ໃນວັນທີ 11 ມັງກອນ 2021 ກອງເສນາກໍ່ສ້າງຮາກຖານ ປກສ ນະຄອນຫຼວງວຽງຈັນ ໄດ້ລົງກວດກາຕິດຕາມ, ຊຸກຍູ້ວຽກງານປ້ອງກັນຄວາມສະຫງົບ ຢູ່ບັນດາຈຸດປະຈໍາການ ທີ່ຫ້ອງການ ປກສ ກຸ່ມບ້ານໂພນເຄັງເມືອງໄຊເສດຖາ, ປກສ ກຸ່ມ ໜອງທາໃຕ້ ບ້ານຫ້ວຍຫົງ, ບ້ານໂພນສະຫວ່າງ, ປກສ ກຸ່ມ ສີດຳດວນ ບ້ານສີດຳດວນ, ປກສ ກຸ່ມສີສະຫວາດ ບ້ານສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

.

ໃນຄັ້ງນີ້ ເພື່ອຊຸກຍູ້ໃຫ້ພະນັກງານ ປກສ ກຸ່ມ, ປກສ -ກອງຫຼອນບ້ານ ໄດ້ເຮັດໜ້າທີ່ວຽກງານປ້ອງກັນຄວາມສະຫງົບ, ປ້ອງກັນເວນຍາມ, ອອກກວດກາລາດຕະເວນ ຢູ່ຕາມຈຸດທີ່ມີຄວາມສ່ຽງຕ່າງໆ ທີ່ອາດກໍ່ໃຫ້ເກີດຄວາມບໍ່ສະຫງົບ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໃນແຕ່ລະຈຸດ ເພື່ອເປັນການກະກຽມໃຫ້ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບປອດໄພໄດ້ 100%.

.
