Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງສາທາລະນະສຸກ ຊີ້ແຈງການເກັບຄ່າບໍລິການ ກວດວິເຄາະພະຍາດໂຄວິດ

Posted on 05/01/202105/01/2021 By News No Comments on ກະຊວງສາທາລະນະສຸກ ຊີ້ແຈງການເກັບຄ່າບໍລິການ ກວດວິເຄາະພະຍາດໂຄວິດ

ກະຊວງສາທາລະນະສຸກ ຊີ້ແຈງໃຫ້ສັງຄົມຮັບຮູ້ກ່ຽວກັບ ການກວດວິເຄາະພະຍາດໂຄວິດ-19 ໃນໄລຍະຜ່ານມາບໍ່ໄດ້ເສຍຄ່າ, ແຕ່ປັດຈຸບັນໄດ້ເສຍຄ່າ. ທັງນີ້, ກໍເນື່ອງຈາກວ່າອຸປະກອນ ແລະ ເຄມີ ທີ່ນຳໃຊ້ເຂົ້າໃນການກວດວິເຄາະ ຕະຫລອດໄລຍະທີ່ຜ່ານມານັ້ນ ສ່ວນຫລາຍແມ່ນໄດ້ຮັບການຊ່ວຍ ເຫລືອ ຈາກປະເທດເພື່ອນມິດ ແລະ ສາກົນ.

ທ່ານ ດຣ.ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໂດຍຕາງໜ້າໃຫ້ຄະນະສະ ເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ກ່າວໃນພິທີຖະແຫລງຂ່າວເມື່ອອາທິດຜ່ານມານີ້ວ່າ: ປັດຈຸບັນ ທຶນ ແລະ ອຸປະກອນ ໃຊ້ສຳລັບກວດວິເຄາະພະຍາດໂຄວິດ-19 ທີ່ໄດ້ຮັບການຊ່ວຍເຫລືອຈາກສັງຄົມ ແລະ ສາກົນ ແມ່ນມີຈຳນວນຈຳກັດ, ຂະນະດຽວກັນ ຜູ້ໃຫ້ການຊ່ວຍ ເຫລືອ ກໍຢາກໃຫ້ລາວ ເປັນເອກະລາດ ແລະ ໃຫ້ກຸ້ມຕົນເອງຕໍ່ໄປ. ດັ່ງນັ້ນ, ຈຶ່ງໄດ້ສະເໜີມາຍັງຄະນະສະເພາະກິດ ເພື່ອສະເໜີລັດຖະບານ ວ່າ ເຮົາຄວນຈະຄິດໄລ່ຕົ້ນທຶນເພື່ອມາຊື້ແທນຄືນບໍ, ເພາະວ່າ ການກວດວິເຄາະແຕ່ລະຄັ້ງ ບໍ່ແມ່ນໃຊ້ພຽງແຕ່ນ້ຳຢາເທົ່ານັ້ນ, ຍັງມີເຄື່ອງ PPE ທີ່ພະນັກງານກວດກາຈະຕ້ອງໄດ້ໃຊ້ ເຊິ່ງຊຸດໜຶ່ງແມ່ນ 35 ໂດລາສະຫະລັດ ແລະ ແຕ່ລະມື້ແມ່ນໄດ້ໃຊ້ຈຳນວນຫລາຍຊຸດ, ພ້ອມນັ້ນກໍຍັງມີອຸປະກອນອື່ນໆຕື່ມອີກ.

Image may contain: 2 people, people sitting

ສະນັ້ນ, ການກວດວິເຄາະພະຍາດໂຄວິດ-19 ແມ່ນຈໍາເປັນທີ່ຈະຕ້ອງໄດ້ເກັບຄ່າບໍລິການ ນໍາຜູ້ທີ່ພວກເຮົາຄວນຈະຕ້ອງໄດ້ເກັບ ໂດຍສະເພາະແມ່ນນັກທຸລະກິດ ທີ່ຈະອອກໄປຕ່າງປະເທດທີ່ໄປທຸລະກິດຕົນເອງ ແລະ ຜູ້ທີ່ມີເງື່ອນໄຂທີ່ຈະຈ່າຍໄດ້, ແຕ່ກໍລະນີທີ່ສົງໄສ ແລະ ກຸ່ມເປົ້າໝາຍແມ່ນຈະບໍ່ໄດ້ເສຍຄ່າ.

ຕາມຂໍ້ຕົກລົງຂອງກະຊວງສາທາລະນະສຸກ ເລກທີ 3439 ລົງວັນທີ 22 ທັນວາ 2020 ລະບຸວ່າ: ຄ່າບໍລິການກວດວິເຄາະພະຍາດໂຄວິດ-19 ແມ່ນ 1.200.000 ກີບ/ຄັ້ງ, ເຊິ່ງກຸ່ມຄົນທີ່ຈະຕ້ອງໄດ້ຈ່າຍແມ່ນ ບຸກຄົນທີ່ເດີນທາງເຂົ້າ-ອອກຕາມດ່ານສາກົນ ແລະ ທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດ ເຊັ່ນ: ນັກການທູດຕ່າງປະເທດ, ພະນັກງານອົງການຈັດຕັ້ງສາກົນ, ນັກທຸລະກິດ (ລາວ, ຕ່າງປະເທດ) ນັກທ່ອງທ່ຽວ (ລາວ, ຕ່າງປະເທດ), ບຸກຄົນທົ່ວໄປ (ລາວ, ຕ່າງປະເທດ), ແຮງງານຕ່າງປະເທດ ແລະ ຜູ້ສະໝັກໃຈກວດ (ລາວ, ຕ່າງປະເທດ), ລວມທັງແຮງງານຄົນລາວ ທີ່ຈະເດີນທາງອອກໄປຕ່າງປະເທດ.

ສຳລັບຄາລາ 1.200.000 ກີບ/ຄັ້ງ ແມ່ນຄິດໄລ່ຕາມຕົ້ນທຶນ ແລະ ເມື່ອທຽບກັບປະເທດເພື່ອນບ້ານທີ່ເພິ່ນສາມາດຜະລິດເອງໄດ້ ກໍອາດຈະຖືກກວ່າປະເທດເຮົາ, ແຕ່ສຳລັບປະເທດທີ່ບໍ່ສາມາດຜະລິດເອງໄດ້ເຊັ່ນ ປະເທດໄທ ເຫັນວ່າຄ່າບໍລິການແມ່ນແພງກວ່າບ້ານເຮົາ.

ຂ່າວ-ພາບ: ສິງຄຳ

ຂ່າວສານບ້ານເມືອງ

Post navigation

Previous Post: ລັດຖະມົນຕີກະຊວງ ຖວທ ຊີ້ນຳວຽກງານ ຢູ່ແຂວງຊຽງຂວາງ
Next Post: ສວຍງາມດ້ວຍຄຸນຄ່າ ແລະ ວັດທະນະທໍາ ວັດວາອາຮາມທີ່ ນະຄອນ ຫຼວງພະບາງ

Related Posts

ອອກແລ້ວ! ຄ່າໄຟຟ້າໃໝ່ ອ່ານແລະແຊດ່ວນ ຂ່າວສານບ້ານເມືອງ
ຂ່າວດ່ວນ ລົດເກັງຕົກຂຸມເສຍຊີວິດ 2 ທີ່ໂພນໂຮງ ຂ່າວສານບ້ານເມືອງ
ແຈ້ງການ! ປັບຂຶ້ນລາຄານໍ້າມັນ ເລີ່ມປະຕິບັດ ວັນທີ 24 ກໍລະກົດ 2021 ເວລາ 06:00 ໂມງ ຂ່າວສານບ້ານເມືອງ
ກໍາລັງຕໍາຫຼວດວິຊາສະເພາະ ເຂົ້າຈັບເປົ້າໝາຍ 2 ຄົນ ຖືກຈັບຕາຈຸດນັດສົ່ງ ພ້ອມຂອງກາງ 4.986 ເມັດ ຂ່າວສານບ້ານເມືອງ
ໝົດມື້ທີ 4 ຍັງບໍ່ເຫັນ ພໍ່ຕູ້ພວງຫຼົງປ່າ ຂ່າວສານບ້ານເມືອງ
4 ພາກສ່ວນປະກອບສ່ວນຊ່ວຍເຫຼືອການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ລວມເງິນໄດ້ 1.217 ລ້ານກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme