Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ເປັນເລຂາຄະນະພັກສູນກາງສະຫະພັນ ກຳມະບານລາວຊຸດໃໝ່

Posted on 04/01/202104/01/2021 By News No Comments on ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ເປັນເລຂາຄະນະພັກສູນກາງສະຫະພັນ ກຳມະບານລາວຊຸດໃໝ່

ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກສູນກາງສະຫະພັນກຳມະ ບານລາວ ຈັດຂຶ້ນໃນວັນທີ 31 ທັນວາ 2020 ຜ່ານມານີ້ ທີ່ຫ້ອງປະຊຸມສູນ ກາງສະຫະພັນກຳມະ ບານລາວ ພາຍໃຕ້ ການເປັນປະທານຂອງ ສະຫາຍ ປ້ານ ນ້ອຍມະນີ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໂດຍໃຫ້ກຽດເຂົ້າ ຮ່ວມຂອງ ສະຫາຍ ແສງນວນ ໄຊຍະລາດ ຄະນະເລຂາ ທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍຜູ້ແທນສົມບູນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ຄະນະພັກສູນກາງສະຫະພັນກຳມະ ບານລາວໄດ້ຜ່ານບົດລາຍງານການເມືອງ ຊຶ່ງໄດ້ຕີລາຄາຜົນສຳ ເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ໃນ 5 ປີທີ່ຜ່ານມາ (2015-2020), ທິດທາງແຜນການຂອງອົງຄະນະພັກສູນກາງສະຫະພັນກຳມະບານລາວ ແຕ່ປີ (2021-2025), ຕະຫຼອດໃນໄລຍະ 5 ປີທີ່ຜ່ານມາ ຄະນະພັກສູນກາງສະ ຫະພັນກໍາມະບານລາວ ໄດ້ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກສູນກາງສະຫະພັນ ກໍາມະບານລາວ ໃຫ້ສະມາຊິກພັກ ໄດ້ຮັບຮູ້ເຊື່ອມຊຶມຢ່າງກວ້າງ ຂວາງ ແລະ ທົ່ວເຖິງ, ພ້ອມກັນນັ້ນ, ກໍໄດ້ສຸມທຸກ ສະຕິປັນຍາ ແລະ ເຫຼື່ອແຮງ ຫັນເອົາເນື້ອໃນຈິດໃຈຂອງບັນດາມະຕິດັ່ງກ່າວມາເປັນແຜນງານ, ໂຄງ ການ ແລະ ກິດຈະກໍາອັນລະອຽດ ໂດຍສອດຄ່ອງກັບໜ້າທີ່ການເມືອງ ກໍຄືວຽກງານວິຊາສະເພາະ, ວຽກງານກໍ່ສ້າງພັກພະນັກງານ ໂດຍຕິດພັນກັບວິໄສທັດ, ຍຸດທະ ສາດ ແລະ ແຜນພັດທະນາວຽກງານກໍາມະບານ ພ້ອມທັງມີການຊຸກຍູ້, ຕິດຕາມ, ກວດກາການຈັດ ຕັ້ງປະຕິບັດໃນແຕ່ລະໄລຍະ ເປັນຕົ້ນການປະຕິບັດກົດໝາຍຂອງລັດ, ກົດລະບຽບຂອງພັກ, ບັນດານິຕິກໍາກ່ຽວກັບວຽກງານກໍ່ສ້າງພັກ, ວຽກງານຄຸ້ມ ຄອງພະນັກງານ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ, ໜັກແໜ້ນ, ປັດຈຸບັນມີ 9 ໜ່ວຍພັກຂຶ້ນກັບ ມີສະມາຊິກພັກທັງໝົດ 88 ສະຫາຍ, ຍິງ 35 ສະຫາຍ ໃນນັ້ນມີສະມາຊິກພັກສຳຮອງ 3 ສະຫາຍ, ຍິງ 1 ສະຫາຍ. ຜ່ານມາຕໍ່ກັບວຽກງານປົກປ້ອງແຮງງານໄດ້ຕັ້ງໜ້າເຄື່ອນໄຫວວຽກງານປົກ ປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກຳມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ; ໄດ້ເປັນເຈົ້າການຄົ້ນຄວ້າສະເໜີປັບປຸງຄ່າແຮງງານຂັ້ນຕໍ່າຂອງກໍາມະກອນຈາກ 900.000 ກີບ ຂຶ້ນເປັນ 1.100.000 ກີບ ແລະ ລົງຕິດຕາມຊຸກຍູ້ວຽກງານອື່ນໆຢ່າງຕັ້ງໜ້າ.

Image may contain: 9 people

ກອງປະຊຸມຍັງໄດ້ຜ່ານບົດສຳຫຼວດການນຳພາຂອງຄະນະພັກສູນກາງສະຫະພັນກຳມະບານລາວ ສະໄໝທີ III, ຜ່ານມາດຖານເງື່ອນໄຂຜູ້ຮັບສະ ໝັກເລືອກຕັ້ງຄະນະ ພັກສູນກາງສະຫະພັນກຳມະບານລາວ ສະໄໝທີ IV ແລະ ຜູ້ແທນສົມບູນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່, ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກກະສັນເລືອກເອົາ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ເປັນເລຂາ, ສະຫາຍ ນາງ ອາລິຍາວັນ ອັກຄະວົງ ເປັນຮອງເລຂາ, ສະຫາຍ ພອນສານ ວິໄລເມັ້ງ ເປັນປະທານກວດກາ, ສະຫາຍ ທອງພິມ ວົງລະພາ ຮອງປະທານກວດກາ ແລະ ສະຫາຍ ນາງ ສຸດາລັດ ລັດຕະນະບຸນເຮືອງ ເປັນຄະນະ.

ໂອກາດເຂົ້າຮ່ວມກອງປະຊຸມ ສະຫາຍ ແສງນວນ ໄຊຍະລາດ ໄດ້ໃຫ້ກຽດໂອ້ລົມ. ສະຫາຍ ໄດ້ເນັ້ນໃຫ້ເອົາໃຈໃສ່ໂດຍສະເພາະຄະນະພັກຊຸດໃໝ່ຕ້ອງເອົາໃຈໃສ່ຄົ້ນຄວ້າ, ປັບປຸງ, ປ່ຽນແປງໃໝ່ທາງດ້ານແບບແຜນການນຳ ພາ-ຊີ້ນຳ, ການໂຄສະນາ, ສຶກສາອົບ-ຮົມການເມືອງ-ແນວຄິດໃຫ້ແກ່ສະ ມາຊິກພັກ, ພະນັກງານ-ລັດຖະກອນ, ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງານໃຫ້ສອດຄ່ອງກັບສະພາບຕົວຈິງໃນໄລຍະໃໝ່, ເພີ່ມທະວີການກໍ່ສ້າງພັກໃຫ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະ ລິມານ ແລະ ຄຸນນະພາບ, ຄົ້ນຄວ້າທ່າແຮງບົ່ມຊ້ອນ ເພື່ອສ້າງເງື່ອນໄຂພັດທະນາເສດຖະກິດລວມໝູ່ຖືກຕ້ອງຕາມກົດໝາຍ, ສ້າງຖານລາຍຮັບໃຫ້ແກ່ອົງການຈັດຕັ້ງກຳມະ ບານຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ, ຕັ້ງໜ້າປັບປຸງແບບ ແຜນວິທີການນຳພາ-ຊີ້ນຳຕາມຫຼັກການລວມສູນປະຊາ ທິປະໄຕ, ນຳພາເປັນໝູ່ ຄະນະ, ເພີ່ມທະວີເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜນແໜ້ນໜາພາຍໃນ ແລະ ບັນດາອົງການຈັດຕັ້ງຂອງພັກ-ລັດ ແລະ ອົງການພາຄີ, ຢຶດໝັ້ນຕາມທັດສະນະ ແລະ ມູນເຊື້ອອັນດີງາມຂອງພັກ, ເອົາໃຈໃສ່ນຳພາ-ຊີ້ນຳການປົກປ້ອງ ແລະ ຜົນປະໂຫຍດອັນຊອບ ທຳໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານ ແລະ ເພີ່ມທະວີການນຳພາ-ຊີ້ນຳວຽກງານພົວພັນຮ່ວມມືກັບກຳມະບານບັນດາປະເທດເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນ ເພື່ອເຊີດຊູບົດບາດຂອງກຳມະບານລາວໃຫ້ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນເທື່ອລະກ້າວ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງຫົວພັນ ເກັບລາຍຮັບ ເຂົ້າງົບປະມານໄດ້ 80 ຕື້ກວ່າກີບ
Next Post: ປະກາດແຕ່ງຕັ້ງທ່ານ ທອງຈັນ ແພງຈັນທີ ຮອງເລຂາພັກເມືອງ ເປັນເຈົ້າເມືອງພູຄູນຄົນໃໝ່

Related Posts

ສສຂ ປະຈຳເຂດເລືອກຕັ້ງເມືອງວິລະບູລີ ສະເໜີ ໃຫ້ເພີ່ມຄ່າແຮງງານໃຫ້ກຳມະກອນຢູ່ໃນໂຮງຈັກ-ໂຮງງານ ຂ່າວສານບ້ານເມືອງ
ເກັ່ງແນວບໍ່ເກັ່ງ! ໂຈນລັກລົດຈັກ ໃຊ້ເວລາບໍ່ຮອດ 10 ວິນາທີ ລອ໋ກຄໍລົດກາເອົາບໍ່ຢູ່ ຂ່າວສານບ້ານເມືອງ
ຄະນະນຳ ສສກ ລົງຕິດຕາມ ແລະ ໃຫ້ກຳລັງໃຈນັກສຶກສາຊາວລາວ-ຕ່າງຊາດ ທີ່ ມຊ ຕ້ານໂຄວິດ ຂ່າວສານບ້ານເມືອງ
ຈຳຄຸກ 5 ເດືອນ ຍິງໄວ 36 ປີ ຖານຄອບຄອງອາວຸດແບບຜິດກົດໝາຍ ຂ່າວສານບ້ານເມືອງ
ຂ່າວໂຄວິດທ້າຍປີມື້ນີ້ຕິດເຊື້ອເພີ່ມ 1006ຄົນ ຂ່າວສານບ້ານເມືອງ
ການສໍາຫຼວດສະຖິຕິກະສິກຳຢູ່ແຂວງເຊກອງ ປະຕິບັດສໍາເລັດແລ້ວ 94% ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme