Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຜນການໃນຕໍ່ໜ້າທີ່ຄະນະບໍລິຫານງານສູນກາງພັກຊຸດໃໝ່ ຕ້ອງສືບຕໍ່ນໍາພາຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າຕື່ມອີກ

Posted on 14/01/202114/01/2021 By News No Comments on ແຜນການໃນຕໍ່ໜ້າທີ່ຄະນະບໍລິຫານງານສູນກາງພັກຊຸດໃໝ່ ຕ້ອງສືບຕໍ່ນໍາພາຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າຕື່ມອີກ

ມື້ນີ້, ເປັນມື້ທີ 2 ຂອງການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງພັກປະ ຊາຊົນ ປະຕິວັດລາວ “ ຍົກສູງຄວາມສາມາດນໍາພາຂອງພັກ,ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ,ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກ ແໜ້ນ,ຜັນຂະຫຍາຍແນວທາງປ່ຽນແປງໃມ່ເຂົ້າສູ່ລວງເລິກ,ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ,ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂື້ນ,ສືບຕໍ່ນໍາພາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໜາຍສັງຄົມນິຍົມ ”. ກອງປະຊຸມໄດ້ຮັບຟັງການຜ່ານບົດສຳຫລວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X

Image may contain: 1 person, on stage and sitting

ສະເໜີໂດຍ ສະເໜີໂດຍ ສະຫາຍ ພັນຄໍາ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ. ສະຫາຍໄດ້ຍົກໃຫ້ເຫັນຜົນສໍາເລັດໃນການນໍາພາວຽກງານ ກໍຄື ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຕະຫລອດໄລຍະ 5 ປີ ຜ່ານມາ ເຫັນວ່າໄດ້ຮັບຜົນສໍາເລັດພົ້ນເດັ່ນໃນຫລາຍດ້ານ ເຮັດໃຫ້ປະເທດຊາດຂອງພວກເຮົາ ມີສະຖຽນລະພາບດ້ານການເມືອງທີ່ໜັກແໜ້ນ, ມີເອກະລາດ, ອໍານາດ ອະທິປະໄຕ, ປະຊາຊົນເຮົາໄດ້ມີອິດສະ ຫລະ ພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ. ພາຍໃນຊາດມີຄວາມສາມັກຄີເປັນປຶກແຜ່ນຢ່າງແໜ້ນແກ່ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດແຫ່ງຊາດມີການຂະຫຍາຍຕົວຢ່າງເປັນລະບົບ, ເຂດນໍ້າແດນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງໝັ້ນຄົງ ທັງຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພຂອງສັງຄົມ.

5 ປີ ຜ່ານມາ ເຖີງວ່າປະເຊີນກັບຄວາມຫຍຸ້ງຍາກຫລາຍຢ່າງ ໂດຍສະເພາະການລະ ບາດຂອງພະຍາດໂຄວິດ-19 ແຕ່ລາວເຮົາຍັງສາມາດຮັກສາໄດ້ການເຕີບໂຕຂອງເສດຖະກິດ ໂດຍສະເລ່ຍ 5,8 ສ່ວນຮ້ອຍ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 2.664 ໂດລາສະຫະລັດຕໍ່ຄົນຕໍ່ປີ, ທຽບໃສ່ປີ 2015 ເພີ່ມຂຶ້ນ 694 ໂດລາສະຫະລັດ, ບັນດາໂຄງການລົງທຶນຂະໜາດໃຫຍ່ໃນຫລາຍຂົງເຂດໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໂດຍລວມໄດ້ຮັບການປັບປຸງ, ຍົກລະດັບດີຂຶ້ນ ທັງທາງດ້ານວັດຖຸ ແລະ ຈິດໃຈ, ຖານະບົດບາດ ແລະ ຊື່ສຽງຂອງລາວ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ ແລະ ອື່ນໆ.

ນອກຈາກນີ້ ສະຫາຍຍັງໄດ້ຍົກໃຫ້ເຫັນ ບາງຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານດີ-ດ້ານອ່ອນ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າທີ່ຄະນະບໍລິຫານງານສູນກາງພັກຊຸດໃໝ່ ຕ້ອງສືບຕໍ່ນໍາພາຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າຕື່ມອີກ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຍກໃຫ້ອອກ ຄວາມແຕກຕ່າງລະຫວ່າງ ດອກໝາກເຖື່ອນ(ຊາກຸລະ) ແລະ ດອກໝາກຄາຍ
Next Post: ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ປະກອບສ່ວນສຳຄັນສົ່ງເສີມ ລາວທ່ຽວລາວ

Related Posts

ຈັບຜູ້ກໍ່ເຫດ ຊິງຊັບພົນລະເມືອງໄດ້ຍົກແກ້ງ ຫຼັງກໍ່ເຫດໄດ້ວັນດຽວ ຂ່າວສານບ້ານເມືອງ
ລາວ-ຈີນ ຮ່ວມພັດທະນາລະບົບສາຍສົ່ງໄຟຟ້າແຮງສູງເຊື່ອມໂຍງພາກພື້ນ ຂ່າວສານບ້ານເມືອງ
ກອງພັນປ້ອງກັນເຄື່ຶຶອນທີ່ ນວ ຕ້ອງເພີ່ມທະວີ 5 ວຽກງານສໍາຄັນ ຂ່າວສານບ້ານເມືອງ
ນ້ອງມິນລີ້ ດີໃຈຫຼາຍໄດ້ຮັບອຸປະຖຳເຄື່ອງອຸປະກອນການຮຽນຊ່ວຍເຫຼືອໂຮງຮຽນ ຈາກຜູ້ໃຫຍ່ໃຈດີ ຂ່າວສານບ້ານເມືອງ
ເປີດແລ້ວ! ໂຮງໝໍກະເສມລາດ ທັນສະໄໝ ພ້ອມໃຫ້ບໍລິການ ຂ່າວສານບ້ານເມືອງ
ເກີດເຫດໄ ຟ ໄ ໝ້ ເຮືອນປະຊາຊົນ ເຂດບ່ານໂຮມສູກ ເມືອງໄຊ ແຂວງອຸດົມໄຊ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme