ໃນວັນທີ 12 ມັງກອນ 2021 ນີ້, ການນໍາຂັ້ນສູງຂອງ ພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ໄປວາງພວງມາລາ ຢູ່ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈາລຶກຄຸນງາມຄວາມດີ ຕໍ່ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ນາຍ-ພົນທະຫານ, ປະຊາຊົນລາວບັນດາເຜົ່າ ທີ່ເສຍສະຫລະເລືອດເນື້ອ ແລະ ຊີວິດໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ, ພ້ອມທັງສະແດງຄວາມຮູ້ບຸນຄຸນ ແລະ ຈົ່ງຮັກພັກດີຕໍ່ຜູ້ນໍາການປະຕິວັດ, ສະມາຊິກພັກທຸກສະຫາຍ ທີ່ເສຍສະຫລະເລືອດເນື້ອເຫື່ອແຮງ, ສະຕິປັນຍາ ເພື່ອພາລະກິດປົດປ່ອຍຊາດອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວ.

ຈາກນັ້ນ, ການນໍາຂັ້ນສູງຂອງພັກ ໄດ້ໄປວາງກະຕ່າດອກໄມ້ ຢູ່ພິພິທະພັນ ປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ຈົ່ງຮັກພັກດີ ທີ່ປະທານ ໄກສອນ ພົມວິຫານ ໄດ້ອຸທິດເຫື່ອ ແຮງ, ສະຕິປັນຍາ ຕະຫລອດຊີວິດຂອງເພີ່ນ ເຂົ້າໃນພາລະກິດປະຕິວັດ, ນໍາພາປະຊາຊົນລາວບັນດາ ເຜົ່າຕໍ່ສູ້ ຕ້ານກັບຈັກກະພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະຢ່າງສົມບູນ, ລົບລ້າງລະບອບຣາຊາທິປະໄຕ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນ ວາ 1975 ຢ່າງສະຫງ່າຜ່າເຜີຍ.

ການວາງພວງມະລາ ແລະ ກະຕ່າດອກໄມ້ ຂອງການນໍາຂັ້ນສູງຂອງພັກໃນຄັ້ງນີ້, ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ຈະໄຂຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 13-15 ມັງກອນ 2021 ນີ້.ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.

.

ຮູບ: ອ່າຍຄໍາ ແລະ ເກດ.
---------------
ຢ່າລືມກົດຕິດຕາມເພຈ All in LAOS
------------------------------