ຄວາມງາມທີ່ຕ້ອງໄປສໍາພັດດ້ວຍໂຕເອງ ເປັນອີກແຫຼ່ງທ່ອງທ່ຽວໜຶ່ງທີ່ໜ້າສົນໃຈ ວ່າສະຖານທີ່ຈະເປັນແບບໃດ ຈະມີເຮືອພາໄປບໍ່ ທຸກຢ່າງໄປຊອກເອົາໜ້າງານ ນີ້ກໍ່ແມ່ນສະເຫນ່ຂອງການເດີນທາງ ເພາະທາງຂ້າງໜ້າເຮົາບໍ່ຮູ້ຈະໄດ້ພົບຫຍັງ ແຕ່ສີ່ງທີ່ໄດ້ໃນທຣີບນີ້ກໍ່ເກີນຄາດ ສະຖານທີ່ງາມຫຼາຍ ໂດຍສະເພາະແສງເຊົ້າກັບແສງແລງ

ສະຖານທີ່ແມ່ນ ອ່າງນ້ຳຊ່ວງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ການເດີນທາງ ຈາກນະຄອນຫຼວງວຽງຈັນ ຫາອ່າງນ້ຳຊ່ວງ ແມ່ນປະມານ 50KM ແລ້ວຊອກເຮືອຊາວບ້ານ ຂີ່ໄປເກາະປະມານ 10 ນາທີ ເກາະຫຼືດອນເຂດນັ້ນແມ່ນມີຫຼາຍ ສາມາດເລືອກນອນໄດ້

ການເດີນທາງດ້ວຍເຮືອຄວນໃສ່ເສື້ອຊູຊີບທຸກຄັ້ງ ທ່ຽວຢ່າງມີສະຕິ ເພື່ອຄວາມປອດໄພ

ຢ່າລືມຮັກສາຄວາມສະອາດຊ່ວຍກັນເດີ

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

ຂໍ້ມູນພາບໂດຍ: TOUN’s Journey