Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫ້ອງວ່າການກະຊວງ ແລະ ກົມໃຫຍ່ການເມືອງກອງທັບປະກາດເລື່ອນຊັ້ນໃຫ້ນາຍທະຫານ

Posted on 11/01/202111/01/2021 By News No Comments on ຫ້ອງວ່າການກະຊວງ ແລະ ກົມໃຫຍ່ການເມືອງກອງທັບປະກາດເລື່ອນຊັ້ນໃຫ້ນາຍທະຫານ

ວັນທີ 6 ມັງກອນ 2021 ນີ້, ຢູ່ຫ້ອງປະຊຸມຫ້ອງວ່າການກະ ຊວງປ້ອງກັນປະເທດ ໄດ້ມີພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າກຳມະການຄະນະປະຈຳພັກອົງການ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີ ບັນດາຄະນະພັກ-ຄະນະບັນຊາ ອ້ອມຂ້າງຫ້ອງວ່າການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນເອກ ສະຫຼອງໄຊ ໄຊຍະເສນາ ຮອງຫົວໜ້າການ ເມືອງຫ້ອງວ່າການກະຊວງປ້ອງກັນປະເທດ ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບວ່າດ້ວຍ ການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານຈຳນວນ 38 ສະຫາຍຄື: ຮ້ອຍເອກຂຶ້ນພັນຕີ 16 ສະຫາຍ, ຮ້ອຍໂທຂຶ້ນຮ້ອຍເອກ 11 ສະຫາຍ, ຮ້ອຍຕີຂຶ້ນ ຮ້ອຍໂທ 9 ສະຫາຍ ແລະ ວາທີຂຶ້ນ ຮ້ອຍຕີ 2 ສະຫາຍ. ສະຫາຍ ພົນຈັດຕະວາ ຄຳມ່ວນ ເລືອງວັນຫຼ້າ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ພະນັກງານຜູ້ ທີ່ໄດ້ຮັບຊັ້ນໃໝ່ຈົ່ງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວ ຄິດ, ຊອກຮູ້ຮ່ຳຮຽນໃນດ້ານຕ່າງໆເພື່ອພັດທະນາຕົນເອງ ແລະ ກົມກອງ

Image may contain: 3 people, people standing and closeup

ພ້ອມກັນນັ້ນ, ກໍຕ້ອງເສີມຂະຫຍາຍຮັດແໜ້ນ ຄວາມສາມັກຄີພາຍໃນ ແລະ ນອກກົມກອງໃຫ້ດີ. ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 8 ມັງກອນ 2021 ນີ້, ກົມໃຫຍ່ການ ເມືອງກອງທັບ ໄດ້ຈັດຕັ້ງພິທີປະ ກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານທົ່ວກົມໃຫຍ່ ການເມືອງກອງທັບ, ໂດຍການ ເປັນປະທານຂອງ ສະຫາຍ ພັນ ເອກ ບຸນເຫຼືອ ໄຊຍະເພັນ ກຳມະການຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະ ພັກ-ຄະນະບັນຊາ, ກົມ, ກອງ, ຫ້ອງການ ແລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງກົມໃຫຍ່ການເມືອງກອງທັບໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການ ປະດັບເລື່ອນທຽບຊັ້ນໃຫ້ນາຍ ທະຫານ ໃນນັ້ນ, ປະດັບທຽບຊັ້ນຮ້ອຍໂທຈຳນວນ 25 ສະຫາຍ, ປະດັບທຽບຊັ້ນຮ້ອຍຕີ 4 ສະຫາຍ, ເລື່ອນຊັ້ນວາທີຂຶ້ນຮ້ອຍຕີ 4 ສະຫາຍ ແລະ ເລື່ອນຊັ້ນຮ້ອຍຕີ ຂຶ້ນ ຮ້ອຍໂທ 7 ສະຫາຍ.

ໂອກາດນີ້, ສະຫາຍພັນເອກ ບຸນເຫຼືອ ໄຊຍະເພັນ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ແຕ່ລະສະຫາຍ ສືບຕໍ່ເພີ່ມທະວີຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜ້າປັບປຸງແບບແຜນວິທີເຮັດວຽກແບບມີວິທະຍາສາດສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ເປັນແບບຢ່າງໃນການເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ, ເອົາໃຈໃສ່ຕັ້ງໜ້າເຮັດວຽກງານວິຊາສະເພາະຂອງຕົນຕາມການຈັດຕັ້ງມອບໝາຍໃຫ້ມີຄຸນນະພາບສູງ.

ໂດຍ: ອານຸສອນ

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງຫລວງພະບາງ ອອກແຈ້ງການປະຕິບັດມາດຕະການຕໍ່ຜູ້ລະເມີດ ແລະ ລັກລອບມາປະເທດ
Next Post: ປີນີ້ ບໍລິສັດສາຍສະໄໝ ຕັ້ງເປົ້າໝາຍໃຫຍ່ ສົ່ງມັນແຫ້ງ ໄປ ສປ ຈີນ ໃຫ້ໄດ້ຫຼາຍກວ່າ 1 ແສນໂຕນ

Related Posts

ກົມກົງສຸນ ກະຊວງການຕ່າງປະເທດ ຊີ້ແຈງ ກ່ຽວກັບປະກົດການ ນາຍໜ້າແລ່ນເຮັດໜັງສືຜ່ານແດນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອຍັງສູງ 1245ຄົນ ຂ່າວສານບ້ານເມືອງ
ສະພາບອາກາດມື້ນີ້ ອາກາດເຢັນຍັງສືບຕໍ່ປົກຄຸມຢູ່ພາກເໜືອ ຂ່າວສານບ້ານເມືອງ
ລັດແຕ່ງຕັ້ງຄະນະສະເພາະກິດຮັບມືໂຄໂຣນາພ້ອມວາງ 8 ມາດຕະການຮັບມື ຂ່າວສານບ້ານເມືອງ
ຄັກແທ້…! ປູກກາເຟມີລາຍຮັບດີ…! ສິນຄ້າໂອດອບຂອງເມືອງກາສີ ຂ່າວສານບ້ານເມືອງ
ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກ ນະຄອນຫລວງວຽງຈັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme