Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫ້າວັນອັນຕະລາຍປີໃໝ່ສາກົນເສຍຊີວິດເຖິງ 36 ຄົນ

Posted on 05/01/202105/01/2021 By All in LAOS No Comments on ຫ້າວັນອັນຕະລາຍປີໃໝ່ສາກົນເສຍຊີວິດເຖິງ 36 ຄົນ

ເປັນບັນຫາທີ່ ສັງຄົມລາວຕ້ອງໄດ້ຊ່ວຍກັນແກ້ໄຂຢ່າງຈິງຈັງ ກັບອຸບັດຕິເຫດ ທາງທ້ອງຖະໜົນ. ໂດຍສະເພາະໄລຍະທີ່ມີການສະຫຼອງບຸນງານຕ່າງໆ. ກົມໃຫ່ຍຕໍາຫຼວດຈະລາຈອນ ແຈ້ງໃຫ້ຊາບໃນວັນທີ 4 ມັງກອນ 2021 ວ່າ: ໃນໄລຍະ 5 ວັນ ນັບແຕ່ວັນທີ່ 29 ທັນວາ 2020 ຫາ 2 ມັງກອນ 2021 ຊຶ່ງເປັນໄລຍະການ ສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2020 ແລະ ຕ້ອນຮັບປີໃຫມ່ 2021,

ໄດ້ເຮັດໃຫ້ມີຜູ້ເສຍຊີວິດທັງຫມົດ 36 ຄົນຈາກອຸປະຕິເຫດທີ່ເກີດຢູ່ທ້ອງຖະຫນົນທັ້ງຫມົດ 217 ຄັ້ງ ໃນຂອບເຂດທົ່ວປະເທດ.

ກົມໃຫ່ຍຕໍາຫຼວດຈະລາຈອນແຈ້ງໃຫ້ຮູ້ຕື່ມວ່າ: ອຸປະຕິເຫດສ່ວນຫຼາຍແມ່ນເກີດຈາກ

  • ການດື່ມສິ່ງມືນເມົາ (ເຫຼົ້າ , ເບຍ) ມີເຖິງ 72 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ,
  • ຮອງລົງມາແມ່ນ ເກີດຈາກການຂັບຂີ່ດ້ວຍຄວາມໄວ ເກີນກໍານົດກໍ່ໃຫ້ເກີດອຸບັັັດເຫດ 65 ຄັ້ງ ໂດຍໄດ້ເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ ສະເພາະນະຄອນຫຼວງວຽງຈັນໃນໄລຍະ 5 ວັນດັ່ງກ່າວໄດ້ເກີດອຸປະຕິເຫດທັງຫມົດ 41 ຄັ້ງ ແລະ ມີຜູ້ເສຍຊີວິດ 7 ຄົນ.

ເຊິ່ງມັນສະແດງໃຫ້ເຫັນວ່າເທດສະການງານບຸນຕ່າງໆທີ່ມີການສະເຫຼີມສະຫຼອງ ແລະ ມີການສັງສັນດື່ມສິ່ງມຶນເມົາ ເປັນເຫດຕົ້ນຕໍທີ່ເຮັດໃຫ້ເກີດອຸປະຕິເຫດເຊິ່ງນຳໄປເຖິງການເສຍຊີວິດ.

ດັ່ງນັັ້ນ, ຈົ່ງມີສະຕິທຸກຄັ້ງທີ່ຂັບຂີ່ລົດ ແລະ ບໍ່ຄວາມຂັບລົດດ້ວຍຄວາມມຶນເມົາ, ຂັບໄວ, ຂັບຂີ່ປະໝາດ ແລະ ເຄົາລົບກົດຈາລະຈອນເພື່ອຄວາມປອດໄພ ແລະ ຫຼຸດຄວາມສ່ຽງທີ່ອາດຈະນຳພາໃຫ້ເກີດອຸປະຕິເຫດໄດ້.

.

.

.

.

.

.

.

.

.

ຂໍໃຫ້ທຸກຄົນຂັບຂີ່ລົດ ດ້ວຍສະຕິ ແລະ ມີຄວາມຮັບຜິດຊອບຕໍ່ຕົນເອງ ຕໍ່ບຸກຄົນອື່ນ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຊໄວ້ເບິ່ງມື້ເບິ່ງຍາມ ປະຕິທິນລາວ ວັດປ່າໂພນເພົາ
Next Post: ຊົມເຊີຍພົນລະເມືອງດີເກັບໄດ້ກະເປົາເງິນ ທີ່ທາງ 450 ປີຕາມສົ່ງຫາເຈົ້າຂອງ

Related Posts

ກອງປະຊຸມ ກວດກາເນື້ອໃນຮອບດ້ານກົດໝາຍວ່າດ້ວຍຊັບສິນຂອງລັດ ສະບັບປັບປຸງ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມ 115ຄົນ ຂ່າວສານບ້ານເມືອງ
ເມືອງໄຊພູທອງ ອອກແຮງງານລວມ ສ້າງຮົ້ວກັນນໍ້າເຊາະເຈື່ອນຫົວຂົວຫ້ວຍໂດນ ຂ່າວສານບ້ານເມືອງ
ດ່ວນທ່ານນາຍົກເຫັນດີເອົາວັນທີ 1 ມັງກອນ 2022 ເປັນມື້ເປີດຮັບນັກທ່ອງທ່ຽວພື້ນທີ່ສີຂຽວປອດໂຄວິດ ຂ່າວສານບ້ານເມືອງ
ທລຍ ເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານຂັ້ນບ້ານ ແລະ ຈັດສົ່ງລົງປະຈໍາຢູ່ບ້ານ ຂ່າວສານບ້ານເມືອງ
ແກ່ນທ້າວ ຍົກລະດັບມາດຕະການປ້ອງກັນໂຄວິດ ນັບແຕ່ວັນທີ 6-14 ພະຈິກ 2021 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme