ໃນຕອນບ່າຍຂອງວັນທີ 6 ມັງກອນ 2021ນີ້, ທີ່ກອງບັນຊາການທະຫານແຂວງ ບໍ່ແກ້ວ ໄດ້ມີພິທີປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ, ໂດຍການເປັນປະທານ ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຮອງຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວ, ມີຄະນະບໍລິຫານງານພັກ, ຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ-ເລື່ອນທຽບຊັ້ນເຂົ້າຮ່ວມ.

.

ໂດຍປະຕິບັດຕາມກົດໝາຍນາຍທະຫານກອງທັບປະຊາຊົນ ລາວ ( ສະບັບປັບປຸງ ) ໃນພາກທີ II ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍ ການເລື່ອນຊັ້ນໃຫ້ ນາຍທະຫານທີ່ມີມາດຖານ ເງື່ອນໄຂຄົບຖ້ວນ ແລະ ຮອດກຳນົດການເລື່ອນຊັ້ນ, ປະດັບຊັ້ນ ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ຫົວໜ້າພະແນກພະນັກງານກອງບັນຊາການ ໄດ້ຂື້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງ ບໍ່ແກ້ວ. ໃນນີ້, ເລື່ອນຊັ້ນຮ້ອຍເອກ ຂຶ້ນ ພັນຕີ 16 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 71 ສະ ຫາຍ, ເລື່ອນຊັ້ນຮ້ອຍຕີ ຂຶ້ນ ຮ້ອຍ ໂທ 42 ສະຫາຍ ແລະ ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ 36 ສະຫາຍ ຈາກນັ້ນ ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຮອງຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການເມືອງ ແລະ ສະຫາຍ ພັນໂທ ທອງໄຂ ສີຍາລາດ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ບໍ່ແກ້ວໄດ້ພັດປ່ຽນກັນຂື້ນປະດັບຊັນຢ່າງສົມກຽດ.

.

ໂອກາດນີ້, ສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ຮອງຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍ່ແກ້ວໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນ ຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍສືບຕໍ່ເພີ່ມທະວີຄວາມສາມັກຄີໃຫ້ ເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກແບບມີວິທະຍາສາດສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ເປັນແບບຢ່າງໃນການເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ນໍາພາແນວຄິດເປັນປົກກະຕິຕໍ່ເນື່ອງ ແລະ ຕັ້ງ ໜ້າເຮັດສຳເລັດວຽກງານວິຊາ ສະເພາະຂອງຕົນຕາມທີ່ການຈັດ ຕັ້ງມອບໝາຍໃຫ້.

.

ໂດຍ: ສົມໄຊ ສີລາຈັນ.