Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ບໍ່ນ້ຳສັກສິດນາງຜົມຫອມ ທີ່ເມືອງລັບແລອາລັນຣົດຈະນາ

Posted on 13/01/202113/01/2021 By News No Comments on ບໍ່ນ້ຳສັກສິດນາງຜົມຫອມ ທີ່ເມືອງລັບແລອາລັນຣົດຈະນາ

ບໍ່ນ້ຳໜ້າອັດສະຈັນແຫ່ງນີ້ ເປັນນ້ຳອອກບໍ່ ທີ່ຕັ້ງຢູ່ໃນໝູ່ບ້ານກາງພູເຂົາທີ່ຊື່ວ່າ ອາລັນຣົດຈະນາ ຫຼືຊື່ທາງການແມ່ນແມ່ນບ້ານນາກະຕຶບ ເມືອງຄູນຄຳ ແຂວງຄຳມ່ວນ.

Image may contain: 1 person, plant, outdoor, nature and water

ໝູ່ບ້ານແຫ່ງນີ້ໄດ້ຮັບສາຍາວ່າ ເປັນໝູ່ບ້ານລັບແລ ເພາະເປັນໝູ່ບ້ານທີ່ຕັດຂາດຈາກໂລກພາຍນອກ ຕັ້ງຢູ່ໃນປ່າກາງພູເຂົາ ແລະມີທາງເຂົ້າທາງດຽວຄືຕ້ອງເຂົ້າທາງປາກຖ້ຳກາງປ່າເທົ່ານັ້ນ.

Image may contain: plant, outdoor, water and nature

ໝູ່ບ້ານແຫ່ງນີ້ມີບັນຍາກາດທີ່ງຽບສະຫງົບ ບໍ່ມີສັນຍານໂທລະສັບ,ບໍ່ມີໄຟຟ້າ ແລະນ້ຳປະປາ ມີພຽງນ້ຳລອດຖ້ຳທີ່ໃຊ້ສຳລັບກິນແລະດື່ມ.

Image may contain: plant, tree, outdoor, nature and water

ນອກນັ້ນ ໃນໝູ່ບ້ານລັບແລ ຍັງມີອີກສິ່ງໜຶ່ງທີ່ໜ້າອັດສະຈັນເໝືອນກັບໃນນິຍາຍ ກໍຄືຈະມີໜອງນ້ຳແຫ່ງໜຶ່ງ ໄສເຢັນ,ມີປາເປັນຈຳນວນຫຼາຍ ແຕ່ບໍ່ມີຊາວບ້ານຄົນໃດຈັບປາມາກິນຈັກຄົນຫຼືຂ້າສັດແມ່ນແຕ່ໂຕດຽວ.

Image may contain: tree, outdoor, nature and water

ຊາວບ້ານໄດ້ພາກັນເອົາຮູບປັ້ນນາງເງືອກມາຕັ້ງໄວ້ທີ່ແຄມບໍ່ນ້ຳ ເພື່ອເປັນສັນຍາລັກວ່າ ເປັນບໍ່ນ້ຳຂອງນາງຜົມຫອມ ທີ່ສັກສິດ ເພາະວ່າເປັນບໍ່ນ້ຳບໍລິສຸດ ໄຮ້ຊຶ່ງມົນທິນ ເພາະປະຊາກອນທັງໝົດໃນໝູ່ບ້ານ ແມ່ນພາກັນຖືສິນຫ້າຢ່າງເຄັ່ງຄັດ ເຊັ່ນ:

Image may contain: outdoor, nature and water

ເວັ້ນຈາກການຂ້າສັດ,ເວັ້ນຈາກການຂີ້ລັກ,ເວັ້ນຈາກການລ່ວງເກີນດ້ານຊູ້ສາວ,ເວັນຈາກການຂີ້ຕົວະ ແລະເວັ້ນຈາກການດື່ມສຸລາ. ຫາກໃຜຢາກກິນຊີ້ນສັດ ກໍຈະອອກຈາກໝູ່ບ້ານເພື່ອໄປຊື້ຢູ່ໂລກພາຍນອກ.

Image may contain: 1 person, tree, plant, outdoor, nature and water

ຍ້ອນເປັນໝູ່ບ້ານທີ່ມີຄວາມສັກສິດ ແລະບໍລິສຸດ ໃນທຸກໆວັນສິນຊາວບ້ານຈະນຸ່ງຂາວຫົ່ມຂາວເພື່ອຖືສິນ ແລະປະຕິບັດວິປັດສະນາກຳມະຖານ.

Image may contain: outdoor, water and nature

ຂ່າວພາາບ:Laos Pictures ຮູບພາບເມືອງລາວ

ຂ່າວສານບ້ານເມືອງ

Post navigation

Previous Post: ເຂັ້ມງວດລົງກວດກາບັນດາຈຸດປ້ອງກັນ ໃນໄລຍະປ້ອງກັນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ
Next Post: ສູນທອນພົດຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກ່າວໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ

Related Posts

ປກສ ກຸ່ມ I ຈອມມະນີ ກັກເປົ້າໝາຍ ຄ້ າ ຂ າ ຍ ຢ ຂ່າວສານບ້ານເມືອງ
ໂນຣຸ ຮຸນແຮງ ຂົວຂາດ ທາງເຈື່ອນ ເຂດເຂື່ອນອີ່ມູນ ແຂວງເຊກອງ ຂ່າວສານບ້ານເມືອງ
ມວນອາກາດເຢັນທີ່ປະເທດຈີນຈະເພີ່ມກໍາລັງປົກຄຸມຢູ່ທົ່ວທຸກພາກ ແລະ ອາກາດຈະໜາວເຢັນຫຼາຍຢູ່ແຂວງພາກເໜືອ ຂ່າວສານບ້ານເມືອງ
ທະຫານແຂວງໄຊຍະບູລີກຽມພ້ອມຊ່ວຍເຫຼືອພໍ່-ແມ່ປະຊາຊົນຈາກໄພທຳມະຊາດ ຂ່າວສານບ້ານເມືອງ
ໄຂກອງປະຊຸມໃຫຍ່ຄັ້ງທີ XI ຂອງຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຂ່າວສານບ້ານເມືອງ
ຂ່າວດ່ວນທີ່ສຸດ! ລາວພົບຜູ້ຕິດເຊື້ອໂຄວິດເພີ່ມ +112 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme