Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຈຳປາສັກເຮັດແທ້! ຢຶດຊີ້ນ ແລະ ເຮັດບົດບັນທຶກກັບແມ່ຄ້າ ທີ່ຂາຍຊີ້ນໝູເກີນລາຄາ

Posted on 06/01/202106/01/2021 By News No Comments on ຈຳປາສັກເຮັດແທ້! ຢຶດຊີ້ນ ແລະ ເຮັດບົດບັນທຶກກັບແມ່ຄ້າ ທີ່ຂາຍຊີ້ນໝູເກີນລາຄາ

ທ່ານ ປະລິນຍາເອກ ບຸນຍະເດດ ທອງສະຫວັນ ກໍາມະການພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ ໃຫ້ສໍາພາດວ່າ: ປັດຈຸບັນ ນອກຈາກເຄື່ອນໄຫວກວດກາການນໍາເຂົ້າ ແລະ ຈໍາໜ່າຍ ອາຫານທະເລສົດ ແລະ ແຊ່ແຂງແລ້ວ ພະແນກອຸດສາຫະກໍາ ແລະ ການຄ້າແຂວງພວກເຮົາ ຍັງໄດ້ເອົາໃຈໃສ່ວຽກງານການຄຸ້ມຄອງ-ກວດກາ ການຊື້-ຂາຍ ຊີ້ນໝູ ແລະ ສິນຄ້າອຸປະໂພກ-ບໍລິໂພກ ທີ່ມີຜົນປະທົບໄວ ຕໍ່ຊິວິດການເປັນຢູ່ຂອງພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນ ໂດຍຊຸກຍູ້-ແນະນໍາໃຫ້ເຈົ້າໜ້າທີ່ກວດກາການຄ້າ ລົງເຄື່ອນໄກວຕິດຕາມກວດກາຢູ່ຕາມຕະຫຼາດແຫ່ງຕ່າງໆໃນເທດສະບານແຂວງ.

ພ້ອມນີ້ ຍັງໄດ້ອອກແຈ້ງການແນະນໍາໃຫ້ເຈົ້າໜ້າທີ່ກວດກາການຄ້າ ຫ້ອງການອຸດສາຫະກໍາ ແລະ ການຄ້າ 9 ເມືອງ, 1 ນະຄອນ ເອົາໃຈໃສ່ເຄື່ອນໄຫວກວດກາ ແລະ ຄຸ້ມຄອງລາຄາສິນຄ້າດັ່ງກ່າວ ຢ່າງເຂັ້ມງວດ, ຖ້າພົບເຫັນຜູ້ຝ່າຝືນ ກໍໃຫ້ດໍາເນີນຄະດີ ຕາມລະບຽບການທີ່ວາງອອກ ຢ່າງເຄັ່ງຄັດ.

Image may contain: 1 person, sitting

ໃນວັນທີ 5 ມັງກອນ 2021 ທີ່ຜ່ານມາ, ເຈົ້າໜ້າທີ່ໄດ້ລົງເຄື່ອນໄຫວກວດກາການຊື້-ຂາຍຊິ້ນໝູ ຢູ່ຕະຫຼາດໃໝ່ປາກເຊ ນະຄອນປາກເຊ ແລະ ໄດ້ກວດພົບຜູ້ທີ່ຂາຍຊີ້ນໝູ 50.000 ກີບ/ກິໂລກຼາມ 1 ຮ້ານ ເຊິ່ງເກີນກ່ວາລາຄາທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງກຳນົດໄວ້

Image may contain: 2 people, food

ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ກັກຢຶດຊີ້ນໝູ ພ້ອມທັງສ້າງບົດບັນທຶກ, ສຶກສາອົບຮົມຜູ້ລະເມີດຕາມລະລຽບການ.

Image may contain: 3 people, food

ສຳລັບຊີ້ນໝູທີ່ກຳນົດໄວ້ແມ່ນ 40.000-45.000 ກີບ/ກິໂລກຼາມ

Image may contain: 3 people, food

ແລະ ຫາກພົບເຫັນການຂາຍເກີນລາຄາ ທ່ານ ສາມາດໂທແຈ້ງເຈົ້າໜ້າທີ່ກວດກາການຄ້າໄດ້ ທີ່ໝາຍເລກໂທລະສັບ 020 2226 6966, 020 5873 5555.

Image may contain: 4 people, people eating and food

.

Image may contain: 3 people, food

.

Image may contain: 3 people, food

ພາບຂໍ້ມູນຈາກ: ໜັງສືພິມຈຳປາໃໝ່

ຂ່າວສານບ້ານເມືອງ

Post navigation

Previous Post: ແຕ່ງຕັ້ງທ່ານ ວຽງທະວີສອນ ເທບພະຈັນ ແລະ ນາງ ຫຼິງທອງ ແສງຕາວັນ ເປັນຮອງເຈົ້າແຂວງສະຫວັນນະເຂດ
Next Post: ນັກຮຽນມັດທະຍົມຕອນຕົ້ນ ວຽງແກ້ວ ເມືອງແບງ ໄດ້ຮັບເສື້ອກັນໜາວ

Related Posts

ຂ່າວດ່ວນ! ລາວ ພົບຜູ້ຕິດເຊື້ອໂຄວິດ +72 ຄົນ ຂ່າວສານບ້ານເມືອງ
ເຝົ້າລະວັງ! ລະດັບນໍ້າເຊບ​ັງຫຽງຍັງເພີ່ມລະດັບຂຶ້ນຢ່າງຕໍ່ເນື່ອງ ຂ່າວສານບ້ານເມືອງ
ປະກາດຊອກຫາ ທ້າວໂຕ່ຍ ຂາດການຕິດຕໍ່ແຕ່ 5 ກໍລະກົດ 2020 ຂ່າວສານບ້ານເມືອງ
ນະຄອນຫຼວງວຽງຈັນ ແຈ້ງການ ຄວບຄຸມລາຄາຂາຍຊີ້ນໝູ ເລີ່ມ 3 ກຸມພາ 2020 ຂ່າວສານບ້ານເມືອງ
ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ ລາວ ​- ​ຈີນ​ ບັນລຸ 3,5 ​ຕື້​ກວ່າໂດ​ລາ ຂ່າວສານບ້ານເມືອງ
ການນຳພັກ-ລັດວາງພວງມາລາ ແລະ ກະຕ່າດອກໄມ້ໃນໂອກາດສະຫລອງວັນຊາດທີ 2 ທັນວາ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme