Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງອັດຕະປື ມີເສັ້ນທາງເຂົ້າເຖິງທຸກບ້ານ ພ້ອມທຽວໄດ້ສອງລະດູ

Posted on 06/01/202106/01/2021 By News No Comments on ແຂວງອັດຕະປື ມີເສັ້ນທາງເຂົ້າເຖິງທຸກບ້ານ ພ້ອມທຽວໄດ້ສອງລະດູ

ຕະຫລອດໄລຍະຜ່ານມາ ຄະນະພັກອໍານາດການປົກຄອງ ແຂວງອັດຕະປື ໄດ້ສຸມໃສ່ການພັດທະນາດ້ານພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງຈາກຕົວເມືອງລົງໄປຫາຊົນນະບົດ ເຂດຫ່າງໄກສອກຫລີກ ເພື່ອອໍານວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນ ໄດ້ສັນຈອນໄປມາ ຂົນສົ່ງ ຊື້-ຂາຍແລກປ່ຽນສິນຄ້າ ໄດ້ຢ່າງສະດວກ ແລະ ວ່ອງໄວຂຶ້ນເລື້ອຍໆ.

Image may contain: 1 person, standing

ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ 1 ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນທຸກບ້ານພາຍໃນ ແຂວງອັດຕະປື ໄດ້ມີເສັ້ນທາງເຂົ້າເຖິງ ພ້ອມທຽວໄດ້ທັງສອງລະດູໝົດທຸກບ້ານແລ້ວ ເຊິ່ງໃນປີຜ່ານມາຄະນະພັກອໍານາດການປົກຄອງໄດ້ເອົາໃສ່ລົງຊຸກຍູ້-ຕິດຕາມໂຄງການກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ທີ່ໄດ້ຮັບອະນຸມັດຈັດຕັ້ງປະຕິບັດ ເຊິ່ງມີທາງຫລວງແຫ່ງຊາດ, ທາງຫລວງທ້ອງຖິ່ນ ແລະ ວຽກຟື້ນຟູສ້ອມແປງເສັ້ນທາງ, ໃນປີ 2020 ມີທັງໝົດ 23 ໂຄງການ, ມີຄວາມຍາວ 596,34 ກິໂລແມັດ, ມູນຄ່າລວມ 140,75 ຕື້ກີບ, ປະຕິບັດໜ້າວຽກໄດ້ 93,61 ຕື້ກີບ, ເທົ່າກັບ 66%. ມາຮອດປັດຈຸບັນທົ່ວແຂວງມີເສັ້ນທາງຍາວ 1.500,85 ກິໂລແມັດ, ທຽບໃສ່ປີ 2019 ຜ່ານມາ, ເພີ່ມຂຶ້ນ 113,76 ກິໂລແມັດ,ໃນນັ້ນແຍກຕາມປະເພດທາງມີ 5 ເສັ້ນທາງໃຫ່ຍ ຄື: ທາງຄອນກີດຍາວ 0,5 ກິໂລແມັດ, ທາງປູອັດສະຟານຍາວ 114,9 ກິໂລແມັດ, ທາງປູຢາງຍາວ 247,26 ກິໂລແມັດ, ທາງປູຫີນແຮ່ຍາວ 826,85 ກິໂລແມັດ ແລະ ທາງດິນທຳມະຊາດຍາວ 311,84 ກິໂລແມັດ; ໃນນີ້ບ້ານທີ່ມີທາງເຂົ້າເຖິງ ພ້ອມທຽວໄດ້ທັງ 2 ລະດູ ມີ 144 ບ້ານ, ກວມເອົາ 100%.

Image may contain: cloud, sky, tree, outdoor and nature

ທ່ານ ເຈົ້າແຂວງອັດຕະປື ໄດ້ກ່າວຕື່ມວ່າ: ໃນປີ 2021 ແຂວງອັດຕະປື ມີແຜນຈະຍົກລະດັບທາງປູຢາງ 2 ຊັ້ນ ພາຍໃນເທດສະບານແຂວງ, ພ້ອມມີແຜນທຸກເສັ້ນທາງພາຍໃນເທດສະບານຂອງແຂວງ ໃຫ້ໄດ້ນໍາໃຊ້ທາງປູຢາງທັງໝົດ ແລະ ຈະສຸມໃສ່ໂຄງການຕິດຕັ້ງລະບົບ ໄຟຟ້າແສງຕາເວັນ ເຂົ້າ 4 ຕົວເມືອງຂອງແຂວງ ເພື່ອອໍານວຍຄວາມສະດວກໃນການສັນຈອນ ຕາມເສັ້ນທາງແຕ່ແຂວງຫາເມືອງ.

ຂ່າວ: ວັດທະນາ

ຂ່າວສານບ້ານເມືອງ

Post navigation

Previous Post: ທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃນໂຄງປະກອບຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI ຂອງພັກ
Next Post: ອາຈານແຟັບຈາກໄປຢ່າງສະຫງົບແລ້ວ

Related Posts

ກອງພົນທະຫານຮາບທີ 4 ເປີດຊຸດອົບຮົມ – ຫັດແອບ ປະຈຳປີ 2022 ຂ່າວສານບ້ານເມືອງ
ຊ໊ອກໃນວົງການສິລະປິນລາວ…!! ອາຈານ ກິດາວເພັດ ຫນູຫ່ວງ ຈາກໄປແບບກະທັນຫັນ ຂ່າວສານບ້ານເມືອງ
ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມເມືອງສະໜາມໄຊ ແຂວງອັດຕະປື ຂ່າວສານບ້ານເມືອງ
3 ຫນ້າວຽກຫຼັກ ຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ຊ່ວງຜ່ານແຂວງອຸດົມໄຊ ມາຮອດປັດຈຸບັນ ແມ່ນສຳເລັດແລ້ວ 93,27% ຂ່າວສານບ້ານເມືອງ
ກະຊວງ ປກສ ລົງວິໄນ ເຈົ້າໜ້າທີ່ 11 ຄົນ ທີ່ເຮັດຜິດລະບຽບ ຂ່າວສານບ້ານເມືອງ
ດີດແລ້ວກ້າ ກ່ອນລົງມືກໍ່ເຫດ ລັ ກ ລົດໃຫຍ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme