊວງ ທີ່ນັບຖື!
ບັນດາສະຫາຍທີ່ຮັກແພງທັງຫຼາຍ
ມື້ນີ້, ພະນັກງານ-ນັກຮົບ, ນາຍ ແລະ ພົນທະຫານໃນທົ່ວກຳລັງປະກອບອາວຸດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະຊາຊົນພວກເຮົາມີຄວາມເບີກບານມ່ວນຊື່ນ ແລະພາກພູມໃຈເປັນຢ່າງຍິ່ງ ທີ່ີພ້ອມກັບພັກ-ລັດ ແລະປະຊາຊົນລາວບັນດາເຜົ່າໃນທົ່ວປະເທດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວວີລະຊົນ ທີ່ໄດ້ໝູນວຽນມາບັນຈົບ ຄົບຮອບ 68 ປີ, ໃນທ່າມກາງບັນຍາກາດທີ່ີທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະທົ່ວປວງຊົນລາວທັງຊາດພວມສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໃຫ້ເຂົ້າສູ່ຊີວິດຕົວຈິງຢ່າງເປັນຂະບວນກວ້າງຂວາງໃນ ທົ່ວສັງຄົມ. ສຳລັບກອງທັບເຮົາກໍພວມສືບຕໍ່ອອກແຮງງານແຂ່ງຂັນກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດຢ່າງເປັນຂະບວນຟົດຟື້ນ, ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນບັນດາວັນປະຫວັດສາດສຳຄັນຂອງຊາດ, ຂອງພັກເຮົາ ແລະສືບຕໍ່ສຸມທຸກຄວາມສາມາດເພື່ອປັບປຸງ-ກໍ່ສ້າງກອງທັບເຮົາເປັນກອງທັບປະຕິວັດ ມີລະບຽບແບບແຜນ ແລະທັນສະໄໝ.
ໃນບັນຍາກາດອັນສະຫງ່າລາສີມີຄວາມໝາຍສຳຄັນນີ້, ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ, ຂໍຝາກຄວາມສາມັກຄີຮັກແພງອັນສະໜິດສະໜົມອົບອຸ່ນທີ່ສຸດໄປຍັງນາຍ ແລະພົນທະຫານໃນທົ່ວກຳລັງປ້ອງກັນຊາດ ທັງກຳລັງຫຼວງ ແລະກຳລັງທ້ອງຖິ່ນ, ທະຫານລາດກອງຫຼອນ, ກຳລັງປ້ອງກັນຕົວ,ກຳມະກອນ ແລະພາລະກອນປ້ອງກັນຊາດ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າທົ່ວປະເທດທີ່ໄດ້ສາມັກຄີກັນແໜ້ນແຟ້ນກັບບັນດາກຳລັງປະກອບອາວຸດປະຊາຊົນປະຕິບັດໜ້າທີ່ປົກປັກຮັກສາໝາກຜົນຂອງການປະຕິວັດ ແລະປະເທດຊາດອັນແສນຮັກຂອງພວກເຮົາໄວ້ໄດ້ຢ່າງໝັ້ນຄົງ. ຝາກຄວາມຢ້ຽມຢາມຖາມຂ່າວ ແລະຄວາມຄິດຮອດຄິດເຖິງບັນດາສະຫາຍພະນັກງານ-ນັກຮົບທີ່ພວມປະຕິບັດໜ້າທີ່ອັນມີກຽດສະຫງ່າຂອງຕົນຢູ່ໃນທົ່ວທຸກແຫ່ງຂອງປະເທດຊາດ, ພິເສດຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ຄວາມເປັນຫ່ວງເປັນໃຍ ແລະອວຍພອນໄຊອັນປະເສີດໄປຍັງພະນັກງານ-ນັກຮົບທີ່ພວມປະຕິບັດໜ້າທີ່ີຢູ່ເຂດທຸລະກັນດານ, ເຂດຊາຍແດນ ແລະຜູ້ທີ່ເສຍອົງຄະ, ຜູ້ທີ່ພວມພະຍາບານຕົວຢູ່ໂຮງໝໍແຫ່ງຕ່າງໆ ຈົ່ງຫາຍຈາກການເຈັບປ່ວຍໃຫ້ມີເຫື່ອແຮງເຂັ້ມແຂງໂດຍໄວ.
ໃນພິທີອັນສະຫງ່າລາສີ ແລະ ມີຄວາມໝາຍສຳຄັນນີ້, ພວກເຮົາຂໍສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງ ແລະ ອາໄລຮັກຢ່າງສຸດຊຶ້ງເຖິງ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກທີ່ໄດ້ນຳພາສ້າງຕັ້ງ ແລະຫຼໍ່ຫຼອມກອງທັບເຮົາ ແລະຂໍສະແດງຄວາມອາໄລຮັກ ແລະຮູ້ບຸນຄຸນເຖິງບັນດາຜູ້ ນຳຂອງພັກ ແລະລັດເຮົາ, ບັນດາວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານ-ນັກຮົບ ແລະປະຊາຊົນລາວບັນດາເຜົ່າທີ່ໄດ້ເສຍສະຫຼະຊີວິດ ເພື່ອຄວາມເປັນເອກະລາດແຫ່ງຊາດ, ເພື່ອອຸດົມການຂອງພັກ, ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າ, ພ້ອມນີ້ ກໍຂໍຝາກຄວາມຢ້ຽມຢາມອັນອົບອຸ່ນ ແລະສະໜິດສະໜົມໄປຍັງບັນດາຄອບຄົວພະນັກງານ-ນັກຮົບທີ່ມີຜົນງານໃນການປະກອບສ່ວນໃນໄລຍະແຫ່ງການຕໍ່ສູ້ກູ້ຊາດ ກໍຄືໄລຍະການປົກປັກຮັກສາ ແລະສ້າງສາປະເທດຊາດໃນປັດຈຸບັນ. ບັນດາພະນັກງານປະຕິວັດອາວຸໂສ, ພະນັກງານ-ນັກຮົບທີ່ໄດ້ຜ່ານການສູ້ຮົບ ແລະເຮັດວຽກຮັບໃຊ້ໃນຂະແໜງການຕ່າງໆຂອງກອງທັບ ທີ່ໄດ້ພັກຜ່ອນກິນເບ້ຍບຳນານ ແຕ່ກໍຍັງສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງກອງທັບປະຕິວັດ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ປົກປັກຮັກສາ ແລະພັດທະນາປະເທດຊາດຕາມແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກເຮົາໃນປັດຈຸບັນຕະຫຼອດມາໃນນະໂອກາດນີ້ດ້ວຍ.

ບັນດາສະຫາຍທີ່ຮັກແພງ!
ກ່ອນໜ້ານີ້ 68 ປີ, ວັນທີ 20 ມັງກອນ ປີ 1949, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດຕໍ່ສູ້ ເພື່ອກູ້ເອົາປະເທດອອກຈາກການຮຸກຮານ, ຍຶດຄອງຂອງພວກຈັກກະພັດ ແລະລູກແຫຼ່ງຕີນມືຜູ້ຂາຍຊາດລາວ, ຢູ່ທີ່ໝັ້ນຖໍ້າແມຂອງຕາແສງລາວຮຸ່ງ, ເມືອງຊຽງຄໍ້ ແຂວງຫົວພັນກອງລາດຊະວົງໄດ້ຮັບ ການສ້າງຕັ້ງຂຶ້ນ. ໂດຍແມ່ນປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກເປັນຜູ້ປະກາດສ້າງຕັ້ງ, ທັງເປັນຜູ້ ນຳພາ ແລະບັນຊາໂດຍກົງ. ນັ້ນເປັນວັນແຫ່ງການເຕົ້າໂຮມບັນດາກອງປະກອບອາວຸດທີ່ໄດ້ສ້າງຕັ້ງຂຶ້ນຢູ່ໃນບໍລິເວນຕ່າງໆໃນທົ່ວປະເທດເຂົ້າເປັນກອງທັບລາວອິດສະຫຼະ, ມັນໄດ້ເປັນຂີດໝາຍໃໝ່ທີ່ຢັ້ງຢືນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປະກອບອາວຸດປະຕິວັດພວກເຮົາ.
ພໍແຕ່ໄດ້ສ້າງຕັ້ງຂຶ້ນ, ກອງທັບເຮົາກໍໄດ້ຜະເຊີນໜ້າໂດຍກົງກັບສັດຕູທີ່ມີກຳລັງແຮງເໜືອກວ່າຕັ້ງຫຼາຍເທົ່າທາງດ້ານເສດຖະກິດ, ດ້ານກຳລັງພົນ ແລະ ອາວຸດຍຸດໂທປະກອນ, ແຕ່ດ້ວຍການເສີມຂະຫຍາຍນໍ້າໃຈຮັກຊາດອັນດູດດື່ມ ແລະການສືບທອດມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະປະຊາຊົນເຮົາ. ຜ່ານການເຝິກຝົນທົດສອບໃນແປວໄຟແຫ່ງການຕໍ່ສູ້ກູ້ຊາດໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກທີ່ສຸດນັ້ນ, ກອງທັບເຮົາໄດ້ສ້າງວີລະກຳອັນລໍ້າເລີດຈາລຶກໄວ້ໃນໜ້າຄຳປະຫວັດສາດຂອງກອງທັບ ແລະຂອງຊາດລາວເຮົາ. ເລີ່ມຈາກເປັນກອງໂຄສະນາປະກອບອາວຸດທີ່ສ້າງຕັ້ງຂຶ້ນໃນທ້ອງຖິ່ນຕ່າງໆ ເໜືອ, ກາງ ແລະໃຕ້, ມີອາວຸດຍຸດໂທປະກອນທີ່ປະຖົມປະຖານ, ຜ່ານການປັບປຸງ, ກໍ່ສ້າງກຳລັງ, ເຄື່ອນໄຫວສູ້ຮົບ ກອງທັບເຮົາໄດ້ເຕີບໃຫຍ່ຢ່າງວ່ອງໄວທັງ ດ້ານປະລິມານ ແລະຄຸນນະພາບ, ກາຍເປັນກອງທັບປະຕິວັດທີີ່ມີບັນດາກົມກອງເຫຼົ່າຮົບ, ໄດ້ພ້ອມກັບປວງຊົນທັງຊາດສູ້ຮົບເດັດດ່ຽວອາດຫານ, ຍິ່ງສູ້ກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ຍິ່ງຕີກໍຍິ່ງອົງອາດກ້າແກ່ນ ແລະຍາດໄດ້ໄຊຊະນະອັນໃຫຍ່ຫຼວງຂຶ້ນເລື້ອຍໆ, ຂົນຂວາຍມະຫາຊົນກໍ່ສ້າງຮາກຖານການເມືອງ ແລະເພີ່ມພູນຜະລິດຜົນແກ້ໄຂຊີວິດການເປັນຢູ່. ກອງທັບເຮົາໄດ້ປະກອບສ່ວນຢ່າງເປັນເຈົ້າການເຂົ້າໃນໄຊຊະນະລວມຂອງພາລະກິດຕໍ່ສູ້ ເພື່ອຄວາມເປັນເອກະລາດແຫ່ງຊາດ, ເພື່ອອິດສະຫຼະພາບ ແລະຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າ. ໄດ້ເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະປະຊາຊົນມອບໝາຍໃຫ້, ນັ້ນກໍຄືຕີເອົາຊະນະກັບສັດຕູຜູ້ຮຸກຮານ ແລະລູກແຫຼ່ງຕີນມືຜູ້ຂາຍຊາດກ້າວໄປເຖິງການລຶບລ້າງລະບອບເກົ່າອະທິປະໄຕທີ່ຫຼ້າສະໄໝສະຖາປະນາລະບອບໃໝ່ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975 ຢ່າງສະຫງ່າຜ່າເຜີຍ.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ໂດຍກຳແໜ້ນ 2 ໜ້າທີ່ຍຸດທະສາດຂອງພັກ, ກອງທັບເຮົາໄດ້ເສີມຂະຫຍາຍທາດແທ້ ແລະມູນເຊື້ອຂອງຕົນ, ອອກແຮງປັບປຸງກໍ່ສ້າງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນຮອບດ້ານ,ຍາມໃດກໍໄດ້ເຊີດຊູສະຕິລະວັງຕົວ, ເຝິກແອບຮໍ່າຮຽນ, ກຽມພ້ອມສູ້ຮົບ, ເປັນກຳລັງຫຼັກແຫຼ່ງສະກັດກັ້ນ ແລະທັບມ້າງທຸກກົນອຸບາຍຂອງພວກອິດທິກຳລັງປໍລະປັກທີ່ຫວັງມ້າງເພທຳລາຍເກາະຜິດດ້ວຍອາວຸດບຽດຍຶດຊາຍແດນໄດ້ຢ່າງທັນການ, ດ້ວຍນໍ້າໃຈພິລະອາດຫານເດັດຂາດມີໄຊ, ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບ ແລະຄວາມສະຫງົບທາງດ້ານການເມືອງໄວ້ໄດ້ຢ່າງໜັກແໜ້ນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃນແຕ່ລະໄລຍະຢ່າງສົມກຽດ. ເຮັດໃຫ້ກອງທັບເຮົາເຕີບໃຫຍ່, ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ພົ້ນເດັ່ນໃນຊຸມປີຜ່ານມານີ້ ກອງທັບເຮົາໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດກອງປະຊຸມໃຫຍ່ຄັ້ງຕ່າງໆຂອງພັກ, ຂອງອົງຄະນະພັກກະຊວງປ້ອງກັນປະເທດ ສາມາດປະຕິບັດບັນດາຄາດໝາຍສູ້ຊົນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເລື້ອຍໆ. ສັງຄົມມີຄວາມສະຫງົບ-ປອດໄພໂດຍພື້ນຖານ ໂດຍສະເພາະການປ້ອງກັນບັນດາເປົ້າໝາຍສຳຄັນ,ວັນບຸນປະຫວັດສາດ ແລະກອງປະຊຸມຕ່າງໆລະດັບພາຍໃນ ແລະສາກົນມີຄວາມສະຫງົບ-ປອດໄພ 100%; ຮັບປະກັນສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໄປພ້ອມໆກັບການປະຕິບັດໜ້າທີ່ເຄື່ອນໄຫວປົກປັກຮັກສາຄວາມເປັນເອກະລາດ ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ ແລະ ມີຄວາມສະຫງົບ-ປອດໄພ ກອງທັບເຮົາຍັງໄດ້ເອົາໃຈ ໃສ່ປັບປຸງກໍ່ສ້າງກຳລັງຂອງຕົນທາງດ້ານການເມືອງ-ແນວຄິດ, ວິຊາສະເພາະຂອງບັນດາເຫຼົ່າຮົບສິລະປະຍຸດ- ຍຸດທະວິທີການທະຫານໃຫ້ມີຄວາມຊຳນິຊຳນານ, ຍູ້ແຮງຂະບວນການແຂ່ງຂັນກໍ່ສ້າງກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ, ກໍ່ສ້າງກອງປອດໃສ, ປອດໄພ ແລະປອດຄະດີຕິດພັນກັບການກໍ່ສ້າງກົມກອງ-ນັກຮົບວັດທະນະທຳໄດ້ຫຼາຍກົມກອງ, ເຫຼົ່າຮົບ. ໄປຄຽງຄູ່ກັນນີ້ກອງທັບເຮົາຍັງໄດ້ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອສ້າງສະຕິເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍການຂຸດຄົ້ນທ່າແຮງບົ່ມຊ້ອນຂອງກົມກອງທັງກຳລັງຫຼວງ ແລະກຳລັງທ້ອງຖິ່ນເຂົ້າໃນການປັບປຸງກໍ່ສ້າງຄ້າຍຄູ, ສ້າງພະລາທິການກັບທີ່, ຍູ້ແຮງການຜະລິດ ແລະຜະລິດເປັນສິນຄ້າສ້າງລາຍຮັບໃຫ້ກົມກອງນັບມື້ຫຼາຍຂຶ້ນ, ສາມາດຍົກສູງລະດັບຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ, ສ້າງພື້ນຖານວັດຖຸເຕັກນິກ, ພື້ນຖານອຸດສາຫະກຳຜະລິດອຸປະກອນຮັບໃຊ້ພາຍໃນກອງທັບ ແລະອຸປະກອນໃຊ້ສອຍໃນສັງຄົມ ເຮັດໃຫ້ກົມກອງທະຫານໃນທົ່ວກອງທັບນັບມື້ມີໂສມໜ້າດີຂຶ້ນກວ່າເກົ່າ.
ໂດຍກຳແໜ້ນແນວທາງການຕ່າງປະເທດທີ່ຖືກຕ້ອງສອດຄ່ອງຂອງພັກ ກອງທັບເຮົາຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງຖືກຕ້ອງ. ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃກ້ຄຽງ, ບັນດາປະເທດອາຊຽນ ແລະບັນດາປະເທດອື່ນໆບົນຫຼັກ ການຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ແລະການສະໜັບສະໜູນຈາກເພື່ອນມິດສາກົນ. ພິເສດໃນປີ2016ນີ້, ກອງທັບເຮົາໄດ້ຮັບກຽດເປັນເຈົ້າພາບ ແລະປະທານຈັດກອງປະຊຸມທະຫານອາຊຽນ ໂດຍສະເພາະແມ່ນກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ຄັ້ງທີ 10 ( ADMM ), ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ ແລະກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບໍ່ເປັນທາງການວົງແຄບ (ADMM-Retreat) ແລະກອງປະຊຸມປິ່ນອ້ອມອື່ນໆ ບັນລຸຜົນສຳເລັດຢ່າງຈົບງາມ, ເຊິ່ງກໍໄດ້ຮັບການຍ້ອງຍໍ, ຊົມເຊີຍຢ່າງສູງ ຈາກບັນດາປະເທດເພື່ອນມິດໃນພາກພື້ນ ແລະໃນໂລກ.
ຜົນງານ ແລະໄຊຊະນະອັນໃຫຍ່ຫຼວງເປັນປະຫວັດສາດຂອງກອງທັບເຮົາທີ່ຍາດມາໄດ້ໃນໄລຍະ 68 ປີ ທີ່ຜ່ານມານັ້ນ, ກ່ອນອື່ນໝົດແມ່ນໄດ້ມາຈາກການນຳພາອັນຖືກຕ້ອງສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ພັກເປັນຜູ້ສ້າງຕັ້ງ, ນຳພາ ແລະສຶກສາອົບຮົມກອງທັບເຮົາຕະຫຼອດມາ, ພັກໄດ້ວາງແນວທາງລວມ ແລະແນວທາງການທະຫານຢ່າງປະດິດສ້າງຖືກກັບເງື່ອນໄຂຂອງສະພາບການແຕ່ລະໄລຍະ, ໄດ້ວາງຍຸດທະສາດການຕໍ່ສູ້ຖືກຕ້ອງ ແລະຍຸດໂທບາຍທີ່ຄ່ອງແຄ້ວ, ມີໄຫວພິບ, ໄດ້ນຳໃຊ້ ແລະສົມທົບບັນດາຮູບການຕໍ່ ສູ້ຢ່າງຊຳນິນຳນານ, ເສີມຂະຫຍາຍທຸກກຳລັງແຮງບົ່ມຊ້ອນພາຍໃນປະເທດໂດຍສົມທົບຢ່າງແໜ້ນກັບກຳລັງແຮງຂອງຍຸກສະໄໝ, ຮ່ວມສຳພັນສູ້ຮົບກັບກອງທັບ ແລະປະຊາຊົນຫວຽດນາມອ້າຍນ້ອງ, ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງ ແລະມີປະສິດທິຜົນຈາກເພື່ອນມິດສັງຄົມນິຍົມ ໂດຍສະເພາະແມ່ນ ສປ ຈີນ ແລະອະດີດສະຫະພາບໂຊວຽດ, ຈາກບັນດາປະເທດເພື່ອນມິດ ແລະບັນດາກຳລັງທີ່ກ້າວໜ້າໃນທົ່ວໂລກ. ກອງທັບເຮົາໄດ້ພ້ອມກັບປວງຊົນລາວທັງຊາດດຳເນີນການຕໍ່ສູ້ຢ່າງອົງອາດກ້າຫານ, ທົນທານໜຽວແໜ້ນ ແລະບໍ່ຍອມຈຳນົນເຮັດໃຫ້ການປະຕິວັດເຮົາໄດ້ຮັບໄຊຊະນະອັນໃຫຍ່ຫຼວງເປັນກ້າວໆມາ. ສາມາດຕີເອົາຊະນະຈັກກະພັດຜູ້ຮຸກຮານ 2 ໂຕປະລາໄຊ, ລົບລ້າງລະບອບເກົ່າທີ່ຄອບງຳມາຫຼາຍຮ້ອຍປີ, ໄດ້ສະຖາປະນາລະບອບ ໃໝ່ ລະບອບທີ່ປະຊາຊົນລາວທຸກເຜົ່າເປັນເຈົ້າປະເທດຢ່າງແທ້ຈິງ, ຜ່ານຂະບວນວິວັດແຫ່ງການຕໍ່ສູ້ປະຕິວັດ, ກອງທັບປະຊາຊົນລາວໄດ້ສ້າງມູນເຊື້ອອັນສະຫງ່າງາມໄວ້ຄື:
1. ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນແລະອຸດົມການສັງຄົມນິຍົມ.
ຜ່ານພຶດຕິກຳຕົວຈິງແຫ່ງການຕໍ່ສູ້ກູ້ຊາດຍືດເຍື້ອຍາວນານໄດ້ຢັ້ງຢືນຢ່າງຈະແຈ້ງວ່າ ກອງທັບປະຊາຊົນລາວແມ່ນມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນພາຍໃຕ້ການນຳພາເດັດຂາດ, ໂດຍກົງ ແລະຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ ເຝິກຝົນຫຼໍ່ຫຼອມຈາກພັກ, ຍາມໃດກໍມີຄວາມຈົງຮັກພັກດີ ມີຄວາມບໍລິສຸດຜຸດຜ່ອງ, ມີຄວາມເດັດດ່ຽວໜຽວແໜ້ນ, ມີລະບຽບແຜນການທີ່ເຂັ້ມງວດ, ມີຄວາມອົງອາດກ້າຫານ, ມີນ້ຳໃຈເສຍສະຫຼະອັນສູງສົ່ງເພື່ອຊາດ, ເພື່ອປະຊາຊົນ.
2. ມີນ້ຳໃຈຕໍ່ສູ້ພິລະອາດຫານ, ກ້າແກ່ນ, ໜຽວແໜ້ນແລະມີໄຫວພິບ.
ກອງທັບເຮົາໄດ້ສືບທອດມູນເຊື້ອພິລະອາດຫານຂອງວິລະບູລຸດຂອງຊາດແຕ່ມື້ກໍ່ຕັ້ງຂຶ້ນມາ, ເຊິ່ງມີກຳລັງບໍ່ເທົ່າໃດຄົນ, ປະກອບອາວຸດແບບປະຖົມປະຖານ ແຕ່ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ, ກອງທັບເຮົານັບມື້ໄດ້ຮັບການປັບປຸງກໍ່ສ້າງເຕີບໃຫຍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ, ມີຄວາມອົງອາດກ້າຫານບໍ່ຫວັ່ນໄຫວຄອນແຄນຕໍ່ຄວາມຫຍຸ້ງຍາກ ແລະອຸປະສັກຕ່າງໆ, “ 1 ຄົນລົ້ມລົງ, ມີຫຼາຍໆຄົນລຸກຂຶ້ນຕໍ່ສູ້” ຍິ່ງສູ້ຮົບຍິ່ງເຕີບໃຫຍ່ເຂັ້ມແຂງ, ຜ່ານພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດຍືດເຍື້ອຍາວນານນັ້ນ ໄດ້ເກີດມີນັກຮົບດີເດັ່ນ, ນັກຮົບແຂ່ງຂັນ ແລະນັກຮົບວິລະຊົນນັບທັງກຳລັງຫຼວງ-ກຳລັງທ້ອງຖິ່ນ, ກອງຫຼອນ, ໃນນີ້ຍັງມີກຳລັງເພດຍິງຮ່ວມນຳເປັນຈຳນວນຫຼວງຫຼາຍ.
3. ມີນ້ຳໃຈດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ເພີ່ມພູນຜະລິດຜົນແລະປະຢັດມັດທະຍັດ.
ກອງທັບເຮົາຍາມໃດກໍໄດ້ຮັກສາມູນເຊື້ອອັນດີງາມໃນການອອກແຮງງານເພີ່ມພູນຜະລິດຜົນ, ສ້າງພະລາທິການກັບທີ່ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຫຼຸດຜ່ອນສ່ວນໃດສ່ວນໜຶ່ງຈາກລັດຖະບານ ເຂົ້າຮ່ວມໃນການພັດທະນາເສດຖະກິດດ້ວຍຄວາມຕັ້ງໜ້າ, ປະກອບສ່ວນເຂົ້າໃນການສ້າງພື້ນຖານວັດຖຸເຕັກນິກໃຫ້ແກ່ປະເທດຊາດ ໃຫ້ແກ່ສັງຄົມ, ປັບປຸງຊີວິດການເປັນຢູ່ຂອງຕົນ ແລະປະຊາຊົນບັນ ດາເຜົ່ານັບມື້ດີຂຶ້ນ.
4. ຍາມໃດກໍຢຶດໝັ້ນການພົວພັນ, ສາມັກຄີແບບກາຍອິນຊີອັນແໜ້ນແຟ້ນກັບປະຊາຊົນບັນດາເຜົ່າ.
ກອງທັບເຮົາເວລາໃດກໍຖືວ່າຄວາມສາມັກຄີລະຫວ່າງກອງທັບກັບປະຊາຊົນບັນດາເຜົ່າຄື: “ປາກັບນ້ຳ” ເປັນປັດໄຈພື້ນຖານສຳຄັນກວ່າໝູ່ໃນພາລະກິດຕໍ່ສູ້ກູ້ຊາດ ກອງທັບເຮົາໃຫ້ກຳລັງປະກອບອາວຸດເຮົາເຕີບໃຫຍ່ຂະຫຍາຍຕົວ, ພ້ອມກັນຍາດເອົາໄຊຊະນະມາໄດ້ຢ່າງສົມບູນ.
5. ກອງທັບປະຊາຊົນລາວໄດ້ສາມັກຄີກັບກອງທັບປະເທດສັງຄົມນິຍົມອ້າຍນ້ອງແລະບັນດາປະເທດເພື່ອນມິດທີ່ກ້າວໜ້າໃນໂລກ,ໂດຍສະເພາະແມ່ນສາມັກຄີຮ່ວມສຳພັນສູ້ຮົບແບບພິເສດກັບກອງທັບປະຊາຊົນຫວຽດນາມອ້າຍນ້ອງ.
ໂດຍເລີ່ມຈາກທັດສະນະວ່າ: ການປະຕິວັດລາວເປັນພາກສ່ວນໜຶ່ງທີ່ສະໜິດຕິດພັນຂອງການປະຕິວັດ ໃນແຫຼມອິນດູຈີນ ແລະຂອງການປະຕິວັດໂລກ, ກອງທັບປະຊາຊົນລາວຍາມໃດກໍຕັ້ງໜ້າອອກແຮງເພີ່ມທະວິິີຄວາມສາມັກຄີ ແລະຍາດແຍ່ງຄວາມເຫັນໃຈ, ການສະໜັບສະໜູນຊ່ວຍເຫຼືອສາກົນໂດຍສະເພາະແມ່ນບັນດາປະເທດສັງຄົມນິຍົມອ້າຍນ້ອງ, ພິເສດແມ່ນການຊ່ວຍເຫຼືອຢ່າງບໍ່ມີຂອບເຂດຈາກພັກ, ລັດ ແລະປະຊາຊົນຫວຽດນາມອ້າຍນ້ອງສົມທົບກັບການໝູນໃຊ້ກຳລັງແຮງຂອງຍຸກສະໄໝກັບກຳລັງແຮງຂອງຊາດ ເພື່ອສ້າງເປັນກຳລັງແຮງສັງຮວມອັນໃຫຍ່ຫຼວງເພື່ອຕີເອົາຊະນະສັດຕູ.
6. ກອງທັບປະຊາຊົນລາວເວລາໃດກໍຮັກສາມູນເຊື້ອອັນດີງາມຄື: ພາຍໃນມີປະຊາທິປະໄຕ, ມີລະບຽບວິໄນເຂັ້ມງວດ.
ພັກເຮົາຖືວ່າ ປະຊາທິປະໄຕ ທັງແມ່ນຈຸດໝາຍ ທັງແມ່ນກຳລັງດັນແຫ່ງການຂະຫຍາຍຕົວຂອງພາລະ ກິດປະຕິວັດຂອງປະເທດຊາດ, ການເສີມຂະຫຍາຍປະຊາທິປະໄຕແມ່ນຂະບວນວິວັດໜຶ່ງທີ່ຕິດພັນກັບຈັງຫວະການຂະຫຍາຍຕົວໃນທຸກດ້ານຂອງປະເທດຊາດ, ກອງທັບເຮົາ, ເວລາໃດກໍໄດ້ຍົກສູງ ແລະ ເປີດກວ້າງປະຊາທິປະໄຕ, ພາຍໃນບົນພື້ນຖານລວມສູນປະຊາທິປະໄຕ, ເຄົາລົບ ແລະປະຕິບັດສິດເປັນເຈົ້າຂອງປະຊາຊົນຢ່າງເຕັມສ່ວນຕາມກົດໝາຍລັດຖະທຳມະນູນ.
ກອງທັບປະຊາຊົນລາວຍາມໃດກໍຈົດຈຳສະເໝີວ່າ ການຖືເອົາປະຊາຊົນເປັນກົກ, ເປັນບໍ່ເກີດ, ເປັນເຫງົ້າພະລັງແຮງ ແລະເປັນບ່ອນອີງອັນແໜ້ນແກ່ນຂອງຕົນ ການເພີມທະວີກ້ອນກຳລັງສາມັກຄີອັນແໜ້ນແກ່ນຂອງປະຊາຊົນບັນດາເຜົ່າ ຄວາມເປັນເອກະພາບໃນລະດັບສູງທາງດ້ານການເມືອງແນວຄິດລະຫວ່າງປະຊາຊົນກັບກອງທັບ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກຫອມຕອມຕຸ້ມ ແລະການປະກອບສ່ວນຊ່ວຍເຫຼືອຢ່າງຈິງໃຈຂອງປະຊາຊົນບັນດາເຜົ່າຕໍ່ກອງທັບນັ້ນເປັນກຳລັງແຮງຊະນະເລີດຂອງກອງທັບປະຕິວັດ, ແມ່ນໜຶ່ງປັດໄຈຕົ້ນຕໍຕັດສິນທຸກຜົນສຳເລັດໃນການຕໍ່ສູ້ມີໄຊ ແລະການເຕີບໃຫຍ່ຂະຫຍາຍຕົວເຂັ້ມແຂງຂອງກອງທັບເຮົາ.
ໃນພິທີອັນມີຄວາມໝາຍນີ້ ອີກເທື່ອໜຶ່ງກອງທັບປະຊາຊົນລາວ ຂໍສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງມາຍັງພີ່ນ້ອງປະຊາຊົນລາວບັນດາເຜົ່າບັນດາຊັ້ນຄົນໃນທົ່ວປະເທດຍາມໃດກໍໄດ້ໃຫ້ການອູ້ມຊູ, ຊ່ວຍເຫຼືອ ໃຫ້ການປົກປ້ອງ ແລະກໍ່ສ້າງກຳລັງປະກອບອາວຸດດ້ວຍຄວາມຮັກ, ຄວາມແພງໝົດຈິດໝົດໃຈ.ເພື່ອເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງຕົນ ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການ ແລະໜ້າທີ່ໃນໄລຍະໃໝ່, ກອງທັບພວກເຮົາຈະຕັ້ງໜ້າປະຕິບັດບັນດາໜ້າທີ່ດັ່ງຕໍ່ໄປນີ້:
1. ເພີ່ມທະວີຄວາມຕັ້ງຕໍ່ບໍລິສຸດຕໍ່ປະເທດຊາດ, ຕໍ່ພັກ ແລະປະຊາຊົນ, ເຊື່ອມຊຶມ ແລະຈັດຕັ້ງປະຕິບັດຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IV, ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດໃຫ້ເປັນຂະບວນການ ແລະໝາກຜົນຕົວຈິງ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ຂອງຊາດ ແລະຂອງກອງທັບປະຕິວັດ, ມີສະຕິລະວັງຕົວສະກັດກັ້ນ ແລະຕ້ານທຸກກົນ ອຸບາຍ ຫັນປ່ຽນໂດຍສັນຕິຂອງບັນດາອິດທິກຳລັງປໍລະປັກ ແລະຕອບຕ້ານທຸກການເຄື່ອນໄຫວຂອງສັດຕູຢ່າງທັນການ, ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ,ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປົກປັກຮັກສາລະບອບການເມືອງໃໝ່, ປົກປັກຮັກສາຄວາມເປັນເອກະລາດອຳນາດອະທິປະໄຕ ແລະຜືນແຜ່ນດິນ ອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ.
2. ສຸມໃສ່ເຮັດໃຫ້ສະພາບທົ່ວປະເທດມີຄວາມສະຫງົບຢ່າງໜັກແໜ້ນດ້ວຍການລົງກໍ່ສ້າງຮາກຖານ, ສ້າງທ່າສະໜາມ ປກຊ-ປກສ 3 ຂັ້ນ ທົ່ວປວງຊົນຮອບດ້ານຕິດພັນກັບວຽກງານ 3 ສ້າງ ແລະແກ້ໄຂໜໍ່ແໜງຄວາມບໍ່ສະຫງົບໃຫ້ທັນເວລາ.
3. ເພີ່ມທະວີການນຳພາຂອງພັກຕໍ່ກຳລັງປະກອບອາວຸດປ້ອງກັນຊາດ, ສ້າງກອງທັບປະຊາຊົນລາວໃຫ້ໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນທາດການປະຕິວັດ, ມີສະຕິຕໍ່ການຈັດຕັ້ງລະບຽບວິໄນ, ສ້າງຖັນແຖວພະນັກງານສືບທອດປ່ຽນແທນ, ເພີ່ມທະວີວຽກງານອົບຮົມ-ຫັດແອບ, ຍົກລະດັບສິລະປະຍຸດ-ຍຸດທະວິທີໃຫ້ມີ ຄວາມຊຳນິຊຳນານຕິດພັນກັບການສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ, ສ້າງກອງ 3ປອດ, ສ້າງກອງວັດທະນະທຳ-ນັກຮົບວັດທະນະທຳ, ແນໃສ່ເພື່ອຕ້ານ ແລະສະກັດກັ້ນບັນດາປາກົດການຫຍໍ້ທໍ້ ຢູ່ໃນກອງທັບ.
4. ເຊີດຊູນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນຳໃຈປະຢັດມັດທະຍັດ, ສຸມໃສ່ ສ້າງພະລາທິການກັບທີ່, ຂຸດຄົ້ນທ່າແຮງຂອງກົມກອງ-ທ້ອງຖິ່ນເຂົ້າໃນການປັບປຸງກໍ່ສ້າງຄ້າຍຄູ, ຍູ້ແຮງການຜະລິດ ແລະຂະຫຍາຍເຂດຜະລິດກະສິກຳໃນທົ່ວກອງທັບ ເພື່ອຍົກລະດັບຊີວິດການເປັນຢູ່ຂອງກອງທະຫານ ໃຫ້ດີຂຶ້ນ ແລະຜະລິດເປັນສິນຄ້າເພື່ອສ້າງລາຍຮັບໃຫ້ແກ່ກົມກອງ ແລະກອງທັບ.
5. ປົກປັກຮັກສາພື້ນຖານວັດຖຸເຕັກນິກ, ພື້ນຖານອຸດສາຫະກຳ ແລະຄຸ້ມຄອງວັດຖຸ-ພາຫະນະເຕັກນິກຂອງກອງທັບ.
6. ເຊື່ອມຊຶມກຳແໜ້ນ ແລະປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນ ຮ່ວມມືກັບກອງທັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ສສ ຫວຽດນາມ, ສປ ຈີນ ແລະປະເທດເພື່ອນມິດບັນດາປະເທດໃກ້ຄຽງ, ຮ່ວມມືໃນຂອບເຂດອາຊຽນ ເພື່ອປະກອບເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືສາກົນ.
ເພື່ອເຮັດສຳເລັດໜ້າທີ່ອັນໜັກໜ່ວງ ແລະມີກຽດສະຫງ່າທີ່ປະເທດຊາດ ແລະປະຊາຊົນມອບໝາຍໃຫ້ ບັນດາພະນັກງານ-ນັກຮົບ, ນາຍ ແລະພົນທະຫານໃນທົ່ວກອງທັບເຮົາຈົ່ງອອກແຮງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ ແລະຂອງກອງທັບ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະມີຫຼັກການຂອງພັກ, ເສີມຂະຫຍາຍບົດບາດເປັນກຳລັງຫຼັກແຫຼ່ງແກ່ນສານໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດ ທະສາດໃນໄລຍະໃໝ່ທີ່ພັກວາງອອກ, ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ກອງທັບເຮົາຈົ່ງກ້າວຂຶ້ນຍາດເອົາຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃຫ້ສົມກັບຄຳສັ່ງສອນຂອງປະທານໄກສອນພົມວິຫານທີ່ວ່າ:
“ ເວລາໃດກອງທັບກໍນຳໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນຜ່ານຜ່າອຸປະສັກສຳເລັດທຸກໜ້າທີ່, ຕີເອົາຊະນະສັດຕູທຸກໂຕ, ສົມ ແລ້ວເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ”. ນ້ຳໃຈວັນທີ 20 ມັງກອນໝັ້ນຍືນ!
ຂໍຂອບໃຈ