Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຄງການເຂື່ອນໄຟຟ້າດອນສະໂຮງ ຖືສຳຄັນການຮັກສາສິ່ງລ້ອມທຳມະຊາດ

Posted on 10/01/202110/01/2021 By News No Comments on ໂຄງການເຂື່ອນໄຟຟ້າດອນສະໂຮງ ຖືສຳຄັນການຮັກສາສິ່ງລ້ອມທຳມະຊາດ
Image may contain: 3 people, people standing, sky, outdoor and water

ເມື່ອບໍ່ດົນມານີ້, ໄດ້ມີຂ່າວກ່ຽວກັບການຫາປາ ໂດຍໃຊ້ຢາເບື່ອປາຢູ່ໃນເມືອງໂຂງ ແຂວງຈຳປາສັກ ທີ່ໄດ້ສ້າງຄວາມເຂົ້າໃຈຜິດຕໍ່ສັງຄົມ ເນື່ອງສຳນັກຂ່າວທີ່ເຜີຍແຜ່ຂ່າວດັ່ງກ່າວມີຂໍ້ມູນບໍ່ຄົບຖ້ວນສົມບູນ ແລະ ເປັນຂໍ້ມູນເກົ່າ ເຊິ່ງເຫດການດັ່ງກ່າວແມ່ນເກີດຂື້ນໃນປີ 2016 ທີ່ມີຄົນພົບເຫັນປາຕາຍໄຫລມາໃນເຂດກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ ແລະ ຄັ້ງດຽວເທົ່ານັ້ນ ເຊິ່ງທາງພະແນກ ແລະ ຫ້ອງການກະສິກຳປ່າໄມ້ ແຂວງ ແລະ ເມືອງໄດ້ຕິດຕາມເປັນປະຈຳ.

Image may contain: 3 people, outdoor and food

ດັ່ງນັ້ນ, ຜູ້ຈັດການທາງດ້ານສິ່ງແວດລ້ອມສັງຄົມ ແລະ ຄະນະກຳມະການຄຸ້ມຄອງການປະມົງຈິ່ງໄດ້ຊີ້ແຈງວ່າ: ຂໍ້ມູນດັ່ງກ່າວເປັນຂໍ້ມູນເກົ່າ ແລະ ໃນປີດຽວກັນ ກໍຄື ຕົ້ນປີ 2016 ຄະນະກຳມະການຄຸ້ມຄອງການປະມົງ ປະຈຳໂຄງການໄດ້ຖືກແຕ່ງຕັ້ງຂຶ້ນ ເພື່ອປະຕິບັດກິດຈະກຳຄຸ້ມຄອງການປະມົງໃນເຂດກໍ່ສ້າງ, ເຊິ່ງໃນຄະນະກຳມະການປະກອບມີຕົວແທນຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ຂະແໜງລ້ຽງສັດ ແລະ ການປະມົງແຂວງ, ເຈົ້າເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໂຂງ, ໜ່ວຍງານລ້ຽງສັດ-ການປະມົງເມືອງໂຂງ. ນອກຈາກນັ້ນ ຍັງໄດ້ແຕ່ງຕັ້ງຄະນະກຳມະການປະມົງຂັ້ນ ກຸ່ມ 3 ກຸ່ມບ້ານ ແລະ ຂັ້ນບ້ານ 11 ບ້ານ ທີ່ຢູ່ເຂດໃກ້ຄຽງກັບໂຄງການ ໂດຍໂຄງການເປັນຜູ້ສະ ໜອງທາງດ້ານງົບປະມານ ເພື່ອປະຕິບັດຕາມພັນທະສັນຍາ ໂດຍທາງໂຄງການຈະສະໜັບສະໜູນງົບປະມານຕັ້ງແຕ່ເລີ່ມຕົ້ນການກໍ່ສ້າງ ຈົນສິ້ນສຸດສັນຍາສຳປະທານຂອງໂຄງການ.

Image may contain: 1 person, sitting, standing, sky, tree, outdoor, water and nature

ຄະນະກຳມະການໄດ້ລົງເຜີຍແຜ່ ແລະ ປູກຈິດສຳນຶກກຽວກັບກົດໝາຍການປະມົງເພື່ອເຮັດຊຸມຊົນເຂົ້າໃຈຜົນກະທົບ ກ່ຽວກັບການຫາປາທີ່ຜິດກົດລະບຽບການປະມົງ. ມາຮອດປັດຈຸບັນ ຄະນະກຳມະການຄຸ້ມຄອງການປະມົງ ໄດ້ປະຕິບັດໜ້າທີ່ຄຸ້ມຄອງການປະ ມົງ 386 ຄັ້ງ ແລະ ມີຈຳນວນພົນເຂົ້າຮ່ວມທັງໝົດ 8.000 ກວ່າຄົນ ເຊິ່ງສາມາດລືບລ້າງຢຸດເຊົ່າ ແລະ ທຳລາຍສິ່ງກີດຂວາງການຂຶ້ນລົງຂອງສັດນ້ຳທີ່ຜິດກົດລະບຽບ ອີງຕາມກົດໝາຍການປະມົງເຊັ່ນ: ຕ້ອນ, ຫລີ່, ລວງຂັງ ແລະ ຈິບ ໄດ້ສຳເລັດ 100% ໃນທ້າຍປີ 2017.

Image may contain: one or more people, tree, outdoor, water and nature

ນອກຈາກນີ້ຍັງໄດ້ລົງກວດກາລາດຕະເວນສະກັດກັ້ນ ແລະ ຈັບກຸມດໍາເນີນຄະດີກັບກຸ່ມຄົນທີ່ບໍ່ຫວັງດີໂດຍການຫາປາແບບດັບສູນຄື: ການໃຊ້ຢ່າເບື່ອ, ໝໍ້ຊ໋ອດປາ ແລະ ລະເບີດ ແລະ ເຮັດໃຫ້ກິດຈະກຳດັ່ງກ່າວຫລຸດໜ້ອຍຖ້ອຍລົງ ແລະ ເຮັດໃຫ້ຊຸມຊົນຊຶມຊັບເຂົ້າໃຈກ່ຽວກັບກົດໝາຍການປະມົງໄດ້ດີ ດັ່ງທີ່ສະທ້ອນໃຫ້ເຫັນຄວາມສຳເລັດຂອງວຽກງານຄຸ້ມຄອງການປະມົງຄື ມາຮອດຕົ້ນປີ 2020 ພົບວ່າປະຊາຊົນທຸກຂົງເຂດທົ່ວປະເທດຕາມລຸ່ມແມ່ນ້ຳຂອງ ແລະ ສາຂາ ສາມາດຫາປາໄດ້ຈຳນວນຫລາຍກວ່າທຸກໆປີ, ດັ່ງນັ້ນທາງບໍລິສັດ ແລະ ຄະນະກຳມະການຄຸ້ມຄອງການປະມົງ ຂໍໃຫ້ໝັ້ນໃຈວ່າການບໍລິໂພກສັດນ້ຳຈາກເມືອງໂຂງ ແມ່ນປອດໄພ ແລະ ແຫລ່ງທີມາຂອງສັດນ້ຳຖືກກົດລະບຽບການປະມົງ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງບໍລິຄໍາໄຊ ຈັດພິທີຝັງທໍາລາຍສິນຄ້າຕ້ອງຫ້າມນໍາເຂົ້າ
Next Post: ແຂວງຫລວງພະບາງແຈ້ງການປະຕິບັດມາດຕະການຕໍ່ຜູ້ລະເມີດ ແລະ ລັກລອບມາປະເທດໂດຍບໍ່ໄດ້ຜ່ານດ່ານ

Related Posts

ຮັບສ່ວນຫຼຸດ 5% ເປັນເວລາ 3 ເດືອນ ນໍ້າປະປາ ປະເພດຄົວເຮືອນ ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ເປັນຕາຢ້ານ! ລາຍງານວັນທີ 31/1/2020 ໄວຣັດໂຄໂຣນາ ຂ້າ 213 ຄົນແລ້ວ! ຂ່າວສານບ້ານເມືອງ
ປິດຊົ່ວຄາວປໍ້າຂາຍນໍ້າມັນເປັນເງິນຕາຕ່າງປະເທດ ແລະ ຂາຍເກີນລາຄາກໍານົດທີ່ບໍ່ແກ້ວ ຂ່າວສານບ້ານເມືອງ
ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນເຖິງ 237.754 ຄົນ ໃນມື້ດຽວ ຂະນະທີ່ລາວມີຄົນເດີນທາງເຂົ້າປະເທດ 2.136 ຄົນ ຂ່າວສານບ້ານເມືອງ
ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສະພາແຫ່ງຊາດຊຸດທີ IX ຈະເປີດຂຶ້ນ 13 ມິຖຸນານີ້ ຂ່າວສານບ້ານເມືອງ
ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບລົງຊີ້ນຳຕິດຕາມ ທີມນັກກີລາ ເຫຼົ່າຮົບຊ່າງແສງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme