ພິທີມອບ-ຮັບ ໜ້າທີ່ ຮັກສາການເລຂາພັກເມືອງ ເຈົ້າເມືອງພູຄູນ ແຂວງຫຼວງພະບາງ ໄດ້ຈັດຂື້ນ ໃນວັນທີ 30 ທັນວາ 2020 ທີ່ຫ້ອງວ່າການເມືອງພູຄູນ ໂດຍມີທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ,ມີຄະນະປະຈໍາພັກແຂວງ,ຕາງໜ້າພະແນກການຂອງແຂວງ,ເມືອງອ້ອມຂ້າງ ພ້ອມດ້ວຍ ບັນດາຫ້ອງການ ແລະ ການຈັດຕັ້ງບ້ານຢູ່ພາຍໃນເມືອງເຂົ້າຮ່ວມ.

ພິທີດັ່ງກ່າວ ທ່ານ ວຽງທອງ ຫັດສະຈັນ ຄະນະປະຈໍາພັກແຂວງ ເລຂາພັກເມືອງ ເຈົ້າເມືອງພູຄູນ ໄດ້ລາຍງານການເຄື່ອນໄຫວ ການຊີ້ນໍາ-ນໍາພາວຽກງານຮອບດ້ານໃນໄລຍະຜ່ານມາ ໂດຍໄດ້ຖືເປັນສໍາຄັນໃນການຊີ້ນໍາວຽກງານການເມືອງແນວຄິດ ໂດຍສະເພາະແມ່ນວຽກງານ ປກສ,ປກຊ ເຮັດໃຫ້ເມືອງມີຄວາມສະຫງົບ ໂດຍພື້ນຖານ,ໃນນີ້ສ້າງບ້ານສູ້ຮົບຕິດລຽນ 6 ບ້ານ,ສ້າງບ້ານ ແລະ ຄອບຄົວປ້ອງກັນຊາດເຂັ້ມແຂງ 32 ບ້ານ,ບ້ານປ້ອງກັນຄວາມສະຫງົບດີ 29 ບ້ານ,ບ້ານປອດຢາເສບຕິດ 2 ບ້ານ,ສ້າງຕັ້ງໜ່ວຍຕໍາຫຼວດຊ່ວຍເຫຼືອປະຊາຊົນ 7 ກຸ່ມ,ພ້ອມດຽວກັນນີ້ກໍ່ໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນ ຫັນປ່ຽນຮູບແບບການຜະລິດແບບເກົ່າ ມາເຮັດການຜະລິດສິນຄ້າແບບໃໝ່ ເປັນຕົ້ນແມ່ນ ສົ່ງເສີມການປູກ-ການລ້ຽງ,ການບໍລິການທ່ອງທ່ຽວ ແລະ ການກໍ່ສ້າງໂຄງຮ່າງພື້ນຖານ ເຊິ່ງເຫັນໄດ້ທົ່ວເມືອງມີເສັ້ນທາງເຂົ້າເຖິງທັງໝົດ 41 ບ້ານ ກວມ 100%,ມີຕາຂ່າຍໄຟຟ້າ 37 ບ້ານ ກວມ 90,24%,ເຊິ່ງເພີ່ມຂື້ນ 14 ບ້ານທຽບໃສ່2012,ໄດ້ຈັດສັນພູມລໍາເນົາ 38 ບ້ານ ແລະ ປີ 2020 ເພີ່ມຕື່ມ 3 ບ້ານ,ໃນປີ 2012 ເສດຖະກິດຂອງເມືອງ ບັນລຸ 8,5%,ສະເລ່ຍຄົນໜຶ່ງໄດ້ 8.340.000ກີບ,ເທົ່າກັບ 1.042 ໂດລາ,ທຽບໃສ່ປີ 2020 ເຫັນວ່າເພີ່ມຂື້ນໃນລະດັບ 9%ຕໍ່ປີ,ສະເລ່ຍຄົນໜຶ່ງໄດ້ 14.056.720ກີບ,ເທົ່າກັບ 1.757ກີບ ໂດລາ,ປະຊາຊົນຫັນການຜະລິດເປັນສິນຄ້າຫຼາຍຂື້ນ ເຊິ່ງເຫັນໄດ້ໃນທົ່ວເມືອງມີງົວ 12.270ໂຕ,ຄວາຍ 5.816 ໂຕ,ໝູ 9.507 ໂຕ,ແບ້ 1.884 ໂຕ ແລະ ສັດປີກ 67.652 ໂຕ.ປະຊາຊົນຫັນມາປູກພືດຜັກອິນຊີ,ພືດອຸສາຫະກໍາຫຼາຍຂື້ນ ເປັນຕົ້ນແມ່ນສາລີ,ໝາກເດືອຍ,ໝາກນັດ ແລະ ອື່ນໆ ສ້າງລາຍຮັບໄດເຖິງ 19.525.000.000ກີບຕໍ່ປີ,ການຄ້າໄດ້ຮັບການປັບປຸງ ແລະ ການກໍ່ສ້າງຕະຫຼາດໄປສູ່ຊົນນະບົດ ເພື່ອໃຫ້ປະຊາຊົນໄດ້ນໍາເອົາສິນຄ້າອອກຈໍາໜ່າຍ ແລະ ພົວພັນທັງການຄ້າກັບຕ່າງຖິ່ນ,ມີໂຮງງານນໍ້າດຶ່ມທີ່ທັນສະໄໝ,ປໍ້ານໍ້າມັນ,ໂຮງງານເບຕົ່ງ,ດິນບຣ໋ອກ,ປຸງແຕ່ງແຮ່ຊາຍ,ຫັດຖະກໍາມີຫຼາຍບ້ານເພີ່ມຂື້ນ ແລະ ດ້ານອື່ນໆເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂື້ນເປັນກ້າວ.

.

ຈາກນັ້ນພິທີ ທ່ານ ຄໍາຄ່ອງ ພົມມະປັນຍາ ຫົວໜ້າຄະນະຈັດຕັ້ງແຂວງຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຍົກຍ້າຍ ທ່ານ ວຽງທອງ ຫັດສະຈັນ ຄະນະປະຈໍາພັກແຂວງ ເລຂາພັກເມືອງ ເຈົ້າເມືອງພູຄູນ ໄປປະຈໍາການຢູ່ນະຄອນຫຼວງພະບາງ ແລະ ຂໍ້ຕົກລົງແຕ່ງຕັ້ງ ທ່ານ ທອງຈັນ ແພງຈັນທີ ຮອງເລຂາພັກເມືອງ ຂື້ນຮັກສາການເລຂາພັກເມືອງ ທັງເປັນເຈົ້າເມືອງພູຄູນ ຄົນໃໝ່ ພ້ອມທັງລົງນາມໃນບົດບັນທຶກການມອບຮັບໜ້າທີ່ໂດຍຊ້ອງໜ້າ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ພ້ອມດ້ວຍຜູ້ເຂົ້າຮ່ວມ ເປັນສັກຂີພະຍານໃນຄັ້ງນີ້.

.

ໂອກາດນີ້ ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ກໍໄດ້ມີຄຳເຫັນໂອ້ລົມ ໂດຍຍົກໃຫ້ເຫັນເຫດຜົນຂອງການຍົກຍ້າຍ ແລະ ແຕ່ງຕັ້ງໜ້າທີ່ຂອງພະນັກງານຂັ້ນການນໍາພາ ເປັນວຽກປົກຕິຂອງພັກ ແລະ ລັດ ເພື່ອປັບປຸງກົງຈັກການຈັດຕັ້ງ ໃຫ້ສອດຄ່ອງຕາມພາລະບົດບາດ,ແທດເໝາະກັບຍຸກໃໝ່ ພ້ອມນີ້ທ່ານກໍໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ສືບຕໍ່ເຮັດໜ້າທີ່ການເມືອງ,ຍົກສູງແນວທາງການເມືອງຂອງຕົນ ພ້ອມທັງເປັນແບບຢ່າງ ໃນການຝຶກຝົນທາງດ້ານຄຸນສົມບັດສິນທໍາປະຕິວັດ,ມີຄຸນທາດການເມືອງອັນໜັກແໜ້ນ,ສຸມໃສ່ປັບປຸງແບບແຜນວິທີເຮັດວຽກ ໃຫ້ແທດເໝາະກັບຕົວຈິງ ບົນພື້ນຖານຄວາມເປັນເອກະພາບໃນໝູ່ຄະນະ ເຮັດໃຫ້ເມືອງພູຄູນ ໄດ້ຮັບການພັດທະນາດີຂື້ນເປັນກ້າວ.

ພິທີອັນມີຄວາມໝາຍຄວາມສໍາຄັນຄັ້ງນີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງພູຄູນ ຜູ້ເກົ່າ ຍັງໄດ້ຮັບການປະດັບຫຼຽນໄຊ ພິລະອາດຫານ ຊັ້ນ II ຂອງກະຊວງປ້ອງກັນປະເທດ ທີ່ມີຜົນງານໃນການເຄື່ອນໄຫວວຽກງານ ແກ້ໄຂກຸ່ມຄົນບໍ່ດີທີ່ກໍຄວາມບໍ່ສະຫງົບ ໃນໄລຍະປີ 2007-2016 ຢູ່ພາຍໃນເມືອງພູຄູນຕື່ມອີກ ໂດຍໃຫ້ກຽດປະດັບຂອງ ທ່ານ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງພະບາງ ຢ່າງສົມກຽດ.

.

ຂ່າວ: ເພັດສາຄອນ ສິມມະວົງ