Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປາຂ່າ ຈະບໍ່ສູນພັນຈາກແມ່ນໍ້າຂອງ ຖ້າພວກເຮົາຊ່ວຍກັນປົກປ້ອງຄຸ້ມຄອງຢ່າງຈິງຈັງ

Posted on 18/01/202118/01/2021 By All in LAOS No Comments on ປາຂ່າ ຈະບໍ່ສູນພັນຈາກແມ່ນໍ້າຂອງ ຖ້າພວກເຮົາຊ່ວຍກັນປົກປ້ອງຄຸ້ມຄອງຢ່າງຈິງຈັງ

ປາຂ່າ ຫຼື ໂລມານໍ້າຈືດ ໄດ້ລອຍມາຫານັກທ່ອງທ່ຽວ ທີ່ເຂດວັງສະຫງວນ ບ້ານຫາງຄອນ ເມືອງໂຂງ ແຂວງຈໍາປາສັກ.ຖືວ່າເປັນສັນຍານທີ່ດີ ທີ່ໄດ້ເຫັນປ່າຂ່າ ແລະ ຕ້ອງໄດ້ພ້ອມໃຈກັນຢ່າງຈິງຂັງໃນການປົກປັກຮັກສາ ແລະ ໃຫ້ແຜ່ພັນຫຼາຍໆ ເພາະ ມັນຈະຊ່ວຍໃນການສົ່ງເສີມການທ່ອງທ່ຽວ. ປາຂ່າ (The Irrawaddy Dolphin) ແມ່ນ ສັດລ້ຽງລູກດ້ວຍນໍ້ານົມ, ເປັນສັດຫາຍາກ ແລະ ໃກ້ສູນພັນ.

ແມ່ນ້ຳຂອງເປັນແມ່ນ້ຳທີ່ເປັນທີ່ຢູ່ອາໄສຂອງສັດຫຼາຍຊະນິດ ໜຶ່ງໃນນັ້ນແມ່ນ ປາຂ່າ ຫຼື ໂລມາອີຣະວະດີ ເຊິ່ງເປັນໂລມານ້ຳຈືດ ມີລັກສະນະຄ້າຍຄືໂລມາທົ່ວໄປ. ປາຂ່າມີຫົວທີ່ມົນກົມຄືກັບບາດພະ, ລຳໂຕສີຂີ້ເຖົ່າເຂັ້ມ, ຕາມີຂະໜາດນ້ອຍ, ປາກຢູ່ດ້ານລຸ່ມ ແລະ ສັ້ນ, ຄີຂ້າງລຳໂຕແຜ່ກວ້າງເປັນຮູບສາມຫຼ່ຽມ ສ່ວນຄີເທິງຫຼັງມີຂະໜາດນ້ອຍ ແລະ ບາງ, ຂະໜາດໂຕຍາວປະມານ 180-275 ຊັງຕີແມັດ. ສາຍພັນນີ້ສາມາດພົບເຫັນໄດ້ພຽງບໍ່ເທົ່າໃດແຫ່ງໃນທົ່ວໂລກຄື: ທະເລສາບຊິລິກາ ປະເທດອິນເດຍ, ທະເລສາບສົງຂາ ແລະ ປາກແມ່ນ້ຳບາງປະກົງ ປະເທດໄທ, ແມ່ນ້ຳມະຫາຄາມ ປະເທດອິນໂດເນເຊຍ ແລະ ທ້າຍສຸດແມ່ນແມ່ນ້ຳຂອງໃນເຂດຊາຍແດນລາວ-ກຳປູເຈຍ ເຊິ່ງເປັນເຂດທີ່ປາຂ່າໄດ້ຮັບການຄຸກຄາມຢ່າງໜັກຈາກມະນຸດ ແລະ ເຫຼືອຈຳນວນໜ້ອຍທີ່ສຸດ ແລະ ຫາເບິ່ງໄດ້ຍາກແລ້ວ.

ພາບໂດຍ: KAi Kaikeo Saiyasane

ໃນເຂດແມ່ນ້ຳຂອງຕາມຊາຍແດນລາວ-ກຳປູເຈຍ, ຕາມການສຳຫຼວດຂອງກອງທຶນສັດປ່າໂລກພົບວ່າ ຈຳນວນປາຂ່າທີ່ເຫຼືອຢູ່ໃນທຳມະຊາດແມ່ນມີຢູ່ປະມານ 78-91 ໂຕ ເທົ່ານັ້ນ ເຊິ່ງຖືວ່າເປັນຈຳນວນທີ່ໜ້ອຍຫຼາຍ. ອີກໜຶ່ງຂ່າວຮ້າຍກໍຄືຢູ່ເຂດໜ້ານ້ຳຂອງປະເທດລາວ ແມ່ນເກືອບຈະບໍ່ພົບເຫັນປາຂ່າແລ້ວ ຫຼ້າສຸດມີການພົບເຫັນພຽງແຕ່ 3 ໂຕເທົ່ານັ້ນ ແລະ ສະຖານະການແບບນີ້ອາດຖືໄດ້ວ່າເປັນການສູນພັນ ເນື່ອງຈາກວ່າມີຈຳນວນປະຊາກອນປາຂ່າຕ່ຳກວ່າເກນທີ່ຈະຮັບປະກັນການສືບພັນ ແລະ ຢູ່ລອດຕໍ່ໄປໄດ້. ສະຖານະການດັ່ງກ່າວຖືວ່າເປັນສິ່ງທີ່ໂຫດຮ້າຍ ແລະ ໜ້າເສຍດາຍຫຼາຍສຳລັບປະເທດລາວເຮົາທີ່ຕ້ອງມາສູນເສຍສາຍພັນທີ່ເປັນເອກະລັກອັນໜຶ່ງຂອງແມ່ນ້ຳຂອງເຂດໃຕ້.

ພາບໂດຍ: KAi Kaikeo Saiyasane

ເຫດຜົນທີ່ປາຂ່າຖືກຮຸກຮານຈົນຈຳນວນປະຊາກອນຫຼຸດໜ້ອຍຖອຍລົງອັນໜຶ່ງແມ່ນຍ້ອນການໃຊ້ມອງ ຫຼື ຕາໜ່າງຈັບປາຂອງຊາວປະມົງທ້ອງຖິ່ນ. ການໃຊ້ມອງຈັບປາເຮັດໃຫ້ປາຂ່າຖືກຈັບໂດຍບໍ່ຕັ້ງໃຈ ແລະ ຈົມນ້ຳຕາຍ ເນື່ອງຈາກປາຂ່າສາມາດຢູ່ໃຕ້ຜິວນ້ຳໄດ້ພຽງແຕ່ 70 ຫາ 150 ວິນາທີເທົ່ານັ້ນ.

ພາບໂດຍ: KAi Kaikeo Saiyasane

ຂໍຂອບໃຈຂໍ້ມູນ : WWF , World Wild Life , Wikipedia

ກົດຊົມຄລິບ

ກົດຊົມຄລິບ

ກົດຊົມຄລິບ

ກົດຊົມຄລິບ

ກົດຊົມຄລິບ

ກົດຊົມຄລິບ

ເຊີນທຸກທ່ານມາທ່ຽວຊົມເດີ

ເລື່ອງເດັ່ນ

Post navigation

Previous Post: ຄິດຮອດຜົ້ງສາລີ ຊົມທິວທັດສະນິຍະພາບຕົວເມືອງຜົ້ງສາລີ
Next Post: ຮູບພາບ ພຣະທາຕຸຊຽງລົມ ເມືອງຊຽງຮ່ອນ

Related Posts

ປະກາດຫາເຈົ້າຂອງລົດຈັກ 3 ຄັນ ປກສ ແຂວງວຽງຈັນ ຍຶດມາໄດ້ ຂ່າວສານບ້ານເມືອງ
ນະຄອນ ຫຼວງພະບາງ ຈັດພິທີແຫ່ຊ້າງຮຽງເກີຍຕາມປະເພນີໂອກາດປີໃໝ່ລາວ ເລື່ອງເດັ່ນ
ຈັບຈອມໂຈນລັກງົວ-ຄວາຍຫຼາຍຄັ້ງທີ່ໂພນໂຮງມາລົງໂທດ ຂ່າວສານບ້ານເມືອງ
ໄຟໄໝ້ເຮືອນກ້ຽງ 3 ຫຼັງ ທີ່ເມືອງສອງຄອນ (ມີຄລິບ) ຂ່າວສານບ້ານເມືອງ
ຫຼາຍບ້ານຂອງເມືອງໄຊໄດ້ຮັບຜົນກະທົບຈາກພາຍຸ ຂ່າວສານບ້ານເມືອງ
ເຈັບໜັກ 1 ຄົນ ເຫດລົດຈັກເສຍຫລັກຕົກຄອງ ເຂດ ບ້ານດອນນົກຄຸ້ມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme