Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫາຍ ທອງລຸນ ສິສຸລິດ ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 11

Posted on 15/01/202115/01/2021 By News No Comments on ສະຫາຍ ທອງລຸນ ສິສຸລິດ ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 11

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວຄັ້ງທີ 11 ໄດ້ປິດລົງດ້ວຍຜົນສໍາເລັດໃນວັນທີ 15 ມັງກອນີ້ທີ່ນະຄອນຫຼວງວຽງຈັນ, ສະຫາຍ ທອງລຸນ ສິສຸລິດ ໄດ້ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

Image may contain: 1 person, suit

.

Image may contain: one or more people

ນອກນັ້ນ, ກອງປະຊຸມຍັງໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ 11 ປະກອບມີກໍາມະການກົມການເມືອງສູນກາງພັກ 13 ສະຫາຍ ຍິງ 2 ສະຫາຍ ເຊິ່ງມີ:

1.ສະຫາຍ ປອ ທອງລຸນ ສີສຸລິດ

2. ສະຫາຍ ປອ ພັນຄໍາ ວິພາວັນ

3. ສະຫາຍ ນາງ ປານີ ຢາທໍ່ຕູ້

4. ສະຫາຍ ປອ ບຸນທອງ ຈິດມະນີ

5. ສະຫາຍ ປອ ໄຊສົມພອນ ພົມວິຫານ

6. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ

7. ສະຫາຍ ປອ ຄໍາພັນ ພົມມະທັດ

8. ສະຫາຍ ປອ ສິນລະວົງ ຄຸດໄພທູນ

9. ສະຫາຍ ສອນໄຊ ສີພັນດອນ

10. ສະຫາຍ ສຈ ປອ ກິແກ້ວ ໄຂຄໍາພິທູນ

11. ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ

12. ສະຫາຍ ນາງ ສີໃສ ລືເດດມູນສອນ

13. ສະຫາຍ ສະເຫຼີມໄຊ ກົມມະສິດ

ກອງປະຊຸມໄດ້ເປັນເອກະສັນກັນເລືອກເອົາສະຫາຍ ບຸນທອງ ຈິດມະນີ ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ ແລະທ່ານ ຄໍາພັນ ພົມມະທັດ ເປັນປະທານຄະນະກວດກາສູນກາງພັກ. ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີ11ປະກອບມີກໍາມະການສົມບູນສູນກາງພັກຈໍານວນ 71 ສະຫາຍ, ຍິງ 12 ສະຫາຍ, ກໍາມະການສໍາຮອງສູນກາງພັກ 10 ສະຫາຍ, ຍິງ 2 ສະຫາຍ.

Image may contain: 3 people, people standing

.

Image may contain: people on stage
ຂ່າວສານບ້ານເມືອງ

Post navigation

Previous Post: ຝຶກອົບຮົມວິທີປ້ອງກັນການລະບາດພະຍາດໂຄວິດໃຫ້ຊຸມຊົນ
Next Post: ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ

Related Posts

ລ່າສຸດ ບໍລິສັດ ທາງດ່ວນ ລາວ-ຈີນ ຊີ້ແຈງແລ້ວ ກັບເຫດການລັດ ຍິ ງ ລົດ ຢູ່ເຂດອຸໂມງ  ຂ່າວສານບ້ານເມືອງ
ແຂວງອຸດົມໄຊປິ່ນປົວຜູ້ຕິດເຊື້ອໂຄວິດຫາຍດີ ແລະ ອອກຈາກສູນປິ່ນປົວຈໍານວນ 24 ຄົນ ຂ່າວສານບ້ານເມືອງ
ອປຊ ຈ່າຍເງິນອຸດໜູນວ່າງງານ ໂຄວິດ-19 ໃຫ້ 12.717 ຄົນ ມູນຄ່າ 12,37 ຕື້ກວ່າກີບ ຂ່າວສານບ້ານເມືອງ
ກະຊວງປ້ອງກັນປະເທດ ປະກາດເລື່ອນຊັ້ນໃຫ້ ນາຍທະຫານຂັ້ນສູງ ຂ່າວສານບ້ານເມືອງ
ທ່ອງທ່ຽວຂອງອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ຂ່າວສານບ້ານເມືອງ
ສຶກສາອົບຮົມ ສ າ ວ ຂ າ ຍ ປ ະ ເ ວ ນີ ພ້ອມເຈົ້າຂອງຮ້ານ 9 ຮ້ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme