Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງ ຕົ້ນເຜີ້ງ ເລີ່ມປະຕິບັດແຈ້ງການດ່ວນເລີ່ມແຕ່ວັນທີ 12 – 25 ມັງກອນ 2021

Posted on 13/01/202113/01/2021 By News No Comments on ເມືອງ ຕົ້ນເຜີ້ງ ເລີ່ມປະຕິບັດແຈ້ງການດ່ວນເລີ່ມແຕ່ວັນທີ 12 – 25 ມັງກອນ 2021

ໂດຍປະຕິບັດແຈ້ງການດ່ວນຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ ໂຄວິດ – 19 ຂັ້ນແຂວງ ສະບັບເລກທີ 1572 ເຊິ່ງໄດ້ເຫັນດີປິດເທສະບານເມືອງ ຕົ້ນເຜີ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາເປັນເວລາ 14 ວັນ ເລີ່ມແຕ່ວັນທີ 12 – 25 ມັງກອນ 2021

Image may contain: sky and outdoor

.

Image may contain: one or more people, people standing, people dancing, people walking and outdoor

ຕອນບ່າຍ ວັນທີ 12 ມັງກອນ 2021 ນີ້ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດພະຍາດ ໂຄວິດ – 19 ເມືອງ ຕົ້ນເຜິ້ງ ໄດ້ລົງຊີ້ນໍາ ແລະ ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຕັ້ງຈຸດກວດກາຢູ່ປ້ອມກວດກາໃກ້ກັບສາມແຍກປະຕູໂຂງທາງເຂົ້າເມືອງ ແລະ ສີ່ແຍກບ້ານໂພນໂຮມ ແລະ ໃຫ້ນໍາໃຊ້ກຳລັງທະຫານ, ປກສ ແລະ ແພດໝໍ ປະຈໍາຢູ່ຈຸດກວດກາເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດພະຍາດ ໂຄວິດ – 19 ຢ່າງເຂັ້ມງວດ.

Image may contain: sky and outdoor

.

Image may contain: one or more people, people standing and outdoor

ເນື່ອງຈາກຢູ່ໃນສະຸຖານະການເຝົ້າລະວັງການແຜ່ລະບາດ ຂອງພະຍາດດັ່ງກ່າວ ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມໃຫ້ປະຕິບັດຕາມມາດຕະການທີ່ຄະນະສະເພາະກິດຂັ້ນເທິງວາງອອກຢ່າງເຄັ່ງຄັດ ຮັກສາໄລຍະຫ່າງ 1 – 2 ແມັດຂຶ້ນໄປ, ຫຼີກລ່ຽງການໄປໃນສະຖານທີ່ແອອັດເວລາອອກຈາກເຮືອນ, ໃສ່ຜ້າອັດປາກ – ດັງ, ລ້າງມື້ໃສ່ສະບູ່ ຫຼື ເຈວລ້າງມື ເພື່ອຫຼຸດຜ່ອນຄວາມສ່ຽງຕິດເຊື້ອພະຍາດ ໂຄວິດ – 19.

Image may contain: night and outdoor

ພາບ – ຂ່າວ: ອຸໄທ ພູມມາ.

ຂ່າວສານບ້ານເມືອງ

Post navigation

Previous Post: ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
Next Post: ກອງເສນາກໍ່ສ້າງຮາກຖານ ລົງກວດກາຕິດຕາມ ແລະ ຊຸກຍູ້ວຽກງານປ້ອງກັນຄວາມສະຫງົບໃນຂອບເຂດ ນະຄອນຫຼວງວຽງຈັນ

Related Posts

ລົມພະຍຸລະດູຮ້ອນພັດຜ່ານ ສົ່ງຜົນກະທົບເຮັດໃຫ້ ບ້ານ-ເຮືອນ ຂອງປະຊາຊົນ ເປ້-ເພເປັນຈໍຳນວນຫຼາຍຫຼັງ ຂ່າວສານບ້ານເມືອງ
ກາບງາມໆ ນັກຂ່າວໄທຊອ່ງ NBT ມາຂໍໂທດຕໍ່ປະຊາຊົນລາວ ຂ່າວສານບ້ານເມືອງ
ຍ້ອນຄວາມປະໝາດຂາດສະຕິພາໃຫ້ຕົນເອງ ເ ສ ຍ ຊີ ວິ ດ ຂ່າວສານບ້ານເມືອງ
ໄປຊື້ລົດ ແລ້ວທົດລອງຂັບ ພໍຖືກໃຈແລ້ວ ຂັບໜີໄປເລີຍ ຂ່າວສານບ້ານເມືອງ
ນັກໂທດຄະດີຢາເສບຕິດ 5 ຄົນ ທີ່ສາລະວັນຖືກຕັດສິນປະຫານຊີວິດ ຂ່າວສານບ້ານເມືອງ
ຊາຍສູງໄວໄປຫາປາຢູ່ບຶງແລ້ວຈົມນໍ້າເສຍຊີວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme