Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃນໂຄງປະກອບຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI ຂອງພັກ

Posted on 06/01/202106/01/2021 By News No Comments on ທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃນໂຄງປະກອບຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI ຂອງພັກ

ໃນລະຫວ່າງວັນທີ 4-5 ມັງກອນ 2021 ນີ້, ກອງປະຊຸມທາບທາມເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ຕິດພັນກັບການທາບທາມບຸກຄະລາກອນ ເຂົ້າໃນໂຄງປະກອບຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI (ຮອບທີ 3) ໄດ້ໄຂຂຶ້ນຢ່າງເປັນທາງການ ພ້ອມກັນ ຢູ່ 7 ຈຸດໃນຂອບເຂດທົ່ວປະເທດ. ສະເພາະຢູ່ສູນກາງແມ່ນຈັດຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາສະຫາຍກຳມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ບັນດາສະຫາຍຜູ້ແທນສົມບູນ ທີ່ຕາງໜ້າໃຫ້ ກະຊວງ-ອົງການ, ທ້ອງຖິ່ນ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຢ່ ເພື່ອພ້ອມກັນຄົ້ນຄວ້າ ແລະ ປະກອບຄວາມເຫັນໃສ່ເອກະສານສຳຄັນຕົ້ນຕໍຄື: ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ; ຮ່າງແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX; ຮ່າງກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI; ຮ່າງບົດສຳຫລວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X. ພ້ອມດຽວກັນກອງປະຊຸມຍັງຈະໄດ້ຈັດຕັ້ງການທາບທາມບຸກຄະລາກອນ ເຂົ້າໃນໂຄງປະກອບຄະນະບໍລິຫານງານສູນກາງພັກຊຸດໃໝ່ (ສະໄໝທີ XI) ຕື່ມອີກ.

Image may contain: 1 person, on stage

ກອງປະຊຸມໄດ້ຮັບຟັງການປະກອບຄວາມເຫັນ ຢ່າງກົງໄປກົງມາ ແລະ ເປັນເອກະພາບສູງ ດ້ານທັດສະນະ, ຫລັກການ, ທິດນຳ ແລະ ແຜນນະໂຍບາຍ ທີ່ຈະກຳນົດອອກ ໃນແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກເຮົາໃນຊຸມປີຕໍ່ໜ້າ, ອັນໄດ້ປະກອບສ່ວນຢ່າງໜັກແໜ້ນ ເປັນພື້ນຖານໃຫ້ອານຸກຳມະການກ່ຽວຂ້ອງນຳໄປສືບຕໍ່ປັບປຸງເນື້ອໃນໃຫ້ຈະແຈ້ງ, ເລິກເຊິ່ງ, ຄົບຖ້ວນສົມບູນ ແລະ ມີຄວາມສາມາດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໄດ້.

Image may contain: one or more people and indoor
ຂ່າວສານບ້ານເມືອງ

Post navigation

Previous Post: ຄວາມອົດທົນພະຍາຍາມຄືບໍ່ເກີດຂອງຄວາມສໍາເລັດ
Next Post: ແຂວງອັດຕະປື ມີເສັ້ນທາງເຂົ້າເຖິງທຸກບ້ານ ພ້ອມທຽວໄດ້ສອງລະດູ

Related Posts

ດ່ວນເດີ້! ສະຫວັນເຂດເເຈ້ງ ສືບຕໍ່ປະຕິບັດມາດຕະການ ເລີ່ມວັນທີ 5ຫາ30 ສິງຫາ 2021 ຂ່າວສານບ້ານເມືອງ
ຈັບໄດ້ແລ້ວຄາດຕະກອນສັງຫານສາວທີ່ຫາດແຄມຂອງເມືອງຕົ້ນເຜິ້ງ ຂ່າວສານບ້ານເມືອງ
ຈັດພິທີມອບ-ຮັບເຕົາເຜົາຂີ້ເຫຍື້ອອັນຕະລາຍ ຂ່າວສານບ້ານເມືອງ
ກອງພັນ 94 ປິດຊຸດອົບຮົມທະຫານໃໝ່ ປະຈຳປີ 2021 ຂ່າວສານບ້ານເມືອງ
ກອງບັນຊາການທະຫານແຂວງສະຫວັນະເຂດ ມອບຂອງກາງໃຫ້ກອງຄຸ້ມຄອງພາສີ 06 ຂ່າວສານບ້ານເມືອງ
ຂ່າວດີ! ປັບລາຄານໍ້າມັນຂາຍຍ່ອຍລົງທົ່ວປະເທດ ເລີ່ມ 2 ເມສາ 2020 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme