Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຈ້ງເຕືອນໄພອາກາດໜາວເຢັນລົງຕື່ມອີກ 1 ຫາ 2 ອົງສາໃນແຕ່ລະພາກ

Posted on 10/01/202110/01/2021 By News No Comments on ແຈ້ງເຕືອນໄພອາກາດໜາວເຢັນລົງຕື່ມອີກ 1 ຫາ 2 ອົງສາໃນແຕ່ລະພາກ

ມວນອາກາດໜາວເຢັນທີ່ປະເທດຈີນຍັງມີກຳລັງແຮງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດໜາວເຢັນລົງຕື່ມອີກ 1 ຫາ 2 ອົງສາໃນແຕ່ລະພາກ ແລະ ໜາວເຢັນຫຼາຍ ຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.

No photo description available.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນທີ່ອາໃສຢູ່ແຂວງ ພາກເໜືອ, ພາກກາງ ແລະ ເຂດພູພຽງບໍລະເວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດໜາວເຢັນຫຼາຍ ເຊິ່ງຈະເຮັດໃຫ້ເປັນໄຂ້, ເຈັບປ່ວຍ ແລະ ມີຜົນກະທົບຕໍ່ສຸກຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ, ຂໍໃຫ້ນຸ່ງຮົ່ມເຮັດໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ. ສຳຫຼັບຜູ້ທີ່ເດີນທາງໄປໃນເຂດພາກເໜືອ ຂໍໃຫ້ມີສະຕິລະມັດລະວັງຕໍ່ສະພາບໝອກໜາ ທີ່ເຮັດໃຫ້ການເບິ່ງເຫັນບໍ່ຈະແຈ້ງ ແລະ ອາດເຮັດໃຫ້ມີອຸປະຕິເຫດເກີດຂຶ້ນໄດ້

No photo description available.

.

No photo description available.

.

No photo description available.

.

Image may contain: cloud, sky, mountain, outdoor and nature
ຂ່າວສານບ້ານເມືອງ

Post navigation

Previous Post: ເຄື່ອນຍ້າຍອັດຖິຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດໄປສະຖິດໄວ້ຢູ່ສຸສານນັກຮົບປະຕິວັດແຫ່ງຊາດ
Next Post: ແຂວງຫລວງພະບາງ ອອກແຈ້ງການປະຕິບັດມາດຕະການຕໍ່ຜູ້ລະເມີດ ແລະ ລັກລອບມາປະເທດ

Related Posts

ລັດ ເລັ່ງຄວບຄຸມລາຄາເຂົ້າ ຫຼັງພົບເລີ່ມມີການເໜັງຕິງ ຂ່າວສານບ້ານເມືອງ
ບໍລິການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດຜິດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຂ່າວສານບ້ານເມືອງ
ໄຟໄໝ້ລົດເກືອບລະເບີດປະຊາຊົນຊ່ວຍກັນຕັກນໍ້າມາມອດ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອໃໝ່ 170ຄົນ ຂ່າວສານບ້ານເມືອງ
1625 ລົງຂ້າເຊື້ອຫ້ອງແຖວ ທີ່ພົບຜູ້ຕິດເຊື້ອ 16, 17, 18 ແລະ 19 ຂ່າວສານບ້ານເມືອງ
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ກ່ຽວກັບທິດຊີ້ນຳກ່ຽວກັບວັນພັກຊົດເຊີຍ ວັນກຳມະກອນສາກົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme