ໃນຕອນເຊົ້າວັນທີ 16 ມັງກອນ ທີ່ຜ່ານມານີ້ ປະຊາຊົນບ້ານແກ້ງກອກທົ່ງ ເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ສາມັກຄີກັນສ້າງຂະບວນການອະນາໄມຕາມເສັ້ນທາງຫຼັກຂອງເມືອງ ໂດຍເລີ່ມແຕ່ ເຂດຊາຍແດນບ້ານດົງໜອງຂຸ້ນ ໄປຈົນຮອດເຂດຊາຍແດນບ້ານແກ້ງກອກ ເໜືອລວມໄລຍະທາງ 2 ກິໂລແມັດ ເຊິ່ງໜ້າວຽກຕົ້ນຕໍແມ່ນພາກັນເກັບຂີ້ເຫຍື່ອ,ຖາງຫຍ້າທີ່ຮົກເຮື້ອທັງສອງຂອບທາງ ໂດຍມີປະຊາຊົນເຂົ້າຮ່ວມຂະບວນການທັງໝົດເກືອບ 200 ຄົນ.

.

ທ່ານ ສົມສະໜຸກ ອິນທິຈັກ ນາຍບ້ານແກ້ງກອກທົ່ງໄດ້ລາຍງານໃຫ້ຮູ້ວ່າ: ຈຸດປະສົງໃນການສ້າງຂະບວນການອະນາໄມລວມໃນຄັ້ງນີ້ ກໍ່ເພື່ອເປັນການສ້າງຜົນງານຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ແລະ ຕ້ອນຮັບວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ 2 ໃຫ້ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ຜົນງານອັນໃຫຍ່ຍິ່ງ

.

ພາບ – ຂ່າວ: ອັກສອນສິນ ພົມມະຈັນ