Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄະນະກຳມະການບໍລິຫານທາງດ່ວນວຽງຈັນ-ວັງວຽງ ຈະທົບທວນການປ່ຽນແປງຄ່າທາງດ່ວນຄືນໃໝ່

Posted on 07/01/202107/01/2021 By News No Comments on ຄະນະກຳມະການບໍລິຫານທາງດ່ວນວຽງຈັນ-ວັງວຽງ ຈະທົບທວນການປ່ຽນແປງຄ່າທາງດ່ວນຄືນໃໝ່

ຄະນະກຳມະການບໍລິຫານທາງດ່ວນວຽງຈັນ-ວັງວຽງ ຈະທົບທວນການປ່ຽນແປງຄ່າທາງດ່ວນຄືນໃໝ່ ກ່ຽວກັບການຄິດຄ່າບໍລິການ ສຳລັບລົດບັນທຸກຈະພິຈາລະນາເປັນພິເສດຫຼັງຈາກມີຜູ້ຮຽກຮ້ອງ. ເຈົ້າໜາທີ່ບໍ່ປະສົງອອກນາມໄດ້ກ່າວຕໍ່ໜັງສືພິມວຽງຈັນທາມວ່າ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຜູ້ຮັບເໝົາທາງດ່ວນກຳລັງພິຈາລະນາກ່ຽວກັບຄ່າຜ່ານທາງ ແລະ ຈະແຈ້ງຕໍ່ສາທາລະໃຫ້ຊາບຫາກມີການປ່ຽນແປງໃດໆເກີດຂຶ້ນໃນກາງເດືອນນີ້.

Image may contain: mountain, sky, outdoor and nature

.

Image may contain: mountain, sky, outdoor and nature

ຜູ້ຂັບຂີ່ລົດຍົນຫຼາຍຄົນໄດ້ໂພສຮຽກຮ້ອງຜ່ານສື່ສັງຄົມອອນລາຍ ກ່ຽວກັບການປ່ຽນແປງຄ່າຜ່ານທາງຫຼັງຈາກມີການເປີດໃຊ້ຢ່າງເປັນທາງການໃນວັນທີ 24 ທັນວາ 2020 ໂດຍພວກເຂົາກ່າວວ່າ ຈຳນວນເງິນທີ່ຮຽກເກັບຄ່າທາງດ່ວນນັ້ນແພງເກີນໄປ ແລະ ບາງຄັ້ງຄ່າທາງດ່ວນກໍ່ເກັບບໍ່ຄືກັນ ເນື່ອງຈາກລົດກະບະຖືກຈັດເປັນລົດບັນທກປະເພດ 1.
ບັນດາຜູ້ຂັບຂີ່ລົດຍົນກຳລັງຮຽກຮ້ອງໃຫ້ຜູ້ມີອຳນາດພິເສດ ແລະ ຄະນະກຳມະການບໍລິຫານທາງດ່ວນພິຈາລະນາທົບທວນຄ່າຜ່ານທາງດ່ວນ.

Image may contain: sky, mountain, ocean, outdoor, nature and water

.

Image may contain: people standing, mountain, sky, outdoor and nature

.

Image may contain: mountain, sky, outdoor and nature

ບໍລິສັດຮ່ວມທຶນລາວ-ຈີນຈໍາກັດ ໄດ້ວາງປ້າຍປະກາດມາດຕະຖານການເກັບຄ່າຜ່ານທາງດ່ວນວຽງຈັນ-ວັງວຽງ ເຊິ່ງມີລາຄາເລີ່ມຕົ້ນ ຈາກ 600 ກີບ ຫາ 2.000 ກີບຕໍ່ກິໂລແມັດ (ກມ). ການເກັບເງິນຜ່ານທາງດັ່ງກ່າວໄດ້ແບ່ງອອກສໍາລັບລົດແຕ່ລະປະເພດດັ່ງນີ້: ລົດບັນທຸກປະເພດ1 ທີ່ມີນໍ້າໜັກບໍ່ເກີນ 2 ໂຕນ ຄິດໄລ່ລາຄາແມ່ນ 600

Image may contain: outdoor

.

ກີບ/ກມ ໝາຍຄວາມວ່າຈາກນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ເຊິ່ງມີຄວາມຍາວ 109,9 ກິໂລແມັດ ແມ່ນເອົາມູນຄ່າ 600 ກີບ ຄູນຕາມໄລຍະທາງເລີຍ, ລົດບັນທຸກປະເພດ 2 ທີ່ມີນໍ້າໜັກ 2 ໂຕນ ຫາ 5 ໂຕນ ລາຄາແມ່ນ 1.000 ກີບ/ກມ, ລົດບັນທຸກປະເພດ3 ນໍ້າໜັກແຕ່ 5 ໂຕນ ຫາ 10 ໂຕນ ລາຄາແມ່ນ 1.400 ກີບ/ກມ, ລົດບັນທຸກປະເພດ 4 ນໍ້າໜັກ 10ໂຕນ ຫາ 15 ໂຕນລາຄາແມ່ນ 2. 000 ກີບ/ກມ. ນອກນັ້ນຍັງມີຄ່າຜ່ານສະເພາະປະເພດລົດໂດຍສານ ຊຶ່ງລົດໂດຍສານປະເພດ1 ທີ່ມີ 7 ບ່ອນນັ່ງລົງມາ ແມ່ນ 600 ກີບ/ກມ, ລົດປະເພດ 2 ມີ 8 ຫາ 9 ບ່ອນນັ່ງ ແມ່ນ 1.000ກີບ/ກ, ລົດປະເພດ3 ມີ 20 ຫາ 39 ບ່ອນນັ່ງ ແມ່ນລາຄາ 1.400 ກີບ/ກມ ແລະ ລົດປະເພດ 4 ມີ 40 ບ່ອນນັ່ງຂຶ້ນໄປ ແມ່ນ 2.000 ກີບ/ກມ. ເຊິ່ງລົດທຸກຄັນແມ່ນຈະຖືກຊັ່ງນໍ້າໜັກກ່ອນຂຶ້ນທາງດ່ວນ.ຄະນະກຳມະການບໍລິຫານທາງດ່ວນວຽງຈັນ-ວັງວຽງ ກຳລັງພະຍາຍາມຫາທາງແກ້ໄຂສະຖານະການຫຼັງຈາກມີອຸບັດຕິເຫດເມື່ອຍານພາຫະນະຕຳກັບສັດລ້ຽງເທິງທາງດ່ວນ.

ຮຽບຮຽງຂ່າວ: ພຸດສະດີ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມລັດຖະບານ ເປີດກວ້າງທ້າຍສະໄໝ ຊຸດທີ VIII ພິຈາລະນາຫລາຍບັນຫາສຳຄັນ
Next Post: ຂຶ້ນອີກຮອບ ລາຄານໍ້າມັນທົ່ວປະເທດ ເລີ່ມ 6 ໂມງເຊົ້າ 8 ມັງກອນ

Related Posts

ເຈົ້າໜ້າທີ່ລົງແກ້ໄຂຮ້ານທີ່ລະເມີດຄຳສັ່ງ 06/ນຍ ຂ່າວສານບ້ານເມືອງ
ທ່ານບຸນຍັງວໍລະຈິດປະທານປະເທດແຫ່ງ ສປປ ລາວ ໄປໃສ່ສິດເລືອກຕັ້ງ ຢູ່ບ້ານຫນອງບອນ ຂ່າວສານບ້ານເມືອງ
ປກສ ນວ ສືບຕໍ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງ ໃນ 9 ຕົວເມືອງ ຂ່າວສານບ້ານເມືອງ
ຂ່າວດີ! ສປປ ລາວ ບໍ່ພົບຜູ້ຕິດເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ຂ່າວສານບ້ານເມືອງ
ສປປ ລາວ ກຳນົດ 3 ແຜນບູລິມະສິດ ກຽມຮັບນັກທ່ອງທ່ຽວເຂົ້າປະເທດ ຂ່າວສານບ້ານເມືອງ
ທະນາຄານໂລກ ສະໜອງທຶນ 50 ລ້ານໂດລາ ແກ່ ສປປ ລາວ ເພື່ອຟື້ນຟູ ຫຼັງໄພພິບັດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme