ຮູບພາບ ພຣະທາຕຸຊຽງລົມ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໃນຕອນທີ່ອົງພຣະທາຕຸຍັງສົມບູນ ຈະເຫັນຈອມພຣະທາຕຸ

ປະຫວັດຄວາມເປັນມາຂອງພຣະທາຕຸຊຽງລົມ
ພຣະທາຕຸຊຽງລົມ ຖືກສ້າງຂຶ້ນ ເມື່ອປີ ພ.ສ 1847 ຫຼື ຄ.ສ 1304 ມາຮອດປະຈຸບັນ ພຣະທາຕຸມີອາຍຸປະມານ 712 ປີ,ພຣະທາຕຸອົງນີ້ ມີລວງສູງ 27 ແມັດ, ແທ່ນທໍລະນີກວ້າງ 40 ຕາແມັດ ແລະ ການຮຽນນາມຂອງວ່າພຣະທາຕຸຊຽງລົມ ກໍ່ຍ້ອນເຫດຜົນທີ່ພຣະທາຕຸອົງນີ້ ຕັ້ງຢູ່ເຂດຊຽງລົມ , ເຊິ່ງຄຳວ່າ “ຊຽງ” ແມ່ນໝາຍເຖິງເມືອງ; ສ່ວນຄຳວ່າ “ລົມ” ແມ່ນບັນຍາກາດຊຸມເຢັນ ແລະ ຟ້າຝົນຊົນລະທາດີ.

ຕາມຕຳນານເຖົ້າແກ່ບູຮານເລົ່າສືບຕໍ່ກັນມາວ່າ: ແຕ່ກ່ອນ ມີພຣະຍາຂາກ່ານ ພ້ອມດ້ວຍເສນາອາມາດ 4 ຄົນ ໄດ້ເດີນທາງມາແຕ່ ເມືອງ 12 ພັນນາລື້ ( ຊຽງຮຸ່ງ ) ໄດ້ມາພົບເຫັນ ພຣະທາຕຸ ທີ່ຕັ້ງຢູ່ໃນປ່າ ກໍ່ເລີຍຮ່ວມກັນພາກັນບູລະນະ ປະຕິສັງຂອນ ແລະເພື່ອ ສັກກາລະບູຊາ ຂາບໄຫວ້ ເປັນມິ່ງບ້ານຂວັນເມືອງ ສືບທອດມາຈົນເຖິງປັດຈຸບັນ.

ປັດຈຸບັນ ພຣະທາຕຸຊຽງລົມ ຕັ້ງຢູ່ ບ້ານທາດ ເມືອງຊຽງຮ່ອນ ຫ່າງຈາກເທດສະບານເມືອງຊຽງຮ່ອນ ປະມານ 1 ກິໂລແມັດ, ເຊິ່ງຖືວ່າເປັນປູຊະນີຍະສະຖານທີ່ເກົ່າແກ່ ແລະເປັນສູນລວມຈິດໃຈຂອງຊາວພຸດ ຊາວເມືອງຊຽງຮ່ອນ ກໍ່ຄືຄົນລາວທັງຊາດ

ມື້ຂຶ້ນ 15 ຄ່ຳ ເດືອນ 5 ເພັງ (ຕາມະປະຕິທີນສາກົນກໍຢູ່ລະຫວ່າງ ເດືອນມີນາ) ຂອງແຕ່ລະປີຈະເປັນບຸນນະມັດສະການພຣະທາຕຸຊຽງລົມແຫ່ງນີ້.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

.

ຮູບພາບໂດຍ:Volavouth Phongsavath
ຂໍ້ມູນໂດຍ: ວັດລາວ ສວຍງາມ Lao beautiful temple