Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເປີດນິທັດສະການດອກຄາຍປ່າ ແລະ ຊາກຸຣະ ຫົວພັນ

Posted on 11/01/202111/01/2021 By News No Comments on ເປີດນິທັດສະການດອກຄາຍປ່າ ແລະ ຊາກຸຣະ ຫົວພັນ

ແຂວງຫົວພັນ ເປີດງານນິທັດສະການດອກຄາຍປ່າ ແລະ ຊາກຸຣະຫົວພັນ ໃນຕອນເຊົ້າວັນທີ 11 ມັງກອນ 2021 ຢູ່ທີ່ສວນມິດຕະພາບຫົວພັນ-ແທັງຮວາ ໂດຍມີ ທ່ານ ເພິດ ມາປັນຍາ ຮອງເລຂາພັກແຂວງ, ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງ, ມີບັນດາການນໍາແຂວງ, ການນຳເມືອງ, ຫົວໜ້າພະແນກການ, ກອງບັນການທະຫານ, ກອງບັນການຕຳຫລວດ, ພະນັກງານ-ລັດຖະກອນ ພ້ອມດ້ວຍພໍ່ແມ່ປະຊາຊົນບ້ານອ້ອມຂ້າງເທສະບານເມືອງຊໍາເໜືອ ເຂົ້າຮ່ວມ.

Image may contain: 8 people, people standing and flower

.

Image may contain: 2 people, flower, plant and outdoor

ໂອກາດນີ້, ທ່ານ ນາງ ໝັ້ນ ເພັງຄະຕິຍະ ຫົວໜ້າພະແນກຖະແຫລງວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ໃຫ້ຮູ້ວ່າ: ແຂວງຫົວພັນ ເປັນແຂວງທີ່ມີທີ່ຕັ້ງພູມສັນຖານຖືເປັນແຂວງພູດອຍທີ່ມີອາກາດໜາວເຢັນ, ມີຄວາມອຸດົມສົມບູນທາງດ້ານທຳມະຊາດ, ມີພູຜາປ່າໄມ້ຂຽວສົດງົດງາມຕະຫລອດປີ ແລະ ຄວາມສວຍງາມຂອງທຳມະຊາດນັ້ນ ປະກອບມີດອກໄມ້ໃຫ້ດອກຕາມລະດູການຫລາຍຊະນິດເຊັ່ນ: ດອກບານ, ດອກປີບ, ດອກແຄ, ດອກຝາງແດງ, ດອກລ້ານ ແລະ ດອກໄມ້ຊະນິດຕ່າງໆ ເດັ່ນກວ່າໝູ່ແມ່ນດອກຄາຍປ່າ ທີ່ມີຄວາມເປັນເອກະລັກ ແລະ ງົດງາມພິເສດເປັນສີບົວຈ່າງ ແລະ ສີບົວເຂັ້ມມີລັກສະນະຄ້າຍຄືດອກຊາກຸຣະ ດອກໄມ້ປະຈຳຊາດຂອງປະເທດຍີ່ປຸ່ນ.

Image may contain: 8 people, people standing

ສະນັ້ນ, ໃນປີ 2008 ທ່ານ ພັນຄຳ ວິພາວັນ ອະດີດເຈົ້າແຂວງຫົວພັນ ໄດ້ມີແຜນເລືອກດອກຄາຍປ່າ ຫລື ເອີ້ນວ່າ: “ດອກພັນພະນາ” ເອົາມາປູກເປັນຕົ້ນໄມ້ປະດັບໃນເທສະບານຕົວເມືອງຊໍາເໜືອ ຈຳນວນ 400 ຕົ້ນ, ຕໍ່ມາໃນປີ 2010 ກໍໄດ້ມີການປູກເພີ່ມຕາມເສັ້ນທາງເລກທີ 6 ພູເລົ້າ-ເທສະບານຕົວເມືອງຊໍາເໜືອ-ວຽງໄຊ, ທາງໄປສະໜາມບິນໜອງຄ້າງ ແລະ ບ່ອນອື່ນໆ ເຊິ່ງພົບເຫັນດອກຄາຍປ່າບານຫລາຍກວ່າໝູ່ແມ່ນຢູ່ເມືອງຊໍາເໜືອ ແລະ ເມືອງຫົວເມືອງ, ໃນປີ 2015 ສະມາຄົມຄົນພິການອາຊີ ປະເທດຍີ່ປຸ່ນ ເປັນອົງການທີ່ບໍ່ສັງກັດລັດຖະບານຕາງໜ້າໃຫ້ລັດຖະບານຍີ່ປຸ່ນ ໄດ້ມາສ້າງສວນດອກຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ຢູ່ທີ່ເມືອງວຽງໄຊຕື່ມອີກ. ມາຮອດລະດູໜາວປີນີ້, ຕົ້ນຊາກຸຣະ ແລະ ດອກຄາຍປ່າຈຳນວນໜຶ່ງກໍໄດ້ອອກດອກເບັ່ງບານສວຍງາມເປັນທີ່ປະທັບໃຈ ແລະ ດຶງດູດແຂກຄົນໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ຽວຊົມແຂວງຫົວພັນ ດ້ວຍບັນຍາກາດຟົດຟື້ນ.

Image may contain: 1 person, standing, walking, outdoor and nature

ພ້ອມກັນນີ້, ທ່ານ ຫົວໜ້າພະແນກ ຖວທ ຍັງຮຽກຮ້ອງມາຍັງທຸກພາກສ່ວນທົ່ວແຂວງຫົວພັນ ໃຫ້ພ້ອມກັນເປັນເຈົ້າການປົກປັກຮັກສາ ແລະ ປູກຕົ້ນດອກຄາຍປ່າ ເພີ່ມຂຶ້ນ ເພື່ອໃຫ້ແຂວງຫົວພັນ ກາຍເປັນແຂວງທີ່ມີຄວາມງົດງາມດ້ານທຳມະຊາດ ກາຍເປັນຕົ້ນດອກໄມ້ເອກະລັກປະຈຳແຂວງຫົວພັນ.

Image may contain: 1 person, standing, outdoor and nature

.

Image may contain: 1 person, dancing, tree, outdoor and nature

ຂ່າວ-ພາບ: ນິດຖະໜອມ

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງອັດຕະປື ປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີໃນພາລະກິດຮັບໃຊ້ຊາດ​ແລ້ວ​ 2​ ພັນກວ່າທ່ານ
Next Post: ຫົວພັນແຈ້ງພັກໂຮງຮຽນຊົ່ວຄາວເນື່ອງຈາກອາກາດໜາວເຢັນຫຼາຍ

Related Posts

ສາລະວັນແຈ້ງໂຈະການຈັດງານບຸນຊ່ວງເຮືອປະຈຳປີ 2020 ຂ່າວສານບ້ານເມືອງ
ເສຍຊີວິດ 1 ເຫດ ສິບລໍ້ປະທະວີໂກ້ ຂ່າວສານບ້ານເມືອງ
ຂົນສົ່ງຈາກຝັ່ງລາວ ເຈົ້າໜ້າທີ່ຈັງຫວັດໜອງຄາຍ​ ປະເທດໄທ ຢຶດ​ ຢ າ ບ້ າ​ ໄດ້​ 410.000 ເມັດ ຂ່າວສານບ້ານເມືອງ
ເຮັດໂຕມີພິລຸດ ຖືກເຈົ້າໜ້າທີ່ກວດຄົ້ນ ພົບ ຢ າ 18.000 ເ ມັ ດ ຂ່າວສານບ້ານເມືອງ
ປີ່ນລ່າງງ່າງ ກະບະຕໍາກັບຕ໋ອກຕ໋ອກ ຂ່າວສານບ້ານເມືອງ
ຈະລາຈອນ ເມືອງ ວຽງທອງ ທ ໍາ ລ າ ຍອຸປະກອນດັດແປງສະພາບເຕັກນິກລົດຈັກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme