Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂໍລາຍງານຂ່າວດີ! ສປປລາວ ປົວຜູ່ຕິດເຊື້ອໂຄວິດ ຫາຍດີໝົດແລ້ວ

Posted on 14/01/202114/01/2021 By News No Comments on ຂໍລາຍງານຂ່າວດີ! ສປປລາວ ປົວຜູ່ຕິດເຊື້ອໂຄວິດ ຫາຍດີໝົດແລ້ວ

ລາຍງານຈາກຄະນະສະເພາະກິດ ໃຫ້ຮູ້ໃນວັນທີ 14 ມັງກອນ 2021 ນີ້ວ່າ ປະຈຸບັນ ຜູ່ຕິດເຊື້ອ ໂຄວິດ-19 ຜູ່ສຸດທ້າຍ ທີ່ ປິ່ນປົວຢູ່ໂຮງໝໍແມ່ນໄດ້ອອກໂຮງໝໍແລ້ວ.

ໃນວັນທີ 14 ມັງກອນ 2021, ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບການເຝົ້າລະວັງຮອດ 5 ໂມງແລງຂອງວັນທີ 13 ມັງກອນ 2021, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 300 ຄົນ, ໃນນັ້ນ ມີ 03 ຕົວຢ່າງຈາກບຸກຄົນທົ່ວໄປ ມີອາການ; 37 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; ແຮງງານລາວກັບມາແຕ່ໄທບໍ່ມີອາການ 66 ຕົວຢ່າງ; ແຮງງານຈີນບໍ່ມີອາການ 161 ຕົວຢ່າງ; ແຮງງານຫວຽດນາມບໍ່ມີອາການ 33 ຕົວຢ່າງ; ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ປັດຈຸບັນນີ້, ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນ 2.679 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ວັນທີ 13 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 97.239 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ ແລະ ຍັງມີຜູ້ຕິດເຊື້ອພະຍາດ COVID-19 ຈຳນວນ 01 ຄົນ ທີ່ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ, ແລະ ຈະສາມາດອອກໂຮງໝໍໄດ້ ໃນວັນທີ່ 14 ມັງກອນ 2021 ຫາກການກວດສຸດທ້າຍອອກມາເປັນລົບ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ກ່າວວ່າ: ປະຈຸບັນ ຫລາຍປະເທດໃນທົ່ວໂລກ ກຳລັງມີການລະບາດຂອງພະຍາດໂຄວິດ-19 ໃນຮອບໃໝ່ຢ່າງໄວວາ, ຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດເພິ່ມສູງຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ການດຳເນີນຊີວິດຂອງປະຊາຊົນ ທັງທາງກົງ ແລະ ທາງອ້ອມ, ເພື່ອປ້ອງກັນ ແລະ ຄວບຄຸມ ສະພາບການລະບາດ ໃນປະເທດຂອງເຮົາ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ ພວກເຮົາທຸກຄົນ ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນເອົາໃຈໃສ່ປະຕິບັດ ຕາມແຈ້ງການຂອງສຳນັກງານນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ພ້ອມທັງ ມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເປັນຕົ້ນແມ່ນ ໃສ່ຜ້າອັດປາກ-ດັງ ເມື່ອອອກຈາກບ້ານ, ຫລີກເວັ້ນການເດີນທາງໄປຍັງສະຖານທີ່ແອອັດ, ຮັກສາໄລຍະຫ່າງທາງສັງຄົມ 1-2 ແມັດຂຶ້ນໄປ ເພື່ອຫລຸດຜ່ອນຄວາມສ່ຽງທີ່ຈະຕິດເຊື້ອພະຍາດ ໂຄວິດ-19.

ຂ່າວ: ສຸກສະຫວັດ

ກົດຊົມການຖະແຫຼງຂ່າວ

ຂ່າວສານບ້ານເມືອງ

Post navigation

Previous Post: ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ປະກອບສ່ວນສຳຄັນສົ່ງເສີມ ລາວທ່ຽວລາວ
Next Post: ບໍ່ແກ້ວ ຢຶດໄອນະລົກໄດ້ຈໍານວນຫຼາຍ

Related Posts

ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມສູງ 2697ຄົນ ຂ່າວສານບ້ານເມືອງ
ເມືອງ ອາດສະພັງທອງ ຈັດພິທີ ປ່ອຍປາສູ່ທໍາມະຊາດ 10,000 ໂຕ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າ ຂ່າວສານບ້ານເມືອງ
ປິດລ້ອມຖືກຈັບໃນສວນຢາງ ພ້ອມຢາບ້າ 1.979 ເມັດ ຂ່າວສານບ້ານເມືອງ
ເຊກອງ ສະຫຼຸບ​ວຽກ​ງານກວດ​ກາ ປະຈຳປີ 2020 ຂ່າວສານບ້ານເມືອງ
ປກສ ເມືອງຈັນທະບູລີ ກັກໂຕຜູ້ຖືກຫາຄະດີ ລັ ກ ຊັ ບ ງັດຮ້ານຊຸບເປີ້ມາເກັດ ຂ່າວສານບ້ານເມືອງ
ຄະນະສະເພາະກິດ ຂັ້ນແຂວງໄຊສົມບູນ ລົງຊຸກຍູ້ວຽກງານ ຕ້ າ ນ ແລະ ສ ະ ກັ ດ ກັ້ ນ ການແຜ່ລະບາດ ໂ ຄ ວິ ດ ຢູ່ເມືອງລ້ອງແຈ້ງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme