ຄວາມແຕກຕ່າງລະຫວ່າງ ຕົ້ນໝາກເຖື່ອນ(ຊາກຸລະ) ແລະ ຕົ້ນໝາກຄາຍ

ຕົ້ນໝາກເຖື່ອນຈັດເປັນໄມ້ປ່ຽນໃບ, ຂະໜາດນ້ອຍຫາຂະໜາດກາງ, ລໍາຕົ້ນສູງ 10-15 ແມັດ, ເຮືອນຍອດເປັນຟຸ່ມ, ເປືອກຕົ້ນລຽບເປັນມັນ, ສີນໍ້າຕານ, ຂະຫຍາຍພັນດ້ວຍການໃຊ້ແກ່ນ, ມີເຂດກະຈາຍພັນຕາມຕາມທໍາມະຊາດທາງຕອນໃຕ້ຂອງປະເທດຈີນ, ໄຕ້ຫວັນ, ຍີ່ປຸ່ນ. ໃບເປັນໃບດ່ຽວ, ອອກລຽງສະລັບ, ລັກສະນະຂອງໃບເປັນຮູບໄຂ່, ປາຍໃບຮຽວແຫຼມ, ກົກໃບກົມ ຫຼື ສອບແຄບ, ສ່ວນຂອບໃບຫຍັກເປັນແຂ້ວເລື່ອຍລະອຽດ, ໃບກວ້າງ 3-5 ຊັງຕິແມັດ ແລະ ຍາວ 5-12 ຊັງຕິແມັດ, ປາຍໃບມີຕ່ອມ 2-4 ຕ່ອມ.

ອອກດອກເປັນຊໍ່ແບບກະຈຸກຕາມງ່າມໃບ ແລະ ປາຍກິ່ງ, ດອກມີຈໍານວນຫຼາຍ, ດອກມີຫຼາຍສີທັງສີບົວອ່ອນ, ສີບົວເຂັ້ມ, ສີບົວອົມແດງ, ສີແດງ ຫຼື ສີຂາວ, ແຕ່ຫາໄດ້ຍາກທີ່ສຸດຄືສີຂາວ, ກີບລ້ຽງຕິດກັນເປັນຮູບກວຍ, ກີບດອກມີ 5 ກີບ, ດອກຈະອອກໃນຊ່ວງເດືອນທັນວາຫາເດືອນກຸມພາ ແລະ ຈະຫຼົ່ນໃບກ່ອນອອກດອກ. ໝາກຈະອອກໃນຊ່ວງເດືອນເມສາຫາເດືອນພຶດສະພາ, ໂດຍໝາກຈະເປັນໝາກສົດ, ລັກສະນະຂອງໝາກເປັນຮູບຂອບຂະໜານ, ຮູບກະສວຍ, ຮູບໄຂ່ ຫຼື ຮູບກົມ, ຜິວໝາກກ້ຽງ, ໝາກສຸກເປັນສີແດງແບບໝາກມີເນື້ອ, ມີລົດຊາດສົ້ມ.
.

.

.

.


ຕົ້ນໝາກຄາຍຈັດເປັນໄມ້ເມືອງໜາວທີ່ມີຖິ່ນກໍາເນີດຢູ່ຈີນ, ເປັນຕົ້ນໄມ້ທີ່ທົນຄວາມແຫ້ງແລງໄດ້ດີ. ໃບເປັນໃບດ່ຽວ, ອອກລຽງສະລັບກັນ, ລັກສະນະຂອງໃບເປັນຄ້າຍຮູບຫອກ, ໃບກວ້າງ 2.5-3 ຊມ ແລະ ຍາວ 8-15 ຊມ.

ດອກເປັນດອກດ່ຽວ, ອອກເປັນກະຈຸກ, ມີກາບດອກ 5 ກາບ, ຕິດກັນກັນເປັນຫຼອດສັ້ນໆ, ເປັນສີແດງ, ຜິວນອກກາບມີຂົນ, ກີບດອກມີ 5 ກີບ, ມີລັກສະນະກົມ, ມີສີຂາວ, ສີບົວ ແລະ ສີແດງ. ໝາກເປັນໝາກສົດ, ມີລັກສະນະກົມຣີ, ປາຍແຫຼມ, ມີຂົນອ່ອນນຸ່ມສັ້ນໆ, ປົກຄຸມເນື້ອສີຂາວເກືອບເຫຼືອງ, ພາຍໃນໝາກມີແກ່ນ 1 ແກ່ນ.

.

.

.

ຂໍ້ມູນຈາກ: Phakhaolao